ໂດຍໄດ້ຮັບການມອບສິດຂອງລັດຖະບານລາວ, ທ່ານ ເຫຼັກໄຫຼ ສີວິໄລ ເລຂາພັກແຂວງ, ເຈົ້າແຂວງເຊກອງ ໄດ້ປະດັບຫຼຽນໄຊແຮງງານຊັ້ນ 1 ຂອງລັດຖະບານລາວ ໃຫ້ຄະນະກໍາມະການປະຊາຊົນແຂວງດັກລັກ.

ຢູ່ທີ່ນີ້, ຕາງໜ້າຄະນະກໍາມະການປະຊາຊົນແຂວງດັກລັກ ແລະອໍານາດການປົກກຄອງແຂວງເຊກອງ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບສາຍພົວພັນມິດຕະພາບ ແລະການຮ່ວມມືໄລຍະ 2025-2030.

leftcenterrightdel
ໂດຍໄດ້ຮັບການມອບສິດຂອງລັດຖະບານລາວ, ທ່ານ ເຫຼັກໄຫຼ ສີວິໄລ ເລຂາພັກແຂວງ, ເຈົ້າແຂວງເຊກອງ (ລາວ) ໄດ້ປະດັບຫຼຽນໄຊແຮງງານຊັ້ນ 1 ຂອງລັດຖະບານລາວ ໃຫ້ແກ່ຄະນະກໍາມະການປະຊາຊົນແຂວງດັກລັກ. ພາບ: tienphong.vn

ຕາມນັ້ນແລ້ວ, ສອງຝ່າຍສຸມໃສ່ຍູ້ແຮງການໂຄສະນາ, ຂົນຂວາຍປະຊາຊົນ, ພິເສດແມ່ນລຸ້ນໜຸ່ມກ່ຽວກັບນະໂຍບາຍຂອງສອງພັກ ແລະ ສອງລັດ; ຄວາມຮັບຜິດຊອບໃນການປົກປັກຮັກສາ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ລະຫວ່າງສອງປະເທດ, ສອງຊາດ ແລະອາລົມຈິດອັນດີງາມລະຫວ່າງສອງແຂວງດ້ວຍຮູບການທີ່ເໝາະສົມ. ສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະພົບປະແລກປ່ຽນດ້ານວັດທະນະທໍາ, ກິລາ ແລະການທ່ອງທ່ຽວ ເພື່ອປັບປຸງນໍ້າໃຈມິດຕະພາບ, ແນະນຳຄວາມສາມາດບົ່ມຊ້ອນ ແລະຄວາມຕ້ອງການຮ່ວມມືເພື່ອແນໃສ່ຊຸກຍູ້ການແລກປ່ຽນການຄ້າ, ການລົງທຶນ ແລະ ອຳນວຍຄວາມສະດວກໃຫ້ແກ່ວິສາຫະກິດຜັນຂະຫຍາຍໂຄງການ.

ບົດບັນທຶກຊ່ວຍຈໍາດັ່ງກ່າວຍັງສະແດງໃຫ້ເຫັນວ່າ ສອງແຂວງຈະເພີ່ມທະວີການຮ່ວມມື ແລະແລກປ່ຽນບົດຮຽນປະສົບການໃນການປູກຝັງ, ລ້ຽງສັດ, ສິນໃນນ້ຳ, ປ່າໄມ້, ປຸງແຕ່ງຜະລິດຕະພັນກະສິກຳ ແລະ ຮ່ວມສໍາພັນຈໍາໜ່າຍຜະລິດຕະພັນກະສິກຳ ຕາມລະບົບຕ່ອງໂສ້ມູນຄ່າ, ພ້ອມທັງອຳນວຍຄວາມສະດວກ ໃຫ້ແກ່ປະຊາຊົນແຂວງເຊກອງ ມາກວດ ແລະປິ່ນປົວພະຍາດ ຢູ່ແຂວງດັກລັກ.

leftcenterrightdel
ແຂວງດັກລັກ ແລະແຂວງເຊກອງ ລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມື. ພາບ: tienphong.vn

ທ່ານ ຫງວຽນດິ່ງຈູງ, ເລຂາພັກແຂວງດັກລັກ ໄດ້ສະແດງຄວາມພາກພູມໃຈອັນໃຫຍ່ຫຼວງຕໍ່ກັບອົງຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນແຂວງດັກລັກ, ສະແດງໃຫ້ເຫັນຄວາມຮັບຮູ້ຢ່າງເລິກເຊິ່ງຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າທີ່ມີ ຕໍ່ກັບຄວາມມານະພະຍາຍາມ ແລະ ການປະກອບສ່ວນທີ່ຕັ້ງໜ້າຂອງແຂວງດັກລັກ ໃນການຮັກສາ ແລະພັດທະນາສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ.

ສ່ວນທ່ານ ເຫຼັກໄຫຼ ສີວິໄລ ເລຂາພັກແຂວງ, ເຈົ້າແຂວງເຊກອງ ສະເໜີໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ຊຸກຍູ້ການພົວພັນຮ່ວມມືຮອບດ້ານ ແລະຄວາມສາມັກຄີແບບພິເສດທີ່ເປັນມູນເຊື້ອຂອງສອງພັກ, ສອງລັດຖະບານ ແລະປະຊາຊົນສອງປະເທດລາວ-ຫວຽດນາມ, ລະຫວ່າງແຂວງເຊກອງ ກັບແຂວງດັກລັກ ໃຫ້ນັບມື້ນັບອົບອຸ່ນ, ເຂົ້າສູ່ລວງເລິກ, ນໍາມາເຊິ່ງບຸກລະລຸໃໝ່.

ໂດຍ: ທູຈາງ