leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລກປ່ຽນກັບຊຸດບໍາລຸງສ້າງ, ປັບປຸງຄວາມຮູ້, ທັກສະໃຫ້ແກ່ພະນັກງານທີ່ໄດ້ຮັບການວາງແຜນເປັນກຳມະການສູນກາງພັກ ຊຸດທີ 14. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານເລຂາທິການໃຫຍ່ ໃຫ້ຮູ້ວ່າ ໃນບັນດາແຜນນະໂຍບາຍ, ນະໂຍບາຍພັດທະນາປະເທດຊາດຕາມໂຄງການດໍາເນີນງານ ແລະອາຍຸການຕ່າງໆຂອງກອງປະຊຸມໃຫຍ່ ລ້ວນແຕ່ມຸ່ງໄປເຖິງ 3 ຄວາມຮຽກຮ້ອງ, ຄື: ຄວາມເປັນປົກກະຕິ, ພັດທະນາ ແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນ. ພ້ອມກັນນັ້ນ, ເປົ້າໝາຍສຸດທ້າຍແມ່ນປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຕອບສະໜອງຄວາມຕ້ອງການຂອງປະຊາຊົນທີ່ນັບມື້ນັບເພີ່ມຂຶ້ນ, ນີ້ແມ່ນໜຶ່ງໃນບັນດາເປົ້າໝາຍຂອງສັງຄົມນິຍົມທີ່ຫວຽດນາມ ພວມກໍ່ສ້າງ. ໃນໄລຍະຈະມາເຖິງ, ກົມການເມືອງ ຈະສືບຕໍ່ປຶກສາຫາລືມາດຕະການແກ້ໄຂ ເພື່ອສ້າງບາດກ້າວບຸກທະລຸໃນ 2 ບັນຫາພື້ນຖານທີ່ກ່ຽວຂ້ອງເຖິງຊີວິດການເປັນຢູ່ຂອງປະຊາຊົນ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມກັບບັນດາສະມາຊິກໃນຊຸດບໍາລຸງສ້າງ, ປັບປຸງຄວາມຮູ້, ທັກສະໃຫ້ແກ່ພະນັກງານທີ່ໄດ້ຮັບການວາງແຜນເປັນກຳມະການສູນກາງພັກ ຊຸດທີ 14. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ: ເພື່ອຫັນສອງເປົ້າໝາຍ 100 ປີຂອງປະເທດໃຫ້ປະກົດຜົນເປັນຈິງ, ທາງສູນກາງໄດ້ສຸມໃສ່ຊີ້ນຳ, ພ້ອມທັງປະຕິບັດແຜນນະໂຍບາຍ ແລະມາດຕະການແກ້ໄຂບຸກທະລຸຫຼາຍຢ່າງ. ສັບຊ້ອນກົງຈັກການຈັດຕັ້ງໃຫ້ກະທັດຮັດ, ສັບຊ້ອນຫົວໜ່ວຍບໍລິຫານ. ນີ້ແມ່ນແຜນນະໂຍບາຍສໍາຄັນພິເສດທີ່ມີລັກສະນະປະຫວັດສາດເພື່ອພັດທະນາປະເທດ.

ທ່ານເລຂາທິການໃຫຍ່ ຍັງເຈາະຈີ້ມບາງບັນຫາເພື່ອໃຫ້ບັນດາສະຫາຍໃນພາກສ່ວນໄດ້ຮັບການວາງແຜນເປັນກໍາມະການສູນກາງພັກ ສືບຕໍ່ຄົ້ນຄວ້າຊາບຊຶມ ແລະໝູນໃຊ້ໃນວຽກງານ, ຄື: ປະຕິບັດມະຕິສະບັບເລກທີ 57 ຂອງກົມການເມືອງກ່ຽວກັບການບຸທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນແຫ່ງຊາດ ແລະມະຕິສະບັບເລກທີ 68 ກ່ຽວກັບການພັດທະນາເສດຖະກິດເອກະຊົນ. ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ນີ້ແມ່ນກຳລັງໜູນສຳຄັນທີ່ສຸດຂອງພື້ນຖານເສດຖະກິດແຫ່ງຊາດ. ພິເສດແມ່ນເພີ່ມທະວີການກໍ່ສ້າງພັກໃຫ້ມີຄວາມສາມາດແບກຫາບໜ້າທີ່ປະຫວັດສາດສໍາຄັນຂອງປະເທດໃນໄລຍະໃໝ່.

ໂດຍ: ທູຈາງ