ການພົວພັນລະຫວ່າງ ຫວຽດນາມ-ຍີ່ປຸ່ນ ພັດທະນາຢ່າງແທດຈິງ, ມີປະສິດທິຜົນ ແລະຮອບດ້ານ
ກປ.ອອນໄລ - ຕອນບ່າຍວັນທີ 5 ສິງຫາ, ຢູ່ສຳນັກງານສູນກາງພັກ, ທ່ານ ເລມິງຮືງ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ-ຍີ່ປຸ່ນ ໄດ້ໃຫ້ການຕ້ອນຮັບທ່ານ Ito Naoki ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈໍາ ຫວຽດນາມ.
    |
 |
ທ່ານ ເລມິງຮືງ, ຫົວໜ້າຄະນະຈັດຕັ້ງສູນກາງ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ-ຍີ່ປຸ່ນ ຕ້ອນຮັບທ່ານ Ito Naoki ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈໍາ ຫວຽດນາມ. ພາບ: daibieunhandan.vn |
ທີ່ການຕ້ອນຮັບ, ທ່ານ ເລມິງຮືງ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າການພົວພັນລະຫວ່າງ ຫວຽດນາມ-ຍີ່ປຸ່ນ ໄດ້ພັດທະນາຢ່າງແທດຈິງ, ມີປະສິດທິຜົນ ແລະຮອບດ້ານໃນຫຼາຍຂົງເຂດ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງນັບມື້ນັບສູງຂຶ້ນ, ການພົບປະແລກປ່ຽນ ແລະການພົບປະຂັ້ນສູງ ແລະທຸກຂັ້ນໄດ້ຮັບການຍູ້ແຮງ; ຍີ່ປຸ່ນ ສືບຕໍ່ແມ່ນຄູ່ຮ່ວມມືເສດຖະກິດສຳຄັນແຖວໜ້າຂອງຫວຽດນາມ; ການຮ່ວມມືທ້ອງຖິ່ນ, ວັດທະນະທຳ, ການເຊື່ອມຕໍ່ຊັບພະຍາກອນມະນຸດ ແລະການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດ ນັບມື້ນັບສະໜິດສະໜົມ ແລະມີປະສິດທິຜົນ.
ຕີລາຄາສູງ ແລະຊົມເຊີຍຫວຽດນາມ ກ່ຽວກັບໝາກຜົນເບື້ອງຕົ້ນໃນການປະຕິວັດການສັບຊ້ອນກົງຈັກການຈັດຕັ້ງຂອງລະບົບການເມືອງ ໃຫ້ກະທັດຮັດ ແລະການສັບຊ້ອນບັນດາຫົວໜ່ວຍບໍລິຫານຂັ້ນແຂວງ, ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ເຊື່ອໝັ້ນວ່າ ການປະຕິວັດນີ້ຈະຊ່ວຍໃຫ້ຫວຽດນາມ ລົບລ້າງສິ່ງກີດຂວາງແນໃສ່ສ້າງທ່ວງທ່າໃຫ້ການພັດທະນາຢ່າງວ່ອງໄວ ແລະຍືນຍົງໃນໄລຍະຈະມາເຖິງ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: daibieunhandan.vn |
ສອງຝ່າຍໄດ້ແລກປ່ຽນທິດທາງເພີ່ມທະວີການຮ່ວມມືໃນທຸກຂົງເຂດ, ໃນນັ້ນມີ ເສດຖະກິດ-ການຄ້າ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວິທະຍາສາດ-ເຕັກໂນໂລຢີ, ພະລັງງານ, ກະສິກຳເຕັກໂນໂລຢີສູງ, ບຳລຸງກໍ່ສ້າງພະນັກງານຂັ້ນຍຸດທະສາດ, ວັດທະນະທຳ, ພົບປະແລກປ່ຽນປະຊາຊົນ. ສອງຝ່າຍກໍ່ເຫັນດີເປັນເອກະພາບເພີ່ມທະວີການພົບປະແລກປ່ຽນລະຫວ່າງສອງກຸ່ມສະມາຊິກລັດຖະສະພາມິດຕະພາບດ້ວຍຮູບການທີ່ມີໄຫວພິບ, ຫຼາຍຮູບແບບ, ຜ່ານນັ້ນຊຸກຍູ້ການພົວພັນລະຫວ່າງສອງອົງການນິຕິບັນຍັດ, ປະກອບສ່ວນແທດຈິງເຂົ້າໃນການເພີ່ມທະວີການພົວພັນລະຫວ່າງຫວຽດນາມ ແລະຍີ່ປຸ່ນ.
ທ່ານເອກອັກຄະລັດຖະທູດ Ito Naoki ຢືນຢັນວ່າ ຍີ່ປຸ່ນ ປາດຖະໜາຢາກ ແລະພ້ອມທີ່ຈະຮ່ວມເດີນທາງກັບຫວຽດນາມ ເຂົ້າໃນວິວັດການພັດທະນາໄລຍະຈະມາເຖິງ ແລະສ່ວນຕົວທ່ານເອກອັກຄະລັດຖະທູດ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການພັດທະນາການພົວພັນລະຫວ່າງສອງປະເທດ.
ໂດຍ: ເຈິ່ນຮວ່ຽນ