ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອຂະແໜງຄຸ້ມຄອງລັດກ່ຽວກັບສາສະໜາ (2 ສິງຫາ 1955 – 2 ສິງຫາ 2025), ຈັດຂຶ້ນຢູ່ ຮ່າໂນ້ຍ ໃນຕອນເຊົ້າວັນທີ 1 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ມາຍວັນຈິງ ເນັ້ນໜັກວ່າ ພັກ, ລັດ ຫວຽດນາມ ຍາມໃດກໍ່ຢືນຢັນໜ້າທີ່ວຽກງານຊົນເຜົ່າ ແລະສາສະໜາແມ່ນໜ້າທີ່ມີຄວາມໝາຍສຳຄັນພິເສດ.

leftcenterrightdel
ທີ່ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອຂະແໜງຄຸ້ມຄອງລັດກ່ຽວກັບສາສະໜາ. ພາບ: VGP

ໃນສະພາບການໃໝ່, ສະພາບການໂລກ ແລະຢູ່ພາຍໃນປະເທດໄດ້ວາງອອກບັນດາຄວາມຮຽກຮ້ອງໃໝ່ສຳລັບວຽກງານຊົນເຜົ່າ, ເຫຼື້ອມໃສເຊື່ອຖືກ, ສາສະໜາ, ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ ສະເໜີໃຫ້ກະຊວງຊົນເຜົ່າ ແລະສາສະໜາຫວຽດນາມ ພ້ອມກັບທົ່ວຂະແໜງຄຸ້ມຄອງລັດກ່ຽວກັບຊົນເຜົ່າ, ເຫຼື້ອມໃສເຊື່ອຖືກ, ສາສະໜາສືບຕໍ່ປະຕິບັດວຽກງານເປັນເສນທິການໃຫ້ແກ່ພັກ, ລັດໃນການກວດກາຄືນ, ສ້າງລະບົບກົດໝາຍວ່າດ້ວຍການເຫຼື້ອມໃສເຊື່ອຖື, ສາສະໜາໃຫ້ສົມບູນແບບ, ປະກອບສ່ວນສຳຄັນເຂົ້າໃນວຽກງານປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.

ໂດຍ: ກວຽດເຕິມ