* ຕອນບ່າຍວັນທີ 29 ກໍລະກົດນີ້ (ຕາມເວລາທ້ອງຖິ່ນ), ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານ Zhao Leji ປະທານສະພາຜູ້ແທນປະຊາຊົນທ່ົວປະເທດ ແຫ່ງ ສປ ຈີນ.
ທີ່ການພົບປະ, ທ່ານ ເຈິ່ນແທັງເໝິນ ໃຫ້ຮູ້ວ່າ ສະພາແຫ່ງຊາດຫວຽດນາມ ພວມຕັ້ງໜ້າຈັດຕັ້ງກອງປະຊຸມຄັ້ງທຳອິດຂອງຄະນະກຳມະການລະຫວ່າງສະພາແຫ່ງຊາດສອງປະເທດ, ຫວັງວ່າຈະຕ້ອນຮັບທ່ານ Zhao Leji ປະທານສະພາຜູ້ແທນປະຊາຊົນທ່ົວປະເທດ ແຫ່ງ ສປ ຈີນ ມາຫວຽດນາມ ເພື່ອເປັນປະທານຮ່ວມກອງປະຊຸມສຳຄັນດັ່ງກ່າວ.
    |
 |
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບທ່ານ Zhao Leji ປະທານສະພາຜູ້ແທນປະຊາຊົນທ່ົວປະເທດ ແຫ່ງ ສປ ຈີນ. ພາບ:qdnd.vn |
ທ່ານ Zhao Leji ເຫັນດີວ່າ ສອງຝ່າຍຄວນສືບຕໍ່ຮັກສາການແລກປ່ຽນຍຸດທະສາດລະຫວ່າງການນຳຂອງສອງພັກ ແລະສອງປະເທດຢ່າງເປັນປະຈຳ, ຜັນຂະຫຍາຍໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມຫວຽດນາມ ຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ; ພ້ອມທັງ, ເຮັດໃຫ້ການຮ່ວມມືລະຫວ່າງສອງອົງການນິຕິບັນຍັດໃຫ້ເລິກເຊິ່ງກ່ວາອີກ.
* ຕອນເຊົ້າວັນທີ 30 ກໍລະກົດ (ຕາມເວລາທ້ອງຖິ່ນ), ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ໄດ້ໃຫ້ການຕ້ອນຮັບທ່ານ Esteban Lazo ປະທານສະພາແຫ່ງຊາດກູບາ.
ທີ່ການຕ້ອນຮັບ, ທ່ານ ເຈິ່ນແທັງເໝິນ ສະເໜີໃຫ້ສອງຝ່າຍເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ, ຮັກສາ ແລະ ຍົກສູງປະສິດທິຜົນຂອງກົນໄກຮ່ວມມືເພື່ອແນໃສ່ແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນປະສົບການໃນຂົງເຂດທີ່ມີທ່າແຮງຂອງແຕ່ລະຝ່າຍ, ນໍາການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດໃຫ້ກາຍເປັນຊ່ອງທາງສຳຄັນໃນການພົວພັນລະຫວ່າງສອງປະເທດ.
    |
 |
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບທ່ານ Esteban Lazo ປະທານສະພາແຫ່ງຊາດກູບາ. ພາບ:qdnd.vn |
ທ່ານ Esteban Lazo ປະທານສະພາແຫ່ງຊາດກູບາ ຢືນຢັນວ່າ: ກູບາ ຍາມໃດກໍ່ເອົາໃຈໃສ່ຊຸກຍູ້ການພົວພັນດ້ານເສດຖະກິດລະຫວ່າງສອງປະເທດ, ພ້ອມແລ້ວທີ່ຈະສົມທົບກັນແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດຫວຽດນາມ ທີ່ພວມລົງທຶນ ແລະດຳເນີນທຸລະກິດ ຢູ່ກູບາ.
*ຕອນເຊົ້າວັນທີ 30 ກໍລະກົດ (ຕາມເວລາທ້ອງຖິ່ນ), ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ໄດ້ມີການພົບປະກັບຫົວໜ້າຄະນະຜູ້ແທນບັນດາປະເທດ ທີ່ເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໂລກ ຄັ້ງທີ 6, ລວມມີ: ທ່ານ Valentina Matviyenko ປະທານສະພາສະຫະພັນລັດເຊຍ; ທ່ານ Fukushiro Nukaga ປະທານສະພາຕໍ່າຍີ່ປຸ່ນ; ທ່ານ Seah Kian Peng ປະທານສະພາແຫ່ງຊາດສິງກະໂປ; ທ່ານ Sahiba Gafarova ປະທານສະພາແຫ່ງຊາດ ອາແຊກໄບຊານ; ທ່ານ Peter Samt ປະທານສະພາສູງໂອຕຣິດ.
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ສະເໜີໃຫ້ຫົວໜ້າຄະນະຜູ້ແທນບັນດາປະເທດ ສົມທົບກັນຊຸກຍູ້ບັນດາການຢ້ຽມຢາມ ແລະ ການພົບປະຂັ້ນສູງ, ຕັ້ງໜ້າຜັນຂະຫຍາຍໝາກຜົນຂອງການຢ້ຽມຢາມໃນຫວ່າງມໍ່ໆມານີ້, ເພີ່ມທະວີການເຄື່ອນໄຫວຮ່ວມມື ແລະແລກປ່ຽນລະຫວ່າງບັນດາຄະນະກໍາມາທິການ, ອົງການຂອງສະພາແຫ່ງຊາດ/ລັດຖະສະພາ ແລະ ບັນດາກຸ່ມສະມາຊິກລັດຖະສະພາ.
* ຕອນເຊົ້າວັນທີ 30 ກໍລະກົດ (ຕາມເວລາທ້ອງຖິ່ນ), ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານ Anke Rehlinger ປະທານສະພາສູງເຢຍລະມັນ. ສອງຝ່າຍເຫັນດີເປັນເອກະສັນຊຸກຍູ້ລັດທິຫຼາຍຝ່າຍ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນ ສະຫະປະຊາຊາດ ແລະ ບັນດາເວທີປາໄສລະຫວ່າງລັດຖະສະພາ; ສະໜັບສະໜູນການແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ກົດບັດສະຫະປະຊາຊາດ ແລະ ສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS).
* ຕອນເຊົ້າວັນທີ 30 ກໍລະກົດ (ຕາມເວລາທ້ອງຖິ່ນ), ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານ Raymonde Gagné ປະທານສະພາສູງການາດາ. ສອງຝ່າຍເຫັນດີເພີ່ມທະວີການສົມທົບກັນຊຸກຍູ້ການພົວພັນຮ່ວມມືສອງຝ່າຍ ແລະການຮ່ວມມືທີ່ບັນດາເວທີປາໄສຫຼາຍຝ່າຍ, ພ້ອມກັນສະໜັບສະໜູນການເຄົາລົບກົດໝາຍສາກົນ, ໃນນັ້ນມີການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ກົດບັດ ແລະ ສົນທິສັນຍາຂອງ ສປຊ, ກໍຄືສືບຕໍ່ປຶກສາຫາລື ແລະພິຈາລະນາຍົກລະດັບການພົວພັນສອງຝ່າຍເມື່ອມີໂອກາດເໝາະສົມ.
    |
 |
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດລາວ. ພາບ:qdnd.vn |
* ຕອນເຊົ້າວັນທີ 30 ກໍລະກົດນີ້ (ຕາມເວລາທ້ອງຖິ່ນ), ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ ສຸນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດລາວ. ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ການເຄື່ອນໄຫວທີ່ມີຄວາມໝາຍໃນປີ 2025, ຕັ້ງໜ້າກະກຽມໃຫ້ການຢ້ຽມຢາມຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ສໍາເລັດຜົນ ແລະ ວັນຊາດ ສສ ຫວຽດນາມ, ຍູ້ແຮງບັນດາການເຄື່ອນໄຫວຮ່ວມມືລະຫວ່າງສະພາແຫ່ງຊາດສອງຝ່າຍ ແລະຫຼາຍຝ່າຍ, ຕັ້ງໜ້າຜັນຂະຫຍາຍການຮຽບຮຽງປຶ້ມສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ.
* ກ່ອນໜ້ານັ້ນ, ຕອນບ່າຍວັນທີ 29 ກໍລະກົດ (ຕາມເວລາທ້ອງຖິ່ນ), ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານ Verona Murphy ປະທານສະພາຕໍ່າໄອແລນ. ການນຳສອງທ່ານ ເຫັນດີສືບຕໍ່ຮັດແໜ້ນການພົວພັນສອງຝ່າຍ ໂດຍຜ່ານການເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໃນນັ້ນມີລະຫວ່າງບັນດາຄະນະກໍາມາທິການ, ກຸ່ມສະມາຊິກລັດຖະສະພາຂອງສະພາແຫ່ງຊາດສອງປະເທດ; ຍູ້ແຮງການຮ່ວມມືໃນວຽກງານນິຕິບັນຍັດ, ພົບປະແລກປ່ຽນປະຊາຊົນ, ການຮ່ວມມືໃນຂົງເຂດການຄ້າ, ການລົງທຶນ, ການສຶກສາ-ກໍ່ສ້າງ, ວິທະຍາສາດ - ເຕັກໂນໂລຢີ ...
* ຕອນບ່າຍວັນທີ 29 ກໍລະກົດ (ຕາມເວລາທ້ອງຖິ່ນ), ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບຫົວໜ້າຄະນະຜູ້ແທນບັນດາປະເທດ ທີ່ເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໂລກ ຄັ້ງທີ 6, ລວມມີ: ທ່ານ Woo Won Shik ປະທານສະພາແຫ່ງຊາດ ສ.ເກົາຫຼີ; ທ່ານ Pak Il Chol ປະທານສະພາປະຊາຊົນສູງສຸດ ສປປ.ເກົາຫຼີ; ທ່ານ Kazakhstan Yerlan Koshanov ປະທານສະພາຕ່ຳກາຊັກສະຖານ.
    |
 |
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບທ່ານ Woo Won Shik ປະທານສະພາແຫ່ງຊາດ ສ.ເກົາຫຼີ.ພາບ:qdnd.vn |
    |
 |
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບທ່ານ Yerlan Koshanov ປະທານສະພາຕໍ່າ ກາຊັກຊະຖານ. ພາບ:qdnd.vn |
ທີ່ການພົບປະຕ່າງໆ, ທ່ານ ເຈິ່ນແທັງເໝິນ ສະເໜີວ່າ ຫົວໜ້າຄະນະຜູ້ແທນບັນດາປະເທດສົມທົບກັນຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການຮ່ວມມືຮອບດ້ານ ແລະ ເລິກເຊິ່ງກ່ວາອີກໃນທຸກຊ່ອງທາງ, ໃນຂົງເຂດທີ່ຝ່າຍເພື່ອນມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການຢ່າງໃຫຍ່ຫຼວງ; ພ້ອມທັງ, ເພີ່ມທະວີການຮ່ວມມື, ພົບປະແລກປ່ຽນ ແລະ ການສົມທົບລະຫວ່າງລັດຖະສະພາ ໃນທຸກຂັ້ນໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນ.
* ຕອນຄ່ຳວັນທີ 30 ກໍລະກົດ (ຕາມເວລາທ້ອງຖິ່ນ), ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ກັບຄືນປະເທດ, ສິ້ນສຸດການປະຕິບັດງານເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໂລກ ຄັ້ງທີ 6 ຢູ່ ສະວິດ; ດຳເນີນການເຄື່ອນໄຫວສອງຝ່າຍ ຢູ່ສະວິດ; ຢ້ຽມຢາມ ມາຣົກ ແລະເຊເນການ ຢ່າງເປັນທາງການ ແຕ່ວັນທີ 22 ຫາ 30 ກໍລະກົດ.
ໂດຍ: ທູຈາງ