ຊົມເຊີຍທ່ານ Cho Hyun ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ, ທ່ານ ບຸ່ຍແທງເຊີນ ເຊື່ອໝັ້ນວ່າ ທ່ານ Cho Hyun ຈະມີບັນດາການປະກອບສ່ວນສຳຄັນເຂົ້າໃນການຍົກສູງທີ່ຕັ້ງສາກົນຂອງ ສ.ເກົາຫຼີ, ກໍຄື ເພີ່ມທະວີ ແລະເຮັດໃຫ້ການພົວພັນ ຫວຽດນາມ - ສ.ເກົາຫຼີ ເລິກເຊິ່ງກວ່າອີກ.

leftcenterrightdel
ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ສົນທະນາທາງໂທລະສັບກັບທ່ານ Cho Hyun ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ. ພາບ: ກະຊວງການຕ່າງປະເທດຫວຽດນາມ.

ທ່ານ Cho Hyun ຢືນຢັນວ່າ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ ພັດທະນາຢ່າງຕັ້ງໜ້າໃນທຸກຂົງເຂດ.

ທີ່ການສົນທະນາທາງໂທລະສັບ, ການນຳສອງທ່ານ ເຫັນດີຈະສືບຕໍ່ການຮ່ວມມື, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ, ໂດຍຜ່ານການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ໃນນັ້ນມີການຈັດຕັ້ງບັນດາການຢ້ຽມຢາມຂັ້ນສູງໃນໄລຍະຈະມາເຖິງ; ເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດ - ການຄ້າ - ການລົງທຶນ, ຊຸກຍູ້ບັນດາວິສາຫະກິດ ສ.ເກົາຫຼີ ມາລົງທຶນຢູ່ ຫວຽດນາມ, ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດຂອງສອງປະເທດ ເຂົ້າເຖິງຕະຫຼາດຂອງກັນ; ຊຸກຍູ້ການຮ່ວມມືໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວິທະຍາສາດ - ເຕັກໂນໂລຢີ ກໍ່ຄືການຮ່ວມມືຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສສາກົນ, ໃນນັ້ນມີກົນໄກ ອາຊຽນ - ສ.ເກົາຫຼີ ແລະ ແມ່ນ້ຳຂອງ - ສ.ເກົາຫຼີ.

ສອງຝ່າຍຍັງຢືນຢັນຈະສົມທົບກັນຢ່າງແໜ້ນແຟ້ນເພື່ອຈັດຕັ້ງກອງປະຊຸມສຸດຍອດ APEC 2025 ຢູ່ ສ.ເກົາຫຼີ ແລະກອງປະຊຸມສຸດຍອດແມ່ນ້ຳຂອງ - ສ.ເກົາຫຼີ ໃນທ້າຍປີ 2025 ປະສົບຜົນສໍາເລັດ.

ໂດຍ: ຈາງຫງວຽນ