    |
 |
ທ່ານນາງ Carolina Cerqueira ປະທານສະພາແຫ່ງຊາດອັງໂກລາ ພົບປະກັບທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ. ພາບ: qdnd.vn |
ທີ່ການພົບປະ, ທ່ານນາງ Carolina Cerqueira ເນັ້ນໜັກວ່າ: ຫວຽດນາມ ເປັນເພື່ອນມິດໃນໃຈຂອງປະເທດອັງໂກລາ, ການຢ້ຽມຢາມຂອງທ່ານປະທານປະເທດ ເລືອງເກື່ອງ ແມ່ນສານແຫ່ງນໍ້າໃຈມິດຕະພາບ ເຊິ່ງໄດ້ຮັບການສ້າງຂຶ້ນບົນພື້ນຖານເຄົາລົບນັບຖືເຊິ່ງກັນ ແລະກັນ, ຮ່ວມມືພ້ອມກັນພັດທະນາ; ສະແດງຄວາມຊົມເຊີຍຕໍ່ບັນດາຜົນງານໃນການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ; ເຊື່ອໝັ້ນວ່າ ການຢ້ຽມຢາມຈະເປີດໜ້າປະຫວັດສາດໃໝ່, ເຮັດໃຫ້ການຮ່ວມມືສອງຝ່າຍເລິກເຊິ່ງກວ່າອີກ; ປາດຖະໜາຢາກຍູ້ແຮງການຮ່ວມມືກັບສະພາແຫ່ງຊາດຫວຽດນາມ; ພ້ອມກັບບັນດາອົງການລັດຖະບານຊຸກຍູ້ການປັບປຸງຂອບນິຕິກໍາກ່ຽວກັບການຮ່ວມມືສອງຝ່າຍສົມບູນແບບ, ຍູ້ແຮງການພົບປະແລກປ່ຽນລະຫວ່າງບັນດາກຸ່ມສະມາຊິກລັດຖະສະພາໜຸ່ມ, ສະມາຊິກລັດຖະສະພາຍິງ, ປະກອບສ່ວນຊຸກຍູ້ການຮ່ວມມືໃນຂົງເຂດວິທະຍາສາດ, ເຕັກໂນໂລຢີ, ວັດທະນະທຳ, ພົບປະແລກປ່ຽນປະຊາຊົນ...
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ກ່າວຄຳເຫັນທີ່ສະພາແຫ່ງຊາດອັງໂກລາ. ພາບ: qdnd.vn |
ທ່ານ ເລືອງເກືອ່ງ ປະທານປະເທດຫວຽດນາມ ປາດຖະໜາວ່າ ສະພາແຫ່ງຊາດສອງປະເທດເພີ່ມທະວີການພົວພັນ, ແລກປ່ຽນຄະນະຜູ້ແທນ, ແລກປ່ຽນບົດຮຽນປະສົບການລະຫວ່າງບັນດາຄະນະກຳມາທິການວິຊາສະເພາະ ແລະບັນດາຜູ້ແທນສະພາແຫ່ງຊາດສອງປະເທດ, ຊຸກຍູ້ການສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ອັງໂກລາ, ເພີ່ມທະວີການສົມທົບ ແລະ ທາບທາມຄໍາເຫັນທີ່ບັນດາເວທີປາໄສລັດຖະສະພາຫຼາຍຝ່າຍ.
ທ່ານ ເລືອງເກືອ່ງ ປະທານປະເທດຫວຽດນາມ ແລະ ທ່ານນາງ Carolina Cerqueira ປະທານສະພາແຫ່ງຊາດອັງໂກລາ ກໍ່ເຫັນດີສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ແລກປ່ຽນຄະນະຜູ້ແທນຂັ້ນສູງຜ່ານຫຼາຍຊ່ອງທາງ, ໃນນັ້ນມີຊ່ອງທາງລັດຖະສະພາ, ສ້າງເງື່ອນໄຂສະດວກດ້ານນິຕິກໍາເພື່ອໜູນຊ່ວຍການຮ່ວມມືສອງຝ່າຍ ແລະຊຸກຍູ້ການຜັນຂະຫຍາຍຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມ, ຍູ້ໄວ້ຄວາມຄືບໜ້າການເຈລະຈາເອກະສານສຳຄັນບາງສະບັບ ແລະມີຄວາມໝາຍພື້ນຖານໃນຂົງເຂດການລົງທຶນ, ການຄ້າ, ນ້ຳມັນອາຍແກັສ, ພະລັງງານ, ຂຸດຄົ້ນບໍ່ແຮ່, ກະສິກຳ, ທະນາຄານ...
* ຕອນເຊົ້າວັນທີ 8 ສິງຫາ (ຕາມເວລາທ້ອງຖິ່ນ), ໃນຂອບເຂດການຢ້ຽມຢາມທາງລັດຖະກິດອັງໂກລາ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດມາມ ໄດ້ໄປຢ້ຽມຢາມສຳນັກງານຂອງພັກຂະບວນການປະຊາຊົນປົດປ່ອຍອັງໂກລາ (MPLA) ກໍາອໍານາດ ແລະເຮັດວຽກກັບສະຫາຍນາງ Mara Quiosa, ຮອງປະທານພັກ ແລະ ບັນດາສະມາຊິກໃນຄະນະການນຳຂອງ MPLA.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຢ້ຽມຢາມສຳນັກງານ ແລະເຮັດວຽກກັບການນໍາຂອງພັກຂະບວນການປົດປ່ອຍປະຊາຊົນ ອັງໂກລາ (MPLA). ພາບ: qdnd.vn |
ທ່ານນາງ Mara Quiosa ຢືນຢັນວ່າ MPLA ຍາມໃດກໍ່ຖືເປັນສໍາຄັນນ້ຳໃຈມິດຕະພາບ, ຄວາມສາມັກຄີ, ເປັນສະຫາຍອ້າຍນ້ອງກັບພັກກອມມູນິດຫວຽດນາມ ແລະປາດຖະໜາຢາກນໍາການພົວພັນລະຫວ່າງສອງພັກ ໃຫ້ພັດທະນາຢ່າງແໜ້ນແຟ້ນ, ເລິກເຂິ່ງກວ້າງຂວາງກ່ວາອີກ, ເພື່ອນຳມາເຊິ່ງຜົນປະໂຫຍດໃຫ້ປະຊາຊົນສອງປະເທດ.
    |
 |
ທ່ານນາງ Mara Quiosa ຮອງປະທານພັກຂະບວນການປົດປ່ອຍປະຊາຊົນອັງໂກລາ ແລະທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ. ພາບ: qdnd.vn |
ທ່ານນາງ Mara Quiosa ໃຫ້ຮູ້ວ່າ ໃນໄລຍະ 50 ປີຜ່ານມາ, ພັກ MPLA ເປັນກຽດ, ມີຄວາມພາກພູມໃຈຮ່ວມເດີນທາງພ້ອມກັບພັກກອມມູນິດຫວຽດນາມ, ພ້ອມທັງສະແດງຄວາມຮູ້ບຸນຄຸນຕໍ່ການຊ່ວຍເຫຼືອຂອງພັກ ແລະລັດຫວຽດນາມ ໃນໄລຍະປະສົບກັບຄວາມຫຍຸ້ງຍາກ ກໍຄືສະຫງ່າລາສີຂອງອັງໂກລາ.
* ຕອນເຊົ້າວັນດຽວກັນ (ຕາມເວລາທ້ອງຖິ່ນ), ທ່ານ ເລືອງເກື່ອງ ປະທານປະເທດ ແລະພັນລະຍາພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມຫໍພິພິທະພັນປະຫວັດສາດກອງທັບອັງໂກລາ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄປຢ້ຽມຢາມຫໍພິພິທະພັນປະຫວັດສາດກອງທັບອັງໂກລາ. ພາບ: qdnd.vn |
* ເນື່ອງໃນໂອກາດຢ້ຽມຢາມທາງລັດຖະກິດອັງໂກລາ ຂອງທ່ານ ເລືອງເກື່ອງ ປະທານປະເທດ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມ ຫວຽດນາມ - ອັງໂກລາ.
ໂດຍ: ທູຈາງ