ໄຂສັບປະດາວັດທະນະທຳ, ກິລາ ແລະທ່ອງທ່ຽວແຂວງກວາງນາມ ປີ 2025
ຕອນຄ່ຳວັນທີ 6 ມິຖຸນາ, ຢູ່ນະຄອນ ໂຮ້ຍອານ, ຄະນະກຳມະການປະຊາຊົນແຂວງກວາງນາມ ໄດ້ດຳເນີນພິທີໄຂເຫດການສັບປະດາວັດທະນະທຳ, ກິລາ ແລະທ່ອງທ່ຽວແຂວງກວາງນາມ ປີ 2025.
ເຫດການເພື່ອແນໃສ່ສ້າງຜະລິດຕະພັນວັດທະນະທຳ, ທ່ອງທ່ຽວໃໝ່, ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດມາແຂວງກວາງນາມ ໃນປີ 2025 ແລະ ຊຸມປີຕໍ່ໄປ. ຜ່ານບັນດາການເຄື່ອນໄຫວໄດ້ປະກອບສ່ວນເຊີດຊູ, ອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທຳ, ສິລະປະ, ການທ່ອງທ່ຽວແຂວງກວາງນາມ ແລະຂຸດຄົ້ນເຄື່ອງໝາຍການທ່ອງທ່ຽວ “ກວາງນາມ - ຈຸດນັດພົບຂອງການທ່ອງທ່ຽວສີຂຽວ” ຢ່າງມີປະສິດທິຜົນ.
    |
 |
ການສະແດງສິລະປະທີ່ເປັນເອກະລັກໃນພິທີໄຂ. ພາບ:baoquangnam.vn |
ເຫດການໄດ້ດຳເນີນໃນວັນທີ 6 ມິຖຸນາ ຮອດວັນທີ 29 ມິຖຸນາ ຢູ່ບັນດາທ້ອງຖິ່ນຄື ໂຮ້ຍອານ, ຕາມກີ່, ດ້ຽນບ່ານ, ຢຸຍຊວຽນ ແລະ ບາງທ້ອງຖິ່ນອື່ນໃນແຂວງ ດ້ວຍກິດຈະກຳທີ່ເປັນເອກະລັກຫຼາຍຢ່າງ. ພົ້ນເດັ່ນ, ຄື: Festival ໝີ່ກວາງ - ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ; ງານບຸນໂດດຈ້ອງຜ່ານດິນແດນແຫ່ງມໍລະດົກ; ງານບຸນທະເລຕາມກີ່ ປີ 2025…
ແຫຼ່ງຄັດຈາກ: vovworld.vn