ທີ່ການພົບປະ, ທ່ານ Abdel-Wahab Abdel-Razeq ຢືນຢັນວ່າ ສະພາສູງເອຢິບ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບສະພາແຫ່ງຊາດຫວຽດນາມ ແລະຈະຜັນຂະຫຍາຍມາດຕະການທີ່ຈຳເປັນເພື່ອໜູນຊ່ວຍລັດ ແລະລັດຖະບານສອງປະເທດ ຊຸກຍູ້ປະຕິບັດຄຳໝັ້ນສັນຍາ ແລະແຜນການຮ່ວມມືຢ່າງມີປະສິດທິຜົນ ແລະແທດຈິງ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ພົບປະກັບທ່ານ Abdel-Wahab Abdel-Razeq ປະທານສະພາສູງ ເອຢິບ. ພາບ: qdnd.vn

ທ່ານ ເລືອງເກື່ອງ ຖືວ່າ ສອງປະເທດ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອຍູ້ແຮງການຮ່ວມມືສອງຝ່າຍກວ່າອີກ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ສົມກັບການພົວພັນດ້ານການເມືອງອັນດີງາມ, ຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງແຕ່ລະປະເທດ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: qdnd.vn

ເພື່ອນໍາການພົວພັນ ຫວຽດນາມ - ເອຢິບ ສືບຕໍ່ພັດທະນາກວ່າອີກ ເພື່ອຜົນປະໂຫຍດ, ຄວາມອີ່ມໜໍາສໍາລານ ແລະຄວາມຜາສຸກຂອງປະຊາຊົນສອງປະເທດ ໃນໄລຍະຈະມາເຖິງ, ການນຳສອງປະເທດ ໄດ້ເຫັນດີເສີມຂະຫຍາຍບົດບາດຂອງການທູດລັດຖະສະພາກວ່າອີກ, ເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ ຜ່ານການຍູ້ແຮງການແລກປ່ຽນຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ, ການນຳບັນດາກໍາມາທິການຂອງສອງອົງການນິຕິບັນຍັດ ເພື່ອແບ່ງປັນປະສົບການດ້ານນິຕິບັນຍັດ, ຕິດຕາມກວດກາ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງສະພາແຫ່ງຊາດຂອງສອງປະເທດ, ຊຸກຍູ້ການຮ່ວມມືລະຫວ່າງກຸ່ມລັດຖະສະພາອາຣັບ ແລະກຸ່ມລັດຖະສະພາອາຊີ ຢູ່ເວທີປາໄສລັດຖະສະພາຫຼາຍຝ່າຍ, ຊຸກຍູ້ການພົບປະແລກປ່ຽນລະຫວ່າງສະມາຊິກລັດຖະສະພາໜຸ່ມ, ສະມາຊິກລັດຖະສະພາຍິງ. ສອງຝ່າຍເຫັນດີຈະສ້າງຕັ້ງສະມາຄົມສະມາຊິກລັດຖະສະພາມິດຕະພາບຂອງສອງປະເທດໂດຍໄວ ເພື່ອແລກປ່ຽນເປັນປະຈໍາ, ສະເໜີມາດຕະການເພີ່ມທະວີການຮ່ວມມືລະຫວ່າງລັດຖະສະພາສອງປະເທດ.

* ໃນວັນດຽວກັນ, ທ່ານ ເລືອງເກື່ອງ ປະທານປະເທດ ໄດ້ພົບປະກັບທ່ານ Hanafy El Gebaly ປະທານສະພາຕ່ຳ ເອຢິບ.

ທີ່ການພົບປະ, ທ່ານ Hanafy El Gebaly ສະແດງຄວາມປິຕິຊົມຊື່ນຕໍ່ບັນດາໝາກຜົນສຳຄັນ, ແທດຈິງທີ່ສອງປະເທດ ບັນລຸໄດ້ພາຍຫຼັງການພົບປະສອງຝ່າຍລະຫວ່າງ ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະ ທ່ານ Abdel Fattah Al Sisi ປະທານາທິບໍດີ ເອຢິບ; ຢືນຢັນວ່າ ການຢ້ຽມຢາມທາງລັດຖະກິດຂອງທ່ານ ເລືອງເກື່ອງ ແມ່ນພະຍານຫຼັກຖານຢ່າງຈະແຈ້ງໃຫ້ແກ່ການຕັດສິນໃຈຂອງການນຳ ແລະປະຊາຊົນສອງປະເທດ ໃນການຮັດແໜ້ນການພົວພັນສອງຝ່າຍຂຶ້ນຕື່ມ. ທ່ານປະທານສະພາຕໍ່າ ເຊື່ອໝັ້ນວ່າ ການຢ້ຽມຢາມຈະສ້າງກຳລັງແຮງໃໝ່ໃຫ້ແກ່ການພົວພັນສອງຝ່າຍພັດທະນາຮອບດ້ານໃນທຸກຂົງເຂດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການແກ້ໄຂບັນຫາພາກພື້ນ ແລະສາກົນ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດ ພົບປະກັບທ່ານ Hanafy El Gebaly ປະທານສະພາຕ່ຳ ເອຢິບ. ພາບ: qdnd.vn

ໂອກາດນີ້, ທ່ານ ເລືອງເກື່ອງ ຍັງໄດ້ແບ່ງປັນກ່ຽວກັບເລື່ອງສອງປະເທດປະກາດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານ ແລະຜ່ານບັນດາເອກະສານຮ່ວມມືຫຼາຍສະບັບໃນຂົງເຂດສຳຄັນ. ທ່ານປະທານປະເທດ ປາດຖະໜາວ່າ ສະພາຕໍ່າເອຢິບ ຈະສືບຕໍ່ສະໜັບສະໜູນກວ່າອີກການເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ເອຢິບ; ຕິດຕາມກວດກາ ແລະຊຸກຍູ້ການປະຕິບັດຂໍ້ຕົກລົງຮ່ວມມືທີ່ບັນລຸໄດ້ລະຫວ່າງສອງປະເທດ ຢ່າງມີປະສິດທິຜົນ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: qdnd.vn

ທ່ານປະທານປະເທດ ຢືນຢັນວ່າ ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນຊ່ອງທາງລັດຖະສະພາກວ່າອີກ. ທ່ານ ປະທານປະເທດ ສະເໜີສະພາຕໍ່າເອຢິບ ສະໜັບສະໜູນການຜັນຂະຫຍາຍການກໍານົດທິດໃຫຍ່ເພື່ອຊຸກຍູ້ການພົວພັນສອງຝ່າຍໃຫ້ນັບມື້ນັບມີປະສິດທິຜົນ, ແທດຈິງ ແລະຮອບດ້ານກວ່າ, ໃນນັ້ນມີການລົງນາມໃນສັນຍາຮ່ວມມື ໂດຍໄວ ເພື່ອສ້າງກອບນິຕິກໍາ ໃຫ້ແກ່ການຮ່ວມມືສອງຝ່າຍ.

ທ່ານປະທານປະເທດຫວຽດນາມ ແລະທ່ານປະທານສະພາຕໍ່າເອຢິບ ໄດ້ເຫັນດີເປັນເອກະສັນກັນວ່າ ສອງຝ່າຍຄວນເພີ່ມທະວີການຮ່ວມມືໃນການແບ່ງປັນບົດຮຽນດ້ານນິຕິບັນຍັດ, ສົມທົບກັນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສ, ອົງການຈັດຕັ້ງສາກົນ ແລະສະຫະພັນລັດຖະສະພາສາກົນ.

ໂດຍ: ໄຊຊະນະ