ການນຳພັກ ແລະລັດຫວຽດນາມ ອວຍພອນວັນສ້າງຕັ້ງພັກປະຊາຊົນກຳປູເຈຍ ຄົບຮອບ 74 ປີ
ກປ.ອອນໄລ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນກຳປູເຈຍ ຄົບຮອບ 74 ປີ (28/6/1951/28/6/2025), ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງສານອວຍພອນມາຍັງຄະນະບໍລິຫານງານສູນກາງ CPP ແລະປະຊາຊົນກຳປູເຈຍ ດ້ວຍຄວາມຊົມເຊີຍອັນອົບອຸ່ນ.
ໃນສານອວຍພອນ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຢືນຢັນວ່າ: “ເຖິງວ່າສະພາບການໂລກ ແລະພາກພື້ນມີການຫັນປ່ຽນຫຼາຍຢ່າງ, ໂອກາດ ແລະສິ່ງທະທ້າຍສະຫຼັບກັນຄືໃນປະຈຸບັນ, ເປັນຕົ້ນແມ່ນເມື່ອສອງປະເທດກ້າວເຂົ້າສູ່ຍຸກໃໝ່, ຍຸກແຫ່ງການພັດທະນາຮັ່ງມີເຂັ້ມແຂງ ແລະວັດທະນາຖາວອນ, ພັກກອມມູນິດຫວຽດນາມ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະສະຫງວນບຸລິມະສິດແຖວໜ້າໃນການພັດທະນາການພົວພັນກັບກຳປູເຈຍ ແລະເຮັດຈົນສຸດຄວາມສາມາດຂອງຕົນພ້ອມກັບ ພັກປະຊາຊົນກໍາປູເຈຍ, ລັດ ແລະປະຊາຊົນກຳປູເຈຍ ເພື່ອປົກປັກຮັກສາ ແລະເພີ່ມພູນຄູນສ້າງໃຫ້ສາຍພົວພັນລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ”.
    |
 |
ບັນດາກິດຈະກໍາເຄື່ອນໄຫວ ໃນຂອບເຂດພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນກຳປູເຈຍ ຄົບຮອບ 74 ປີ, ວັນທີ 28 ມິຖຸນາ. ພາບ: ສໍານັກຂ່າວສານຫວຽດນາມ |
ເນື່ອງໃນໂອກາດນີ້, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງກະຕ່າດອກໄມ້ອວຍພອນໃຫ້ທ່ານ Hun Sen ປະທານ CPP, ປະທານສະພາສູງກຳປູເຈຍ ແລະ ທ່ານ Heng Samrin ປະທານກິດຕິມະສັກ CPP. ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ສົ່ງຈົດໝາຍອວຍພອນມາຍັງທ່ານ Prak Sokhonn, ກໍາມະການຄະນະປະຈຳ CPP, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະຮ່ວມມືສາກົນກຳປູເຈຍ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ CPP.
ໂດຍ: ທູຈາງ