ການພົວພັນລະຫວ່າງຫວຽດນາມ - ຍີ່ປຸ່ນ ພັດທະນາຢ່າງແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດ
ກປ.ອອນໄລ - ວັນທີ 6 ມິຖຸນາ, ຢູ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Ito Naoki ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ຍີ່ປຸ່ນ ປະຈໍາຫວຽດນາມ.
ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານປະທານປະເທດ ໄດ້ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ເອົາໃຈໃສ່ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຜ່ານການຢ້ຽມຢາມຂອງການນຳຂັ້ນສູງ; ຜັນຂະຫຍາຍກົນໄກຮ່ວມມືລະຫວ່າງສອງປະເທດຢ່າງມີປະສິດທິຜົນ; ຍູ້ແຮງການແຊກຊ້ອນດ້ານຜົນປະໂຫຍດເສດຖະກິດ, ຮ່ວມມືຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດ, ຄວາມໝັ້ນຄົງດ້ານສະບຽງອາຫານ, ການຮ່ວມມືລົງທຶນ ແລະການຄ້າ… ຜ່ານນັ້ນຊ່ວຍໃຫ້ຫວຽດນາມ ປະຕິບັດການຫັນປະເທດເປັນອຸດສາຫະກຳ, ທັນສະໄໝ, ກໍ່ສ້າງພື້ນຖານເສດຖະກິດເອກະລາດ ແລະເປັນເຈົ້າຕົນເອງ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ Ito Naoki ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມຍີ່ປຸ່ນ ປະຈໍາ ຫວຽດນາມ. ພາບ: qdnd.vn |
ທ່ານປະທານປະເທດ ສະເໜີໃຫ້ສອງຝ່າຍຜັນຂະຫຍາຍເສົາຄ້ຳຮ່ວມມືໃໝ່ ແມ່ນວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ ແລະການຫັນເປັນດີຈີຕອນ ເຊິ່ງໄດ້ກໍານົດໃນການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ ໃນຫວ່າງມໍ່ໆມານີ້ຢ່າງລະອຽດ; ຊຸກຍູ້ການຮ່ວມມືດ້ານການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ພິເສດແມ່ນໃນຂົງເຂດເຄິ່ງຊັກນໍາໄຟຟ້າ ເພື່ອນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງປະເທດ; ຊຸກຍູ້ການຮ່ວມມືໃນຂົງເຂດຫັນເປັນດີຈີຕອນ ເຊິ່ງຝ່າຍຍີ່ປຸ່ນ ມີທ່າແຮງ; ຊຸກຍູ້ການຜັນຂະຫຍາຍເສົາຄ້ຳຮ່ວມມືສຳຄັນທາງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ໃນນັ້ນສືບຕໍ່ຜັນຂະຫຍາຍບັນດາຄຳໝັ້ນສັນຍາ ແລະ ຂໍ້ຕົກລົງທີ່ໄດ້ລົງນາມຢ່າງມີປະສິດທິຜົນ. ສອງຝ່າຍຄວນສືບຕໍ່ເພີ່ມທະວີການຮ່ວມມືລະຫວ່າງທ້ອງຖິ່ນ, ເຊື່ອມຕໍ່ແຫຼ່ງຊັບພະຍາກອນມະນຸດ, ຮ່ວມມືດ້ານແຮງງານ, ພົບປະແລກປ່ຽນວັດທະນະທຳ, ພົບປະແລກປ່ຽນລະຫວ່າງປະຊາຊົນ; ເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ຢູ່ບັນດາກົນໄກ ແລະເວທີປາໄສພາກພື້ນ ແລະ ສາກົນ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Ito Naoki ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມຍີ່ປຸ່ນ ປະຈໍາຫວຽດນາມ. ພາບ: qdnd.vn |
ສ່ວນທ່ານ Ito Naoki ໃຫ້ຮູ້ວ່າ, ທ່ານ Ishiba Shigeru ນາຍົກລັດຖະມົນຕີຍີ່ປຸ່ນ ຕີລາຄາສູງຜົນການຢ້ຽມຢາມຫວຽດນາມ ເມື່ອເດືອນເມສາ ຜ່ານມາ; ຢືນຢັນວ່າ ຍີ່ປຸ່ນ ຍາມໃດກໍ່ສະໜັບສະໜູນນະໂຍບາຍພັດທະນາປະເທດໃນສະພາບທີ່ຫວຽດນາມ ກໍາລັງກ້າວເຂົ້າສູ່ສັງກາດໃໝ່. ທ່ານເອກອັກຄະລັດຖະທູດ ສະເໜີໃຫ້ສອງຝ່າຍເພີ່ມທະວີມາດຕະການຊຸກຍູ້ການພົວພັນລະຫວ່າງສອງປະເທດ, ເສີມຂະຫຍາຍໝາກຜົນການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Ishiba Shigeru, ຜ່ານນັ້ນຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ເປັນຕົ້ນແມ່ນໃນການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ພັດທະນາປັນຍາປະດິດ (AI) ໃຫ້ຫຼາຍກວ່າອີກ.
ໂດຍ: ທູຈາງ