ຊຸກຍູ້ການຮ່ວມມືລະຫວ່າງພັກກອມມູນິດຍີ່ປຸ່ນ ແລະພັກກອມມູນິດຫວຽດນາມ
ກປ.ອອນໄລ - ວັນທີ 31 ກໍລະກົດ, ຢູ່ສໍານັກງານສູນກາງພັກ, ສະຫາຍ ເຈິ່ນເກິ໋ມຕູ໊, ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ການຕ້ອນຮັບສະຫາຍ Tanaka Yu, ຮອງປະທານຄະນະປະທານ, ຮັກສາການຫົວໜ້າຄະນະເລຂາທິການ, ຫົວໜ້າຄະນະຜູ້ແທນພັກກອມມູນິດຍີ່ປຸ່ນ ທີ່ພວມມີການປະຕິບັດງານ ຢູ່ຫວຽດນາມ.
ສະຫາຍ ເຈິ່ນເກິ໋ມຕູ໊ ຊົມເຊີຍສະຫາຍ Tanaka Yu ນຳໜ້າຄະນະຜູ້ແທນພັກກອມມູນິດຍີ່ປຸ່ນ ມາຢ້ຽມຢາມຫວຽດນາມ ແລະດຳເນີນການແລກປ່ຽນທິດສະດີ ຄັ້ງທີ 11 ລະຫວ່າງສອງພັກ ດ້ວຍຫົວຂໍ້ “ສ້າງສັນຕິພາບ ແລະຮັບປະກັນສິດທິມະນຸດໃນສະພາບການໂລກໃໝ່”, ຕີລາຄາວ່າ ການຢ້ຽມຢາມຫວຽດນາມ ຄັ້ງນີ້ ແມ່ນພະຍານຫຼັກຖານຢ່າງຈະແຈ້ງຂອງການພົວພັນຮ່ວມມືອັນແໜ້ນແຟ້ນລະຫວ່າງພັກກອມມູນິດຫວຽດນາມ ແລະພັກກອມມູນິດ ຍີ່ປຸ່ນ.
    |
 |
ສະຫາຍ ເຈິ່ນເກິ໋ມຕູ໊ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ຕ້ອນຮັບສະຫາຍສະຫາຍ Tanaka Yu ຮອງປະທານຄະນະປະທານ, ຫົວໜ້າຄະນະຜູ້ແທນພັກກອມມູນິດຍີ່ປຸ່ນ. ພາບ: mofa.gov.vn |
ສະຫາຍ ເຈິ່ນເກິ໋ມຕູ໊ ເນັ້ນໜັກເຖິງມູນເຊື້ອຄວາມສາມັກຄີ, ມິດຕະພາບລະຫວ່າງພັກກອມມູນິດຍີ່ປຸ່ນ ແລະພັກກອມມູນິດຫວຽດນາມ; ສະຫາຍ ເຈິ່ນເກິ໋ມຕູ໊ ຖືວ່າ ການເຄື່ອນໄຫວແລກປ່ຽນທິດສະດີປະຈຳປີລະຫວ່າງສອງພັກ ແມ່ນຈຸດພົ້ນເດັ່ນໃນການພົວພັນຮ່ວມມື ແລະການພົວພັນແລກປ່ຽນ; ພ້ອມກັນນັ້ນ, ສະເໜີບາງຈຸດສຸມຮ່ວມມືເພື່ອແນໃສ່ສືບຕໍ່ເພີ່ມທະວີການພົວພັນລະຫວ່າງສອງພັກ ແລະສອງປະເທດໃນໄລຍະຈະມາເຖິງ, ໃນນັ້ນມີການສະໜັບສະໜູນການພັດທະນາ, ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ-ຍີ່ປຸ່ນ ເລິກເຊິ່ງ ແລະຮອບດ້ານກວ່າອີກ, ລັດຖະບານຍີ່ປຸ່ນ ໜູນຊ່ວຍຫວຽດນາມ ໃນການປະຕິບັດເປົ້າໝາຍຫັນເປັນອຸດສາຫະກໍາ, ທັນສະໄໝ, ກໍ່ສ້າງພື້ນຖານເສດຖະກິດ, ເອກະລາດ, ເປັນເຈົ້າຕົນເອງ.
ເຫັນດີກັບຄຳເຫັນປະກອບກ່ຽວກັບບັນດາບຸລິມະສິດ, ຈຸດສຸມຊຸກຍູ້ການພົວພັນລະຫວ່າງສອງພັກໃນໄລຍະຈະມາເຖິງ, ສະຫາຍ Tanaka Yu ສະແດງຄວາມປາດຖະໜາຢາກສືບຕໍ່ຮ່ວມມືກັບພັກກອມມູນິດຫວຽດນາມ ໃນບັນດາເນື້ອໃນຄື: ສ້າງສັນຕິພາບ, ເພື່ອໂລກທີ່ບໍ່ມີອາວຸດນິວເຄຼຍ; ສະແດງຄວາມຂອບອົກຂອບໃຈຕໍ່ຄໍາເສື້ອເຊີນເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະອວຍພອນໃຫ້ ພັກກອມມູນິດຫວຽດນາມ ຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ 14 ຂອງພັກໃນປີ 2026 ຢ່າງສຳເລັດຜົນ.
    |
 |
ສະຫາຍ ບຸ່ຍແທງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕ້ອນຮັບສະຫາຍສະຫາຍ Tanaka Yu ຮອງປະທານຄະນະປະທານ, ຫົວໜ້າຄະນະຜູ້ແທນພັກກອມມູນິດຍີ່ປຸ່ນ. ພາບ: baoquocte.vn |
*ໃນວັນດຽວກັນ, ທີ່ສຳນັກງານກະຊວງການຕ່າງປະເທດ, ສະຫາຍ ບຸ່ຍແທງເຊີນ, ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນພັກກອມມູນິດຍີ່ປຸ່ນ ໂດຍສະຫາຍ Tanaka Yu, ຮອງປະທານຄະນະປະທານ ເປັນຫົວໜ້າຄະນະ.
ໂດຍ: ທູຈາງ