leftcenterrightdel
ທ່ານ Kristen Michal ນາຍົກລັດຖະມົນຕີແອັດສະໂຕນີ ຕ້ອນຮັບທ່ານ ຟ້າມມິງຈິ້ງ ນາຍົກລັດຖະມົນຕີຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະສອງຝ່າຍ, ນາຍົກລັດຖະມົນຕີສອງທ່ານ ໄດ້ແຈ້ງໃຫ້ກັນຮັບຊາບກ່ຽວກັບໝາກຜົນແຫ່ງການພັດທະນາຂອງແຕ່ລະປະເທດໃນໄລຍະມໍ່ໆມານີ້. ສະແດງຄວາມປະທັບໃຈຕໍ່ກັບຄວາມກ້າວໜ້າກະໂດດທີ່ເຮັດໃຫ້ແອັດສະໂຕນີ ກາຍເປັນປະເທດນໍາໜ້າໃນການຫັນເປັນດີຈີຕອນ ແລະລັດຖະບານເອເລັກໂຕນິກ, ທ່ານ ຟ້າມມິງຈິ໊ງ ສະເໜີຝ່າຍແອັດສະໂຕນີ ເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນອັນລ້ຳຄ່າກ່ຽວກັບການຫັນເປັນດີຈີຕອນ, ເສດຖະກິດດີຈີຕອນ, ກໍ່ສ້າງລັດຖະບານເອເລັກໂຕນິກ, ພັດທະນາພື້ນຖານໂຄງລ່າງດີຈີຕອນ, ກໍ່ສ້າງສູນຂໍ້ມູນຂະໜາດໃຫຍ່ຂອງຫວຽດນາມ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ..., ຜ່ານນັ້ນປະກອບສ່ວນຮັບໃຊ້ປະຊາຊົນຫວຽດນາມ ໃຫ້ດີກວ່າເກົ່າ ແລະຊຸກຍູ້ການພັດທະນາເສດຖະກິດ-ສັງຄົມແບບຍືນຍົງ.

ເຫັນດີກັບຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ຟ້ານມິງຈິ໊ງ, ທ່ານນາຍົກລັດຖະມົນຕີແອັດສະໂຕນີ Michal ຢືນຢັນວ່າ ແອັດສະໂຕນີ ປາດຖະໜາຢາກເພີ່ມທະວີການຮ່ວມມືໃນທຸກຂົງເຂດກັບຫວຽດນາມ, ພ້ອມທີ່ຈະຄຽງບ່າຄຽງໄລ່ພ້ອມກັບຫວຽດນາມ ໃນວິວັດການຫັນເປັນດີຈີຕອນ, ນະວັດຕະກຳ ແລະເພີ່ມທະວີການຮ່ວມມືດ້ານວິທະຍາສາດ ແລະເຕັກໂນໂລຢີ, ປັນຍາປະດິດ, ຄວາມປອດໄພດ້ານໄຊເບີ, ການສຶກສາ ແລະບຳລຸງກໍ່ສ້າງ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພົບປະສອງຝ່າຍກັບທ່ານ Kristen Michal ນາຍົກລັດຖະມົນຕີແອັດສະໂຕນີ. ພາບ: ສໍານັກຂ່າວສານຫວຽດນາມ

ການນຳສອງທ່ານຢືນຢັນວ່າ, ສອງປະເທດຄວນສະໜັບສະໜູນ ແລະໜູນຊ່ວຍ ເພື່ອພ້ອມກັນພັດທະນາ, ຜ່ານນັ້ນຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ປາດຖະໜາວ່າ ແອັດສະໂຕນີ ສວມບົດບາດເປັນຂົວຕໍ່ຢ່າງມີປະສິດທິຜົນ ເພື່ອຊ່ວຍໃຫ້ສິນຄ້າສົ່ງອອກປະເພດຕ່າງໆຂອງຫວຽດນາມ ເຂົ້າສູ່ຕະຫຼາດເອີລົບເໜືອ ແລະສະຫະພາບເອີລົບ (ອີຢູ). ສອງຝ່າຍເຫັນດີເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ເປັນຕົ້ນແມ່ນການທ່ອງທ່ຽວ ແລະວັດທະນະທຳ, ຜ່ານການຈັດຕັ້ງການໂຄສະນາ, ເຂົ້າຮ່ວມການເຄື່ອນໄຫວທີ່ໄດ້ຈັດຕັ້ງຢູ່ແຕ່ລະປະເທດ.

ເມື່ອປຶກສາຫາລືກ່ຽວກັບບັນຫາຄວາມໝັ້ນຄົງຢູ່ພາກພື້ນ, ສອງຝ່າຍໄດ້ເຫັນດີເປັນເອກະສັນນໍາກັນ ກ່ຽວກັບຄວາມຈຳເປັນຂອງຄວາມສາມັກຄີສາກົນ, ຄວາມເຄົາລົບກົດໝາຍ ແລະຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ. ທ່ານ ຟ້າມມິງຈິ໊ງ ໃຫ້ຮູ້ວ່າ ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມພ້ອມກັບປະຊາຄົມສາກົນໃນຄວາມມານະພະຍາຍາມຮັກສາສັນຕິພາບ.

ກ່ຽວກັບບັນຫາທະເລ ແລະມະຫາສະໝຸດ, ໃນນັ້ນມີທະເລຕາເວັນອອກ, ສອງຝ່າຍສະໜັບສະໜູນຄວາມເສລີໃນການເດີນເຮືອ ແລະການບິນຢູ່ທະເລຕາເວັນອອກ ບົນພື້ນຖານເຄົາລົບຜົນປະໂຫຍດຂອງບັນດາປະເທດແຄມທະເລ, ສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS), ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ບໍ່ນໍາໃຊ້ ຫຼືນາບຂູ່ນໍາໃຊ້ກໍາລັງຮຸນແຮງ.

leftcenterrightdel
ທ່ານ ຟ້າມມິງຈິ້ງ ນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ Kristen Michal ນາຍົກລັດຖະມົນຕີແອັດສະໂຕນີ ເປັນສັກຂີພິຍານພິທີລົງນາມ ໃນບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືລະຫວ່າງກະຊວງການຕ່າງປະເທດສອງປະເທດ. ພາບ: ສໍານັກຂ່າວສານຫວຽດນາມ

ສິ້ນສຸດການພົບປະສອງຝ່າຍ, ນາຍົກລັດຖະມົນຕີສອງທ່ານ ໄດ້ເປັນສັກຂີພິຍານພິທີລົງນາມ ແລະແລກປ່ຽນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງກະຊວງການຕ່າງປະເທດຫວຽດນາມ ແລະກະຊວງການຕ່າງປະເທດແອັດສະໂຕນີ, ບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືດ້ານການຫັນເປັນດີຈີຕອນ ແລະເສດຖະກິດດີຈີຕອນລະຫວ່າງກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ກັບກະຊວງຍຸຕິທຳ ແລະຫັນເປັນດີຈີຕອນແອັດສະໂຕນີ.

* ຕອນບ່າຍວັນທີ 6 ມິຖຸນາ, ຢູ່ນະຄອນຫຼວງ Tallinn, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາວິສາຫະກິດ ຫວຽດນາມ - ແອັດສະໂຕນີ.

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ເພື່ອໃຫ້ບັນດາວິສາຫະກິດແອັດສະໂຕນີ ເຊັມເຂົ້າຕະຫຼາດອາຊຽນ, ພ້ອມກັນນັ້ນຫວັງວ່າ ແອັດສະໂຕນີ ຈະເປັນຂົວຕໍ່ເພື່ອໃຫ້ວິສາຫະກິດຫວຽດນາມ ເຂົ້າສູ່ບັນດາປະເທດ Baltic ແລະ ບັນດາປະເທດເອີລົບເໜືອ. ທ່ານ ຟ້າມມິງຈິ໊ງ ຮຽກຮ້ອງໃຫ້ວິສາຫະກິດຫວຽດນາມ ແລະແອັດສະໂຕນີ ເພີ່ມທະວີການແລກປ່ຽນ, ປະກອບສ່ວນເຊື່ອມຕໍ່ສອງພື້ນຖານເສດຖະກິດ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ການໂອ້ລົມສົນທະນາວິສາຫະກິດ ຫວຽດນາມ - ແອັດສະໂຕນີ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະເໜີໃຫ້ບັນດາວິສາຫະກິດແອັດສະໂຕນີ ສືບຕໍ່ໜູນຊ່ວຍ, ຮ່ວມເດີນທາງກັບລັດຖະບານ ແລະວິສາຫະກິດຫວຽດນາມ ເປີດກວ້າງການຮ່ວມມືລົງທຶນໃນຂົງເຂດ ເຊິ່ງສອງຝ່າຍມີທ່າແຮງ ແລະ ຄວາມສາມາດບົ່ມຊ້ອນຫຼາຍຢ່າງ; ເພີ່ມທະວີການແລກປ່ຽນ, ສືບຕໍ່ຮັກສາ ແລະເປີດກວ້າງການຮ່ວມມື, ຮັບປະກັນການເຄື່ອນໄຫວຜະລິດຢ່າງເປັນປົກກະຕິ ເພື່ອຜົນປະໂຫຍດຂອງສອງຝ່າຍຕາມທິດຫຼາຍຮູບຫຼາຍແບບ, ໂປ່ງໃສ ແລະຍືນຍົງ; ກ້າຫານ, ເປັນເຈົ້າການມີມາດຕະການແກ້ໄຂບຸກທະລຸ, ມີຫົວຄິດປະດິດສ້າງ ແລະ ທັນສະໄໝ, ຍາດແຍ່ງເອົາກາລະໂອກາດເພື່ອຮ່ວມມືພັດທະນາ, ປະກອບສ່ວນເຂົ້າໃນການພັດທະນາຂອງຫວຽດນາມ ເວົ້າສະເພາະ ແລະ ທົ່ວໂລກເວົ້າລວມ.

* ວັນທີ 6 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ໄປຢ້ຽມຢາມສູນ e-Estonia - ເຊິ່ງເປັນສັນຍາລັກຂອງລັດຖະບານດີຈີຕອນແຖວໜ້າຂອງໂລກ.

ຢູ່ທີ່ນີ້, ທ່ານ ຟ້າມມິງຈິ໊ງ ພ້ອມດ້ວຍຄະນະຜູ້ແທນຫວຽດນາມ ໄດ້ມີການແລກປ່ຍນຢ່າງເລິກເຊິ່ງກັບຝ່າຍເພື່ອນກ່ຽວກັບບັນຫາທີ່ມີຄວາມສົນໃຈ, ຄື: ມາດຕະການແກ້ໄຂການຫັນປ່ຽນດີຈີຕອນສໍາລັບບັນດາປະເທດທີ່ມີປະຊາກອນຫຼາຍ, ເງື່ອນໄຂພັດທະນາຄື ຫວຽດນາມ; ແຫຼ່ງກໍາລັງໃຫ້ການຫັນເປັນດີຈີຕອນ; ບົດບາດຂອງລັດຖະບານ ແລະວິສາຫະກິດເຕັກໂນໂລຢີໃນວິວັດການຫັນເປັນດີຈີຕອນ; ຮັບປະກັນຄວາມສະຫົງບປອດໄພໃນການຫັນເປັນດີຈີຕອນ; ການກໍ່ສ້າງ, ເຊື່ອມຕໍ່, ແບ່ງປັນຂໍ້ມູນ; ມາດຕະການແກ້ໄຂເພື່ອຊ່ວຍໃຫ້ປະຊາຊົນເຂົ້າເຖິງຢ່າງງ່າຍດາຍ ແລະນໍາໃຊ້ຄຸນປະໂຫຍດຈາກການຫັນເປັນດີຈີຕອນ, ເປັນຕົ້ນແມ່ນການບໍລິການສາທາລະນະທາງອອນລາຍ ນໍາມາໃຫ້.

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສູນ e-Estonia ເວົ້າສະເພາະ ແລະຝ່າຍແອັດສະໂຕນີ ເວົ້າລວມຮ່ວມມື, ແບ່ງປັນ, ໜູນຊ່ວຍຫວຽດນາມ ໃນການຫັນເປັນດິີຈີຕອນ. ໃນຕໍ່ໜ້າສະເໜີໃຫ້ສູນ e-Estonia ສົ່ງຄະນະຊ່ຽວຊານໄປແລກປ່ຽນປະສົບການ, ສ້າງແຮງບັນດານໃຈ, ສ້າງກໍາລັງໜູນໃຫ້ຫວຽດນາມ ໃນການຫັນເປັນດີຈີຕອນ, ກໍ່ສ້າງລັດຖະບານດີຈີຕອນ, ສັງຄົມດີຈີຕອນ, ພົນລະເມືອງດີຈີຕອນ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Jevgeni Kabanov, ປະທານກຸ່ມບໍລິສັດ Bolt ຂອງແອັດສະໂຕນີ. ພາບ: ສໍານັກຂ່າວສານຫວຽດນາມ
leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຢ້ຽມຢາມບໍລິສັດ Cybernetica, ແອັດສະໂຕນີ. ພາບ: ສໍານັກຂ່າວສານຫວຽດນາມ

* ຕອນບ່າຍວັນທີ 6 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ມີການຕ້ອນຮັບ ແລະເຮັດວຽກກັບບັນດາກຸ່ມບລໍສັດເສດຖະກິດຂະໜາດໃຫຍ່ຂອງແອັດສະໂຕນີ ເພື່ອແນໃສ່ຫຊຸກຍູ້ການຜັນຂະຫຍາຍການຮ່ວມມືລົງທຶນ, ດໍາເນີນທຸລະກິດ ຢູ່ຫວຽດນາມ.

ໂດຍ: ທູຈາງ