ປະທານປະເທດ ເລືອງເກື່ອງ ສົ່ງສານອວຍພອນສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງ ສປຊ
ກປ.ອອນໄລ - ຕອບສະໜອງຂໍ້ລິເລີ່ມຂອງທ່ານ Philemon Yang, ເອກອັກຄະລັດຖະທູດ, ປະທານສະມັດຊາໃຫຍ່ສະຫະປະຊາຊາດ (ສປຊ), ວັນທີ 1 ສິງຫາ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ສົ່ງສານອວຍພອນສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງ ສປຊ.
ເຫດການທາງອອນລາຍນີ້ມີການເຂົ້າຮ່ວມກ່າວປາໄສຂອງທ່ານ Philemon Yang ປະທານສະມັດຊາໃຫຍ່ ສປຊ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ແລະປະມຸກລັດ ແລະລັດຖະບານບັນດາປະເທດສະມາຊິກ ສປຊ.
ໃນສານ, ທ່ານປະທານປະເທດ ເລືອງເກື່ອງ ຢືນຢັນວ່າ ໃນ 80 ປີຜ່ານມາ, ສປຊ ໄດ້ສ້າງຄວາມເຊື່ອໝັ້ນ ແລະຄອງຄອຍກ່ຽວກັບພື້ນຖານສັນຕິພາບຍາວນານ, ການພັດທະນາແບບຍືນຍົງຂອງທຸກປະເທດ, ຊາດ, ໄດ້ສະແດງໃຫ້ເຫັນຄວາມສຳຄັນ, ກຳລັງຊີວິດຢ່າງຮຸນແຮງຂອງລັດທິຫຼາຍຝ່າຍ ແລະຢືນຢັນບົດບາດທີ່ບໍ່ອາດປ່ຽນແທນໄດ້ໃນການຫັນຄວາມຄາດຫວັງຂອງມະນຸດກ່ຽວກັບໂລກອັນດີງາມກວ່າ ໄດ້ສ້າງຂຶ້ນບົນພື້ນຖານເອກະລາດຊົນຊາດ, ອະທິປະໄຕແຫ່ງຊາດ, ຍຸຕິທຳ ແລະຄວາມກ້າວໜ້າສັງຄົມໃຫ້ປະກົດຜົນເປັນຈິງ.
    |
 |
ທ່ານປະທານປະເທດ ເລືອງເກື່ອງ. ພາບ: ຫງວຽນຕ໊ວນ |
ທ່ານປະທານປະເທດ ຖືວ່າ, ໃນສະພາບການສາກົນ ແລະພາກພື້ນນັບມື້ນັບສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ບັນດາປະເທດຄວນອອກແຮງສະໜັບສະໜູນລັດທິຫຼາຍຝ່າຍ, ເພີ່ມທະວີການຮ່ວມມື ແລະຄວາມສາມັກຄີສາກົນ, ປະຕິບັດຕາມກົດໝາຍສາກົນ ແລະກົດບັດ ສປຊ, ເປັນຕົ້ນແມ່ນຫຼັກການເຄົາລົບເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນ, ບໍ່ແຊກແຊງເຂົ້າວຽກງານພາຍໃນ, ບໍ່ນາບຂູ່ ຫຼື ນໍາໃຊ້ກຳລັງອາວຸດ ແລະແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີ. ທ່ານປະທານປະເທດ ໃຫ້ຂໍ້ສັງເກດວ່າ, ນີ້ແມ່ນຈຸດເວລາທີ່ສປຊ ຄວນປະຕິຮູບຢ່າງແຮງເພື່ອປັບປຸງໃຫ້ເໝາະສົມກັບສະພາບການໃໝ່, ເພີ່ມທະວີຜົນສັກສິດ, ປະສິດທິຜົນໃນການປະຕິບັດພາລະກຳຂອງຕົນ.
ທ່ານປະທານປະເທດ ເລືອງເກື່ອງ ຢືນຢັນວ່າ ຫວຽດນາມ ຈະສືບຕໍ່ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບ, ຮ່ວມເດີນທາງກັບ ສປຊ ແລະປະຊາຄົມສາກົນໃນການແກ້ໄຂຄວາມຫຍຸ້ງຍາກ, ຜ່ານຜ່າສິ່ງທ້າທາຍ, ຊຸກຍູ້ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາວັດທະນາຖາວອນຢູ່ແຕ່ລະປະເທດ, ເຂດ ແລະໃນທົ່ວໂລກ, ນຳຄວາມຜາສຸກ, ອີ່ມໜຳສຳລານມາໃຫ້ປະຊາຊົນທຸກຄົນ.
ສານຂອງທ່ານປະທານປະເທດ ເລືອງເກື່ອງ ແລະບັນດາປະມຸກລັດ ແລະລັດຖະບານບັນດາປະເທດສະມາຊິກ ສປຊ ຈະສືບຕໍ່ໄດ້ສາຍຢູ່ສຳນັກງານ ສປຊ ທີ່ນະຄອນນິວຢອກ (ອາເມລິກາ) ນັບແຕ່ນີ້ຮອດກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 80 ໃນເດືອນ ກັນຍາ 2025.
ໂດຍ: ເຈິ່ນຮວ່ຽນ