ປຶກສາຫາລືຍຸດທະສາດ ການທູດ ແລະການປ້ອງກັນຊາດລະຫວ່າງ ຫວຽດນາມ ແລະອົດສະຕາລີ
ກປ.ອອນໄລ - ວັນທີ 5 ສິງຫາ, ຢູ່ນະຄອນ Canberra, ປະເທດອົດສະຕາລີ ໄດ້ດໍາເນີນການປຶກສາຫາລືຍຸດທະສາດ ການທູດ ແລະການປ້ອງກັນຊາດ (2+2) ຄັ້ງທີ 10 ລະຫວ່າງ ຫວຽດນາມ ແລະອົດສະຕາລີ.
ຄະນະຜູ້ແທນຫວຽດນາມ ໂດຍ ທ່ານ ຫງວຽນແມ້ງເກື່ອງ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະທ່ານພົນຈັດຕະວາ ເຢືອງກຸ໊ຍນາມ, ຫົວໜ້າສະຖາບັນການພົວພັນສາກົນ ກ່ຽວກັບການປ້ອງກັນຊາດ, ກະຊວງປ້ອງກັນປະເທດ ເປັນປະທານຮ່ວມ. ຄະນະຜູ້ແທນອົດສະຕາລີ ໂດຍ ທ່ານນາງ Michelle Chan ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະທ່ານ Hugh Jeffrey ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານຮ່ວມ.
    |
 |
ຄະນະຜູ້ແທນ ຫວຽດນາມ ແລະອົດສະຕາລີ ເຂົ້າຮ່ວມການປຶກສາຫາລື. ພາບ: ກະຊວງການຕ່າງປະເທດ. |
ທີ່ການປຶກສາຫາລື, ສອງຝ່າຍ ໄດ້ຕີລາຄາສູງການພັດທະນາຢ່າງແຂງແຮງຂອງການພົວພັນຫວຽດນາມ - ອົດສະຕາລີ, ພິເສດແມ່ນນັບແຕ່ເມື່ອໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນມີນາ 2024. ໃນສະພາບການສາກົນ ແລະພາກພື້ນມີການຜັນແປຢ່າງວ່ອງໄວ ແລະສັບສົນ, ຫວຽດນາມ ແລະອົດສະຕາລີ ເຫັນດີຕ້ອງຍູ້ແຮງການແລກປ່ຽນທັດສະນະ, ຫຼັກໝັ້ນ ແລະປັບປຸງການຮ່ວມມືເພື່ອແນໃສ່ຮັບມື ກັບບັນດາສິ່ງທ້າທາຍລວມ, ຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ ກໍຄື ປຶກສາຫາລື, ຊອກຫາ, ສ້າງເນື້ອໃນຮ່ວມມືໃໝ່. ສອງຝ່າຍຢືນຢັນຄວາມສຳຄັນຂອງການພົວພັນສອງຝ່າຍ ແລະຕີລາຄາສູງການພັດທະນາຢ່າງຮອບດ້ານ ແລະມີປະສິດທິຜົນຂອງການຮ່ວມມືສອງຝ່າຍໃນ 6 ເສົາຄໍ້າ ຄື: ການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ, ການປ່ຽນແປງຂອງດິນຟ້າອາກາດ-ພະລັງງານ, ວິທະຍາສາດ-ເຕັກໂນໂລຊີ ແລະນະວັດຕະກຳ; ເຫັນດີສືບຕໍ່ຊຸກຍູ້ບັນດາຂົງເຂດຮ່ວມມືໃຫ້ສືບຕໍ່ເຂົ້າສູ່ລວງເລິກ, ຕອບສະໜອງຜົນປະໂຫຍດລວມຂອງສອງປະເທດ.
ສອງຝ່າຍ ເຫັນດີຖືວ່າ ການຮ່ວມມືດ້ານປ້ອງກັນປະເທດ-ປ້ອງກັນຄວາມສະຫງົບ ແມ່ນເສົາຄ້ຳສຳຄັນໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອົດສະຕາລີ. ການຮ່ວມມືດ້ານປ້ອງກັນຊາດ ພວມໄດ້ຮັບການຜັນຂະຫຍາຍຢ່າງຮອບດ້ານ, ລວມມີ ການປຶກສາຫາລື-ທາບທາມຄໍາເຫັນທຸກຂັ້ນຢ່າງເປັນປະຈໍາ, ແລກປ່ຽນຂໍ້ມູນຂ່າວສານ, ບໍາລຸງກໍ່ສ້າງ, ຝຶກແອບ, ຍົກສູງກໍາລັງຄວາມສາມາດ. ຫວຽດນາມ ຕີລາຄາສູງການໜູນຊ່ວຍຂອງອົດສະຕາລີ ໃນການສະໜອງບັນດາຊຸດບຳລຸງກໍ່ສ້າງດ້ານພາສາ ແລະຂະແໜງການສະເພາະ ໃຫ້ນາຍທະຫານກອງທັບປະຊາຊົນຫວຽດນາມ ກໍຄືໜູນຊ່ວຍຫວຽດນາມ ຍົກສູງກຳລັງຄວາມສາມາດເພື່ອເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ, ພິເສດແມ່ນສະໜອງເຮືອບິນຂົນສົ່ງ, ຜັນຂະຫຍາຍກໍາລັງຂອງຫວຽດນາມ ທີ່ບັນດາຄະນະປະຕິບັດງານ.
ສອງຝ່າຍຢືນຢັນການຖືເປັນສຳຄັນ ແລະເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ, ເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສ ໂດຍ ອາຊຽນ ຊັກນໍາ, ຊຸກຍູ້ການຮ່ວມມືທີ່ອະນຸພາກພື້ນແມ່ນ້ຳຂອງ ກໍຄືບັນດາບັນຫາພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ໂດຍ: ໄຊຊະນະ