ດ້ວຍອາລົມຈິດຄວາມຮັກແພງຢ່າງເລິກເຊິ່ງທີ່ມີຕໍ່ຫວຽດນາມ, ທ່ານ Eyal Buvilski ໄດ້ແບ່ງປັນການຕີລາຄາຢ່າງຕັ້ງໜ້າກ່ຽວກັບປະເທດ ແລະປະຊາຊົນຫວຽດນາມ, ວິວັດການປ່ຽນແປງໃໝ່, ບົດບາດຂອງການນຳ, ກໍຄືຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງສອງປະເທດ.

ທ່ານ Eyal Buvilski ຂຶ້ນຕົ້ນການໂອ້ລົມສົນທະນາດ້ວຍອາລົມຈິດສ່ວນຕົວວ່າ: “ຂ້າພະເຈົ້າ ຮູ້ຈັກຫວຽດນາມ ມາແຕ່ປີ 2001, ເມື່ອເລີ່ມມາປະຕິບັດໜ້າທີ່ທາງການທູດຂອງຕົນຢູ່ຮ່າໂນ້ຍ. ນັບແຕ່ນັ້ນມາຮອດປັດຈຸບັນ, ຫວຽດນາມ ໄດ້ກາຍເປັນສ່ວນໜຶ່ງໃນໝາກຫົວໃຈຂອງຂ້າພະເຈົ້າ. ຕັ້ງແຕ່ມື້ທໍາອິດ, ຂ້າພະເຈົ້າ ໄດ້ພະຍາຍາມຊອກຫາວິທີເພື່ອສ້າງຄວາມຜູກພັນກັບຜືນແຜ່ນດິນແຫ່ງນີ້.

ຈາກອາລົມຈິດຄວາມຮັກແພງອັນເລິກເຊິ່ງນັ້ນ, ທ່ານ Buvilski ໃຫ້ຮູ້ວ່າ ການຕີລາຄາທັງໝົດຂອງຕົນກ່ຽວກັບຫວຽດນາມ ລ້ວນແຕ່ແມ່ນມາຈາກຄວາມເຂົ້າໃຈ, ຄວາມສະໜິດຕິດພັນ ແລະຄວາມເຄົາລົບນັບຖືວັດທະນະທຳ ແລະປະຊາຊົນຢູ່ທີ່ນີ້.

leftcenterrightdel
ທ່ານ Eyal Buvilski, ປະທານສະມາຄົມມິດຕະພາບອິດສະຣາແອນ - ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມທ່ານແລ້ວ, ການພັດທະນາຢ່າງວ່ອງໄວ ແລະຍືນຍົງຂອງຫວຽດນາມ ແມ່ນໝາກຜົນແຫ່ງການສົມທົບກັນຢ່າງກົມກຽວລະຫວ່າງສອງປັດໄຈສຳຄັນ, ຄື: ມະນຸດ ແລະຊັບພະຍາກອນທຳມະຊາດ. ທ່ານ ໄດ້ສະແດງຄວາມປະທັບໃຈວ່າ: “ຊາວຫວຽດນາມ ມີຄວາມດຸໝັ່ນຂະຫຍັນພຽນ, ເຕັມໄປດ້ວຍຄວາມຄາດຫວັງຢາກບັນລຸຜົນສຳເລັດ ແລະມີຄວາມເອກອ້າງທະນົງໃຈຂອງຊາດຢ່າງແຂງແຮງ”.

ຂ້າພະເຈົ້າ ຄິດວ່າ ປະຈຸບັນ ຫວຽດນາມ ແມ່ນໜຶ່ງໃນບັນດາສູນການຜະລິດແຖວໜ້າຂອງໂລກ. ທຸກສິ່ງທຸກຢ່າງແມ່ນຜະລິດຢູ່ທີ່ນີ້. ຢູ່ອິດສະຣາແອນ, ແຕ່ລະຄັ້ງທີ່ ຂ້າພະເຈົ້າ ໄປບໍ່ວ່າຮ້ານໃດກໍ່ຕາມ, ຂ້າພະເຈົ້າ ຮູ້ສຶກພາກພູມໃຈຫຼາຍທີ່ໄດ້ເຫັນສິນຄ້າຈາກຫວຽດນາມ ນັບແຕ່ ກາເຟ, ຊາ ຕະຫຼອດຮອດເກີບ - ເກືອບທຸກຢ່າງລ້ວນແຕ່ໄດ້ຕິດກາ “Made in Vietnam”.

ເມື່ອແບ່ງປັນກ່ຽວກັບຄວາມປະທັບໃຈຕໍ່ຖັນແຖວການນຳຫວຽດນາມ, ທ່ານ Buvilski ເນັ້ນໜັກວ່າ: “ຄວາມແຕກຕ່າງອັນໃຫຍ່ຫຼວງລະຫວ່າງ ຫວຽດນາມ ແລະຫຼາຍປະເທດ ແມ່ນວິໄສທັດ ແລະຄວາມສາມາດນຳພາ”. ທ່ານ ຕີລາຄາສູງຕໍ່ລັກສະນະຕໍ່ເນື່ອງ ແລະຄົບຊຸດໃນລະບົບການເມືອງ, ກໍຄືຄຳໝັ້ນສັນຍາປະຕິບັດແຜນການໄລຍະຍາວທີ່ການນຳໄດ້ວາງອອກ. ສິ່ງທີ່ພິເສດຢູ່ຫວຽດນາມ ແມ່ນລັກສະນະຕໍ່ເນື່ອງ. ຜູ້ນໍາຄົນໜຶ່ງຕັ້ງເປົ້າໝາຍ, ແລະຜູ້ສືບທອດຈະສືບຕໍ່ປະຕິບັດໃຫ້ປະກົດຜົນເປັນຈິງ. ນີ້ແມ່ນສິ່ງທີ່ຫາຍາກ”. ຕາມທ່ານ Buvilski ແລ້ວ, ຄວາມສະໜິດຕິດພັນອັນແໜ້ນແຟ້ນລະຫວ່າງການນຳທຸກຂັ້ນ, ນັບແຕ່ສູນກາງລົງຮອດທ້ອງຖິ່ນ, ແມ່ນຂໍກຸນແຈ ເພື່ອບັນລຸປະສິດທິຜົນໃນການຄຸ້ມຄອງ ແລະພັດທະນາປະເທດຊາດ.

ເມື່ອຫວນຄືນ 32 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1993-2025), ທ່ານ Buvilski ຢືນຢັນວ່າ, ການພົວພັນ ຫວຽດນາມ - ອິດສະຣາແອນ ໄດ້ ແລະພວມພັດທະນາບົນພື້ນຖານນໍ້າໃຈມິດຕະພາບອັນເລິກເຊິ່ງລະຫວ່າງສອງຊາດ. ທ່ານ ໃຫ້ຂໍ້ສັງເກດວ່າ ເສດຖະກິດແມ່ນຂົງເຂດສໍາຄັນດ້ວຍຫຼາຍກາລະໂອກາດຮ່ວມມືອັນເລິກເຊິ່ງກວ້າງຂວາງຈາກກະສິກຳ, ເຕັກໂນໂລຊີຕະຫຼອດຮອດການຜະລິດຂະໜາດໃຫຍ່.

ທ່ານ ກ່າວວ່າ ທຸກແນວຄວາມຄິດນ້ອຍໆຢູ່ອິດສະຣາແອນ ສາມາດກາຍເປັນຜະລິດຕະພັນອັນໃຫຍ່ຫຼວງຖ້າຫາກຮູ້ຈັກສົມທົບກັບຄູ່ຮ່ວມຫວຽດນາມ: “ອິດສະຣາແອນ ມີເຕັກໂນໂລຊີ, ຄວາມຮູ້ ແລະຄົ້ນຄວ້າວິທະຍາສາດຢ່າງຫຼວງຫຼາຍ. ໃນຂະນະນັ້ນ, ຫວຽດນາມ ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ - ຫວຽດນາມ ຮູ້ວິທີຜະລິດ ແລະເຮັດໄດ້ສິ່ງທີ່ ອິດສະຣາແອນ ບໍ່ສາມາດເຮັດໄດ້, ເປັນຕົ້ນຄືການຂະຫຍາຍຂະໜາດການຜະລິດ. ຂ້າພະເຈົ້າສາມາດມີແນວຄວາມຄິດທີ່ດີຢູ່ອິດສະຣາແອນ, ແຕ່ຖ້າຫາກສົມທົບກັບຄູ່ຮ່ວມຫວຽດນາມ, ພວກຂ້າພະເຈົ້າ ສາມາດຫັນເປັນຜະລິດຕະພັນຂະຫນາດໃຫຍ່. ສະນັ້ນ, ຂ້າພະເຈົ້າ ເຊື່ອວ່າມີພື້ນຖານອັນໃຫຍ່ຫຼວງໃຫ້ແກ່ການຮ່ວມມືດ້ານເສດຖະກິດອັນເລິກເຊິ່ງກວ້າງຂວາງຕື່ມອີກ”.

ກ່ຽວກັບແງ່ຫວັງຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ຕາມທ່ານ Buvilski ແລ້ວ: “ຜ່ານການຮ່ວມມືດ້ານເສດຖະກິດ, ພວກເຮົາ ສາມາດປະກອບສ່ວນນຳເອົາສັນຕິພາບມາໃຫ້ພາກພື້ນ. ຂ້າພະເຈົ້າ ເຊື່ອໝັ້ນວ່າຄວາມສາມາດບົ່ມຊ້ອນຂອງຫວຽດນາມ ຢູ່ທີ່ນີ້ - ຄວາມສາມາດບົ່ມຊ້ອນໃນການພົວພັນສອງຝ່າຍລະຫວ່າງຫວຽດນາມ ແລະອິດສະຣາແອນ - ພິເສດແມ່ນທາງດ້ານເສດຖະກິດ ແລະການເມືອງ - ພຽງແຕ່ເປັນການເລີ່ມຕົ້ນ. ຂ້າພະເຈົ້າ ລໍຖ້າເບິ່ງຄວາມຄືບໜ້າໃນຂົງເຂດນີ້ໃນອະນາຄົດ”.

ສິ້ນສຸດການສຳພາດ, ທ່ານ Eyal Buvilski ໄດ້ສົ່ງຄໍາອວຍພອນເຖິງປະຊາຊົນຫວຽດນາມ ເນື່ອງໃນໂອກາດວັນຊາດທີ 2 ກັນຍາ: “ຕາງໜ້າສະມາຄົມມິດຕະພາບອິດສະລາແອນ - ຫວຽດນາມ, ຂ້າພະເຈົ້າ ຢາກສົ່ງ ສານເຖິງປະຊາຊົນຫວຽດນາມ ທີ່ວ່າພວກສະຫາຍ ມີເພື່ອນມິດທີ່ຈິງໃຈຢູ່ ອິດສະຣາແອນ. “ປະຊາຊົນອິດສະລາແອນ ຮັກແພງຫວຽດນາມ ແລະຍາມໃດກໍ່ຍິນດີຕ້ອນຮັບພວກສະຫາຍ”. ທ່ານ ກ່າວຕື່ມວ່າ ພວກຂ້າພະເຈົ້າຫວັງວ່າຈະໄດ້ຕ້ອນຮັບນັກທຸລະກິດ, ນັກຮຽນຮູ້, ນັກທ່ອງທ່ຽວຫວຽດນາມ ມາອິດສະຣາແອນ ເພື່ອໃຫ້ເຂົ້າໃຈເຊິ່ງກັນ ແລະກັນກວ່າອີກ, ຮ່ວມມືຢ່າງເລິກເຊິ່ງກວ່າ ແລະພ້ອມກັນກໍ່ສ້າງອະນາຄົດທີ່ດີງາມກວ່າອີກ”.  

ໂດຍ: ໄຊຊະນະ