ທີ່ການຕ້ອນຮັບ, ທ່ານປະທານປະເທດ ເລືອງເກື່ອງ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນກັບ ສ.ເກົາຫຼີ ຢ່າງສະເໝີຕົ້ນສະເໝີປາຍ ແລະສະໜັບສະໜູນບັນດານະໂຍບາຍພັດທະນາຂອງອຳນາດການປົກຄອງປະທານາທິບໍດີ Lee Jae Myung, ຜ່ານນັ້ນປະກອບສ່ວນຍົກສູງບົດບາດ ແລະຖານະທີ່ຕັ້ງສາກົນຂອງ ສ.ເກົາຫຼີ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Park Chang Dal, ທູດພິເສດຂອງປະທານາທິບໍດີ ສ.ເກົາຫຼີ. ພາບ: qdnd.vn

ທ່ານປະທານປະເທດ ເລືອງເກື່ອງ ຖືວ່າ: ຄວາມສາມາດບົ່ມຊ້ອນພັດທະນາລະຫວ່າງສອງປະເທດຍັງໃຫຍ່ຫຼວງຢູ່, ສະເໜີສອງຝ່າຍສືບຕໍ່ຊຸກຍູ້ການຮ່ວມມືດ້ານວິທະຍາສາດເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດຄິດສ້າງ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດຄຸນນະພາບສູງ;   ປະຕິບັດສຳເລັດເປົ້າໝາຍຍົກວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເຖິງ 150 ຕື້ໂດລາສະຫະລັດ ໃນປີ 2030 ໂດຍໄວຕາມທິດດຸ່ນດ່ຽງ ແລະຍືນຍົງ; ເປີດກວ້າງການຮ່ວມມືດ້ານວັດທະນະທຳ, ກິລາ ແລະການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດ. ທ່ານປະທານປະເທດ ເລືອງເກື່ອງ ກໍ່ສະເໜີໃຫ້ ສ.ເກົາຫຼີ ສືບຕໍ່ເອົາໃຈໃສ່ ແລະໜູນຊ່ວຍພົນລະເມືອງຫວຽດນາມ ເກືອບ 350.000 ຄົນ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະເຮັດວຽກຢູ່ ສ.ເກົາຫຼີ.

leftcenterrightdel
 
leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ສ່ວນທ່ານທູດພິເສດ Park Chang Dal ໃຫ້ຮູ້ວ່າ ທ່ານປະທານາທິບໍດີ Lee Jae Myung ຖືເປັນສໍາຄັນການພົວພັນກັບ ຫວຽດນາມ ແລະ ຖື ຫວຽດນາມ ແມ່ນຄູ່ຮ່ວມມືຈຸດສຸມຢູ່ພາກພື້ນ; ປາດຖະໜາວ່າ ອໍານາດການປົກຄອງໃໝ່ຂອງ ສ.ເກົາຫຼີ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ ເພື່ອພ້ອມກັນພັດທະນາ. ທ່ານທູດພິເສດ Park Chang Dal ກໍ່ຢືນຢັນວ່າ ສ.ເກົາຫຼີ ຈະຮ່ວມມືຢ່າງແໜ້ນແຟ້ນກັບ ຫວຽດນາມ ເພື່ອຈັດຕັ້ງກອງປະຊຸມສຸດຍອດເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ປີ 2025 ຢູ່ ສ.ເກົາຫຼີ ແລະ APEC 2027 ຢູ່ ຫວຽດນາມ ຢ່າງສຳເລັດຜົນ.

ກ່ຽວກັບບັນຫາພາກພື້ນ ແລະສາກົນ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານປະທານປະເທດ ເລືອງເກື່ອງ ຢືນຢັນຄວາມສຳຄັນຂອງການຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ຄວາມເປັນລະບຽບຮຽບຮ້ອຍດ້ານນິຕິກໍາ ແລະແກ້ໄຂການຂັດແຍ້ງກັນຢູ່ທະເລໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

ໂດຍ: ທະນາພອນ