ຊຸກຍູ້ການຮ່ວມມືສອງຝ່າຍລະຫວ່າງ ຫວຽດນາມ-ສ.ເກົາຫຼີ ໃນຫຼາຍດ້ານ
ກປ.ອອນໄລ - ວັນທີ 31 ກໍລະກົດ, ຄະນະຜູ້ແທນຂັ້ນສູງຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ນໍາໂດຍທ່ານ ໂດ໋ວັນຈ໊ຽນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ມີການພົບປະກັບທ່ານ Min Kim Seok ນາຍົກລັດຖະມົນຕີ ສ.ເກົາຫຼີ ແລະທ່ານ Lee Hack Young ຮອງປະທານສະພາແຫ່ງຊາດ ສ.ເກົາຫຼີ, ເຮັດວຽກກັບບັນດາອົງການ, ສະຖາບັນຄົ້ນຄວ້າຢູ່ປະເທດປະຈຳຖິ່ນ.
ທີ່ການພົບປະ, ທ່ານ ໂດ໋ວັນຈ໊ຽນ ສະແດງຄວາມປະທັບໃຈຕໍ່ການພັດທະນາຢ່າງກະໂດດຂັ້ນຂອງ ສ.ເກົາຫຼີ; ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນຮ່ວມມືລະຫວ່າງສອງປະເທດ ຫວຽດນາມ-ສ.ເກົາຫຼີ.
    |
 |
ທ່ານ ໂດ໋ວັນຈ໊ຽນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ພົບປະກັບທ່ານ Min Kim Seok ນາຍົກລັດຖະມົນຕີ ສ.ເກົາຫຼີ. ພາບ: ສໍານັກຂ່າວສານຫວຽດນາມ |
ດ້ວຍພາລະບົດບາດຂອງແນວໂຮມປະເທດຊາດຫວຽດນາມ, ທ່ານ ໂດ໋ວັນຈ໊ຽນ ໄດ້ສະເໜີລັດຖະບານ ສ.ເກົາຫຼີ ຊຸກຍູ້, ເພີ່ມທະວີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ; ຊຸກຍູ້ບັນດາກົນໄກການພົບປະ, ພົບປະຢ່າງມີໄຫວພິບຢູ່ບັນດາເວທີປາໄສ, ກອງປະຊຸມຫຼາຍຝ່າຍ, ຜ່ານນັ້ນສ້າງຄວາມໄວ້ເນື້ອເຊື່ອໃຈ ແລະຄວາມສະໜິດຕິດພັນລະຫວ່າງການນຳຂັ້ນສູງສອງປະເທດ. ພ້ອມທັງສະເໜີລັດຖະບານ ສ.ເກົາຫຼີ ເພີ່ມທະວີການຜັນຂະຫຍາຍບັນດາໂຄງການຂະໜາດໃຫຍ່ດ້ວຍເງື່ອນໄຂບຸລິມະສິດໃຫ້ບັນດາໂຄງການພັດທະນາພື້ນຖານໂຄງລ່າງຍຸດທະສາດຄົມມະນາຄົມ, ພື້ນຖານໂຄງລ່າງພະລັງງານ, ພື້ນຖານໂຄງລ່າງດີຈີຕອນ ແລະພື້ນຖານໂຄງລ່າງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານ ໂດ໋ວັນຈ໊ຽນ ກໍ່ສະເໜີລັດຖະບານ ສ.ເກົາຫຼີ ເອົາໃຈໃສ່ເຖິງປະຊາຄົມຊາວຫວຽດນາມ ອາໄສຢູ່ ສ.ເກົາຫຼີ, ມີນະໂຍບາຍໜູນຊ່ວຍທີ່ເໝາະສົມ ເພື່ອໃຫ້ປະຊາຄົມຊາວຫວຽດນາມ ນັບມື້ນັບມີການປະກອບສ່ວນ, ເຂົ້າຮ່ວມ ແລະເຊື່ອມໂຍງເຂົ້າກັບສັງຄົມປະເທດປະຈຳຖິ່ນຢ່າງເລິກເຊິ່ງກວ້າງຂວາງຫຼາຍກວ່າ; ເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນ, ແຮກສ່ຽວລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ...
    |
 |
ທ່ານ ໂດ໋ວັນຈ໊ຽນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ພົບປະກັບທ່ານ Lee Hack Young ຮອງປະທານສະພາແຫ່ງຊາດ ສ.ເກົາຫຼີ. ພາບ: ສໍານັກຂ່າວສານຫວຽດນາມ |
ຕອນເຊົ້າວັນດຽວກັນ, ທີ່ການພົບປະກັບທ່ານ Lee Hack Young ຮອງປະທານສະພາແຫ່ງຊາດ ສ.ເກົາຫຼີ, ທ່ານ ໂດ໋ວັນຈ໊ຽນ ໄດ້ສະເໜີຝ່າຍ ສ.ເກົາຫຼີ ເພີ່ມທະວີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນສະພາແຫ່ງຊາດສອງປະເທດຢູ່ຂັ້ນສູງ ແລະທຸກຂັ້ນ, ໃນນັ້ນມີເປີດກວ້າງການພົບປະແລກປ່ຽນລະຫວ່າງສະມາຊິກລັດຖະສະພາ ແລະສະມາຊິກລັດຖະສະພາໜຸ່ມສອງປະເທດ...
ໂດຍ: ເຈິ່ນຮວ່ຽນ