leftcenterrightdel
ທ່ານ ຟ້າມມີງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບຄະນະທຸຕານຸທູດ ປະຈໍາ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ພາຍຫຼັງໄດ້ຮັບຟັງການລາຍງານກ່ຽວກັບວິວັດການ ແລະໝາກຜົນຂອງການກະທັດຮັດ, ສັບຊ້ອນກົງຈັກການຈັດຕັ້ງ ແລະຈັດຕັ້ງ, ການເຄື່ອນໄຫວອຳນາດການປົກຄອງທ້ອງຖິ່ນສອງຂັ້ນຂອງຫວຽດນາມ, ທ່ານ Jamale Chouaibi ເອກອັກຄະລັດຖະທູດມາຣົກ ປະຈຳ ຫວຽດນາມ, ຮອງຫົວໜ້າຄະນະທຸຕານຸທູດ, ຕາງໜ້າຄະນະທຸຕານຸທູດ ຕີລາຄາສູງການສັບຊ້ອນກົງຈັກການຈັດຕັ້ງ ແລະຈັດຕັ້ງອຳນາດການປົກຄອງທ້ອງຖິ່ນສອງຂັ້ນຂອງຫວຽດນາມ; ຖືວ່າ ການປະຕິຮູບ ແລະການພັດທະນາຂອງຫວຽດນາມ ກໍ່ຊ່ວຍໃຫ້ວິສາຫະກິດຂອງບັນດາປະເທດ, ອົງການຈັດຕັ້ງສາກົນພັດທະນາ, ຕາມທ່ານເອກອັກຄະລັດຖະທູດ Jamale Chouaibi ແລ້ວ, ບັນດາປະເທດ, ອົງການຈັດຕັ້ງສາກົນຍາມໃດກໍ່ຄຽງບ່າຄຽງໄຫຼ່, ໜູນຊ່ວຍຫວຽດນາມ ບັນລຸໄດ້ຄາດຫວັງຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ.

leftcenterrightdel
ທ່ານ ຟ້າມມີງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນສະຫຼຸບທີ່ການພົບປະ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນສະຫຼຸບທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມີງຈີ໊ງ ສະແດງຄວາມຂອບໃຈຕໍ່ທ່ານເອກອັກຄະລັດຖະທູດ, ທຸຕານຸທູດ, ຜູ້ຕາງໜ້າບັນດາປະເທດ, ອົງການຈັດຕັ້ງສາກົນຢູ່ຫວຽດນາມ ທີ່ໄດ້ສະຫງວນອາລົມຈິດ, ຄວາມຮັກແພງ ແລະຄຳໝັ້ນສັນຍາສະໜັບສະໜູນສໍາລັບຫວຽດນາມ ໃນໄລຍະຜ່ານມາ ແລະໃນໄລຍະຈະມາເຖິງ. ພ້ອມທັງໃຫ້ຮູ້ວ່າ ຫວຽດນາມ ວາງເປົ້າໝາຍຮອດປີ 2030 ແມ່ນປະເທດພວມພັດທະນາ, ທີ່ມີອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ ແລະຮອດປີ 2045 ກາຍເປັນປະເທດພັດທະນາ, ທີ່ມີລາຍຮັບສູງ... ຍ້ອນແນວນັ້ນ, ນອກຈາກຄວາມມານະພະຍາຍາມຂອງຫວຽດນາມ ແລ້ວ, ການຮ່ວມມື, ໜູນຊ່ວຍຂອງເພື່ອນມິດສາກົນແມ່ນບໍ່ສາມາດຂາດໄດ້, ໃນນັ້ນບັນດາເອກອັກຄະລັດຖະທູດ, ທຸຕານຸທູດ, ຜູ້ຕາງໜ້າບັນດາປະເທດ ແລະອົງການຈັດຕັ້ງສາກົນຢູ່ຫວຽດນາມ ແມ່ນສາຍເຊື່ອມຕໍ່ລະຫວ່າງຫວຽດນາມ ກັບບັນດາປະເທດ, ອົງການຈັດຕັ້ງສາກົນ. ຫວຽດນາມ ສະແດງຄວາມຂອບໃຈ ແລະຮັບການປະກອບຄໍາເຫັນ, ການໜູນຊ່ວຍຂອງເພື່ອນມິດສາກົນດ້ວຍຄວາມເຄົາລົບນັບຖື, ເພື່ອການພັດທະນາຂອງແຕ່ລະຝ່າຍ ແລະເພື່ອເປົ້າໝາຍສັນຕິພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

ໂດຍ: ເຈິ່ນຮວ່ຽນ