ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ ເລິກເຊິ່ງກວ່າອີກ
ກປ.ອອນໄລ - ວັນທີ 12 ມິຖຸນາ, ຢູ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ສົນທະນາທາງໂທລະສັບກັບທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ ຄົນໃໝ່.
ຕາງໜ້າລັດ ແລະປະຊາຊົນຫວຽດນາມ, ທ່ານປະທານປະເທດ ເລືອງເກື່ອງ ຊົມເຊີຍທ່ານ Lee Jae Myung ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ສ.ເກົາຫຼີ ຜູ້ທີ 21; ພ້ອມກັນນັ້ນ, ທ່ານ ໄດ້ສົ່ງຄຳຢື້ຢາມຖາມຂ່າວຂອງທ່ານເລຂາທິການໃຫຍ່ ໂຕເລິມ ແລະການນຳຫວຽດນາມ ມາຍັງທ່ານປະທານາທິບໍດີ Lee Jae Myung.
    |
 |
ທ່ານປະທານປະເທດ ເລືອງເກື່ອງ ສົນທະນາທາງໂທລະສັບກັບທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung. ພາບ: qdnd.vn |
ໃນການສົນທະນາທາງໂທລະສັບ, ທ່ານ ເລືອງເກື່ອງ ເນັ້ນໜັກເຖິງການສົນທະນາທາງໂທລະສັບໂດຍໄວໃນຄັ້ງນີ້ເປັນການສະແດງໃຫ້ເຫັນການຖືເປັນສໍາຄັນຂອງ ສ.ເກົາຫຼີ ຕໍ່ການພົວພັນກັບຫວຽດນາມ. ທ່ານປະທານປະເທດ ຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຍາມໃດກໍ່ຖືເປັນສຳຄັນການພົວພັນກັບ ສ.ເກົາຫຼີ ແລະປາດຖະໜາຢາກພ້ອມກັບທ່ານປະທານາທິບໍດີ Lee Jae Myung ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ ສືບຕໍ່ພັດທະນາຢ່າງແທ້ຈິງ, ມີປະສິດທິຜົນ, ຮອບດ້ານ ແລະຍາວນານໃນໄລຍະຈະມາເຖິງ.
ສ່ວນທ່ານ Lee Jae Myung ຢັ້ງຢືນວ່າ ລັດຖະບານ ສ.ເກົາຫຼີ ຍາມໃດກໍ່ຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຢູ່ພາກພື້ນ, ປາດຖະໜາຢາກຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການພົວພັນສອງປະເທດໃຫ້ພັດທະນາຢ່າງແຮງກວ່າອີກ.
ການນຳສອງທ່ານໄດ້ເຫັນດີເປັນເອກະສັນຜັນຂະຫຍາຍບັນດາທິດທາງໃຫຍ່ເພື່ອເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເລິກເຊິ່ງກວ່າອີກ, ລວມມີ: ສືບຕໍ່ຮັກສາ ແລະຊຸກຍູ້ການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ; ເປີດກວ້າງການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະຕ້ານອາດຊະຍາກຳຂ້າມຊາດ; ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວລະອຽດໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ ເພື່ອຮັບມື້ກັບບັນດາສິ່ງທ້າທາຍທົ່ວໂລກໃນປະຈຸບັນ; ນໍາການຮ່ວມມືດ້ານວິທະຍາສາດ ແລະເຕັກໂນໂລຊີ, ປ່ຽນແປງໃໝ່ປະດິດສ້າງ, ໂດຍສະເພາະແມ່ນຂະແໜງອຸດສາຫະກຳເຕັກໂນໂລຊີສູງເປັນເສົາຄ້ຳຮ່ວມມືທີ່ສໍາຄັນ ເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດ.
ໂດຍ: ທະນາພອນ