leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ  ແລະທ່ານປະທານ JBIC Maeda Tadashi. ພາບ: VGP

ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຕີລາຄາສູງການໜູນຊ່ວຍຂອງ JBIC ໃນການເຂົ້າຮ່ວມການເຈລະຈານະໂຍບາຍ, ສະໜອງບັນດາບ້ວງເງິນກູ້ ເພື່ອຊຸກຍູ້ການລົງທຶນຂອງ ຍີ່ປຸ່ນ ຢູ່ຫວຽດນາມ ຜ່ານບັນດາໂຄງການພື້ນຖານໂຄງລ່າງ ແລະພະລັງງານທີ່ສຳຄັນ ກໍ່ຄືບັນດາບ້ວງເງິນກູ້ໜູນຊ່ວຍບັນດາໂຄງການລົງທຶນຂອງວິສາຫະກິດຂະໜາດກາງ ແລະນ້ອຍ ຍີ່ປຸ່ນ ຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ JBIC ສືບຕໍ່ຮ່ວມເດີນທາງສະໜັບສະໜູນຫວຽດນາມ ໃນຂົງເຂດຫັນເປັນສີຂຽວ.

ສ່ວນທ່ານປະທານທະນາຄານ JBIC Maeda Tadashi ໃຫ້ຮູ້ວ່າ JBIC ພ້ອມແລ້ວ ແລະຈະໜູນຊ່ວຍບ້ວງເງິນກູ້ໃຫ້ບັນດາວິສາຫະກິດຍີ່ປຸ່ນ ປະຕິບັດບັນດາໂຄງການຫັນເປັນສີຂຽວຢູ່ຫວຽດນາມ ໃນຂອບເຂດ AZEC. ນອກຈາກນັ້ນ, JBIC ແລະບັນດາວິສາຫະກິດຍີ່ປຸ່ນ ພ້ອມແລ້ວ ແລະປາດຖະໜາຢາກເຂົ້າຮ່ວມບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງຢູ່ ຫວຽດນາມ, ປະຕິບັດບັນດາໂຄງການຕາມຮູບແບບການພັດທະນາຕົວເມືອງຕາມກຳນັດທິດພັດທະນາການຄົມມະນາຄົມສາທາລະນະ (TOD).

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ