ທີ່ການຕ້ອນຮັບ, ທ່ານ ໂຕເລິມ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ໂດຍ ການນຳຮຸ່ນຕ່າງໆ ແລະປະຊາຊົນສອງປະເທດ ໄດ້ເພີ່ມພູນຄູນສ້າງ; ຂອບໃຈ ອິນເດຍ ທີ່ໄດ້ສະໜັບສະໜູນ ແລະ ຊ່ວຍເຫຼືອຫວຽດນາມ ໃນຕະຫຼອດໄລຍະຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ໃນເມື່ອກ່ອນ ແລະສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ຕ້ອນຮັບທ່ານ Sandeep Arya ເອກອັກຄະລັດຖະທູດອິນເດຍ ປະຈຳ ຫວຽດນາມ. ພາບ: ຟ້າມກຽນ.

ຕີລາຄາສູງຕໍ່ການພັດທະນາຢ່າງຕັ້ງໜ້າ ແລະມີປະສິດທິຜົນຂອງການພົວພັນລະຫວ່າງສອງປະເທດໃນຫຼາຍຂົງເຂດ, ທ່ານ ໂຕເລິມ ຢືນຢັນວ່າ ອິນເດຍ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຍຸດທະສາດຮອບດ້ານຂອງຫວຽດນາມ ໃນພາກພື້ນ, ສອງຝ່າຍມີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງສູງ, ມີຄວາມຄ້າຍຄືກັນທາງດ້ານຜົນປະໂຫຍດຍຸດທະສາດ ແລະມີພື້ນຖານພົບປະແລກປ່ຽນ, ສະໜິດຕິດພັນທາງດ້ານວັດທະນະທຳ, ຊົນຊາດມາແຕ່ດົນນານ.

ທ່ານ ໂຕເລິມ ສະເໜີທ່ານ Sandeep Arya ເອົາໃຈໃສ່ຊຸກຍູ້ບັນດາຂົງເຂດຮ່ວມມືສອງຝ່າຍ, ໂດຍສະເພາະແມ່ນເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງຂັ້ນສູງທີ່ບັນລຸໄດ້ຢ່າງມີປະສິດທິຜົນ, ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຊຸກຍູ້ການເຊື່ອມຕໍ່ເສດຖະກິດ, ສູ້ຊົນນຳວົງເງິນການຄ້າສອງປະເທດ ບັນລຸ 20 ຕື້ USD ແລະຂຶ້ນທົບສອງເທົ່າການລົງທຶນສອງຝ່າຍ,  ເປີດກວ້າງການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກໍາ, ຊຸກຍູ້ການຮ່ວມມືດ້ານວັດທະນະທໍາ, ການສຶກສາ, ສາສະໜາ, ການທ່ອງທ່ຽວ... ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ, ການກໍານົດທິດພັດທະນາໃນໄລຍະໃໝ່ຂອງສອງປະເທດ ແລະປະກອບສ່ວນປັບປຸງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະການພັດທະນາ ຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ຟ້າມກຽນ.

ດີໃຈທີ່ລາຍງານຕໍ່ທ່ານເລຂາທິການໃຫຍ່ ກ່ຽວກັບບາດກ້າວພັດທະນາອັນດີງາມຂອງການພົວພັນຮ່ວມມືຫຼາຍດ້ານລະຫວ່າງສອງປະເທດໃນໄລຍະມໍ່ໆມານີ້, ທ່ານ Sandeep Arya ໃຫ້ຮູ້ວ່າ ສອງຝ່າຍພວມສົມທົບກັນຢ່າງຕັ້ງໜ້າເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ ແລະໂຄງການດໍາເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໄລຍະ 2024-2028.

ທ່ານ Sandeep Arya ຢືນຢັນວ່າ ອິນເດຍ ຖື ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງອິນເດຍ ໃນພາກພື້ນ. ແບ່ງປັນຄຳເຫັນຂອງ ທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານ Sandeep Arya ຢືນຢັນວ່າ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງຫວຽດນາມ ເພື່ອຮັດແໜ້ນກວ່າອີກການຮ່ວມມືລະຫວ່າງສອງປະເທດ, ສືບຕໍ່ນຳການພົວພັນເຂົ້າສູ່ລວງເລິກ, ຮອບດ້ານ, ສົມກັບຄວາມສາມາດບົ່ມຊ້ອນ ແລະຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ.

ໂດຍ: ໄຊຊະນະ