leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄໍາເຫັນທີ່ການພົບປະ. ພາບ: qdnd.vn

ກ່າວຄໍາເຫັນທີ່ການພົບປະ, ຕາງໜ້າການນໍາພັກ, ລັດ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕີລາຄາສູງເລື່ອງກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ ແລະກະຊວງການຕ່າງປະເທດ ຈັດຕັ້ງການພົບປະ; ຢືນຢັນວ່າ ນີ້ແມ່ນເຫດການທີ່ມີຄວາມໝາຍທີ່ສຸດ, ສະແດງໃຫ້ເຫັນຈິດໃຈສາມັກຄີ, ຄວາມສະໜິດຕິດພັນລະຫວ່າງກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ ແລະກະຊວງການຕ່າງປະເທດ - ບັນດາກຳລັງຫຼັກແຫຼ່ງໃນພາລະກິດປົກປັກຮັກສາປະເທດຊາດ, ສ້າງສາ ແລະພັດທະນາປະເທດຊາດ. ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ 80 ປີຜ່ານມາ, ພ້ອມກັບການພັດທະນາ, ຮ່ວມເດີນທາງພ້ອມກັບປະເທດ, ບັນດາຂະແໜງກອງທັບ, ຕຳຫຼວດ ແລະການທູດ ມີການພົວພັນພິເສດສໍາຄັນ ແລະໃກ້ຊິດທີ່ສຸດ. ການປະກອບສ່ວນຂອງບັນດາກຳລັງນີ້ໄດ້ປະກອບສ່ວນສຳຄັນເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາປະເທດຊາດ ກໍ່ຄືໃນການສ້າງສາ ແລະພັດທະນາປະເທດຊາດ.

ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ການກຳນົດການພົວພັນລະຫວ່າງສາມກຳລັງດັ່ງກ່າວແມ່ນສຳຄັນທີ່ສຸດ. ພັກ, ລຸງໂຮ່, ລັດ ຍາມໃດກໍ່ຕີລາຄາສູງການພົວພັນດັ່ງກ່າວ. ຕາມທ່ານເລຂາທິການໃຫຍ່ ໂຕເລິມ ແລ້ວ, ໃນການຕໍ່ສູ້ຕ້ານພວກຮຸກຮານ ແລະຕໍ່ສູ້ປົກປັກຮັກສາປະເທດຊາດ, ການພົວພັນນີ້ຖືກນຳໃຊ້ດີທີ່ສຸດ. ປະຈຸບັນນີ້, ບົດບາດຂອງສາມກຳລັງນັບມື້ນັບໄດ້ຮັບການປັບປຸງ ແລະພັດທະນາ.

ໂດຍ: ເຈິ່ນຮວ່ຽນ