ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບປະທານາທິບໍດີ ສີລັງກາ
ກປ.ອອນໄລ - ຕອນບ່າຍວັນທີ 4 ພຶດສະພາ, ຢູ່ສໍານັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ຕ້ອນຮັບທ່ານ Anura Kumara Dissanayaka ປະທານາທິບໍດີ ສີລັງກາ, ການນໍາພັກແນວໂຮມປົດປ່ອຍປະຊາຊົນ ສີລັງກາ (JVP) ເນື່ອງໃນໂອກາດເດີນທາງມາຢ້ຽມຢາມທາງລັດຖະກິດ ຫວຽດນາມ ແລະເຂົ້າຮ່ວມວັນບຸນວິສາຂະບູຊາ ສະຫະປະຊາຊາດ (Vesak).
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານ Anura Kumara Dissanayaka ປະທານາທິບໍດີ ສີລັງກາ. ພາບ: ຟ້າມຮຶງ. |
ທີ່ການຕ້ອນຮັບ, ທ່ານ ໂຕເລິມ ຊົມເຊີຍທ່ານ Anura Kumara Dissanayaka ມາຢ້ຽມຢາມຫວຽດນາມ ເນື່ອງໃນໂອກາດທີ່ສອງປະເທດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ; ຕີລາຄາສູງທ່ານປະທານາທິບໍດີ ທີ່ໄດ້ຮັບຄໍາເຊື້ອເຊີນເຂົ້າຮ່ວມ ແລະກ່າວຄຳເຫັນທີ່ພິທີເປີດ Vesak; ຂອບໃຈທ່ານປະທານາທິບໍດີ ສົ່ງຈົດໝາຍອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 50 ປີ; ເນັ້ນໜັກວ່າ ນີ້ແມ່ນເຫດການສຳຄັນພິເສດ, ບໍ່ພຽງແຕ່ສຳລັບປະຊາຊົນຫວຽດນາມ ເທົ່ານັ້ນ, ຫາກຍັງສໍາລັບເພື່ອນມິດສາກົນ, ໃນນັ້ນມີ ສີລັງກາ ອີກດ້ວຍ, ທີ່ໄດ້ຮ່ວມເດີນທາງ, ສະໜັບສະໜູນ ແລະຊ່ວຍເຫຼືອ ຫວຽດນາມ ໃນສະໄໝຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລກປ່ຽນກັບທ່ານ Anura Kumara Dissanayaka ປະທານາທິບໍດີ ສີລັງກາ ທີ່ການຕ້ອນຮັບ. ພາບ: ຟ້າມຮຶງ. |
ສ່ວນທ່ານປະທານາທິບໍດີ Anura Kumara Disanayaka ເນັ້ນໜັກວ່າ ຫວຽດນາມ ແລະສີລັງກາ ມີການພົວພັນມິດຕະພາບອັນສະໜິດສະໜົມ ແລະຍາມໃດກໍສະໜັບສະໜູນເຊິ່ງກັນ ແລະກັນຕະຫຼອດໄລຍະປະຫວັດສາດ. ທ່ານປະທານາທິບໍດີ ອີກເທື່ອໜຶ່ງຊົມເຊີຍພັກ, ລັດ ແລະປະຊາຊົນ ຫວຽດນາມ ກ່ຽວກັບໄຊຊະນະປະຫວັດສາດໃນວັນທີ 30 ເມສາ 1975, ຢືນຢັນວ່າ ນີ້ບໍ່ພຽງແຕ່ແມ່ນໄຊຊະນະຂອງປະຊາຊົນຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນໄຊຊະນະຂອງປະຊາຊົນສີລັງກາ ກໍຄືປະຊາຊົນທີ່ຮັກຫອມສັນຕິພາບໃນທົ່ວໂລກ ອີກດ້ວຍ.
ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະສະໜິດຕິດພັນກວ່າອີກລະຫວ່າງສອງປະເທດ, ສອງພັກກຳອຳນາດ, ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ນໍາການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບກາຍເປັນເສົາຄ້ຳໃໝ່ໃນການພົວພັນສອງປະເທດ; ພ້ອມກັນນັ້ນ, ສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ, ປະກອບສ່ວນຮັບມືຢ່າງມີປະສິດທິຜົນຕໍ່ການຜັນແປຢ່າງວ່ອງໄວຂອງສະຖານະການການເມືອງ, ເສດຖະກິດໂລກ. ທ່ານ ໂຕເລິມ ຢັ້ງຢືນວ່າ ດ້ວຍທ່າແຮງຂອງຕົນ, ຫວຽດນາມ ປາດຖະໜາຢາກຮ່ວມເດີນທາງ ແລະຮ່ວມມືກັບ ສີລັງກາ ໃນການພັດທະນາເສດຖະກິດ-ສັງຄົມ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: ຟ້າມຮຶງ. |
ທ່ານປະທານາທິບໍດີ ສີລັງກາ ຊົມເຊີຍ ແລະຢືນຢັນວ່າ ຈະສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຫວຽດນາມ ລົງທຶນເຂົ້າໃນບັນດາຂົງເຂດສຳຄັນ, ຍຸດທະສາດຢູ່ສີລັງກາ. ສອງຝ່າຍກໍ່ເຫັນດີເປີດກວ້າງກວ່າອີກການຮ່ວມມືໃນຂົງເຂດກະສິກຳ, ການສຶກສາ, ວັດທະນະທຳ, ການພົບປະແລກປ່ຽນປະຊາຊົນ, ການທ່ອງທ່ຽວ, ສາສະໜາ, ຊຸກຍູ້ການເປີດສາຍການບິນໂດຍກົງໂດຍໄວ ເພື່ອໜູນຊ່ວຍການຮ່ວມມື, ເຊື່ອມຕໍ່ລະຫວ່າງສອງປະເທດ.
ການນຳສອງທ່ານ ເຫັນດີຈະຮ່ວມມືຢ່າງແໜ້ນແຟ້ນກວ່າອີກ ແລະເພີ່ມທະວີການສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນສະຫະປະຊາຊາດ, ການຮ່ວມມືໃຕ້-ໃຕ້. ທ່ານເລຂາທິການໃຫຍ່ ໂຕເລິມ ຕີລາຄາສູງ ສີລັງກາ - ສະມາຊິກທີ່ຕັ້ງໜ້າຂອງສະຫະປະຊາຊາດ ແລະ ເຊີມເຊີຍ ສີລັງກາ ເພີ່ມທະວີກວ່າອີກການພົວພັນຮ່ວມມືກັບອາຊຽນ.
ໂດຍ: ໄຊຊະນະ