ກອງປະຊຸມສາກົນຂັ້ນສູງ “ແກ້ໄຂໂດຍສັນຕິວິທີບັນຫາປາແລັດສະຕິນ ແລະປະຕິບັດມາດຕະການສອງລັດ” ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 28 ກໍລະກົດ, ຢູ່ສຳນັກງານໃຫຍ່ສະຫະປະຊາຊາດ (ສປຊ) ຢູ່ນິວຢອກ, ອາເມລິກາ, ພາຍໃຕ້ການເປັນປະທານຮ່ວມຂອງລັດຖະມົນຕີການຕ່າງປະເທດ ຝຣັ່ງ ແລະຊາອຸດິ ອາຣາເບຍ.

leftcenterrightdel
ທ່ານ ໂດ໋ຮຸ່ງຫວຽດ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ. ພາບ: vov.vn

ທີ່ວາລະປຶກສາຫາລືຄົບຄະນະໃນຕອນບ່າຍວັນທີ 28 ກໍລະກົດ, ທ່ານ ໂດ໋ຮຸ່ງຫວຽດ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ກ່າວຄໍາເຫັນຢືນຢັນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ສະໜັບສະໜູນມາດຕະການສອງລັດ ແລະຖານະສະມາຊິກເຕັມ ຢູ່ ສປຊ ໃຫ້ປາແລັດສະຕິນ; ສະແດງຄວາມສາມັກຄີຢ່າງເລິກເຊິ່ງ ແລະສະເໝີຕົ້ນສະເໝີປາຍສໍາລັບການຕໍ່ສູ້ອັນຊອບທຳຂອງປະຊາຊົນປາແລັດສະຕິນ. ທ່ານ ໂດ໋ຮຸ່ງຫວຽດ ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງກັບຄືນສູ່ການເຈລະຈາ ແລະປະຕິບັດຕາມກົດບັດ ສປຊ, ກົດໝາຍສາກົນ, ມາດຕະການຊົ່ວຄາວຂອງສານຍຸຕິທຳສາກົນ (ICJ) ແລະມະຕິທີ່ກ່ຽວຂ້ອງຂອງ ສປຊ.

leftcenterrightdel
ບັນຍາກາດທີ່ເຫດການ. ພາບ: vov.vn

ກ່ອນໜ້ານັ້ນ, ວັນທີ 23 ກໍລະກົດ, ທີ່ວາລະປຶກສາຫາລືເປີດຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບສະພາບການຢູ່ຕາເວັນອອກກາງ ແລະປາແລັດສະຕິນ, ທ່ານ ໂດ໋ຮຸ່ງຫວຽດ ກໍ່ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບການປະທະກັນທີ່ແກ່ຍາວ, ການກະທຳຄວາມຮຸນແຮງແນໃສ່ແມ່ຍິງ ແລະເດັກນ້ອຍ, ໄພອຶດຫິວນັບມື້ນັບຮ້າຍແຮງຢູ່ເຂດກາຊາ, ຮຽກຮ້ອງໃຫ້ທຸກຝ່າຍຢຸດຍິງ, ປ່ອຍຕົວປະກັນ ແລະຄັດຄ້ານການກະທໍາຝ່າຍດຽວທີ່ກີດຂວາງຄວາມມານະພະຍາຍາມຂອງ ສປຊ ແລະອົງການມະນຸດສະທຳໃນການຊ່ວຍເຫຼືອ ສາມັນຊົນທີ່ໄດ້ຮັບຜົນສະທ້ອນ.

ໂດຍ: ເຈິ່ນຮວ່ຽນ