ທ່ານປະທານປະເທດຫວຽດນາມ ຕ້ອນຮັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ
ກປ.ອອນໄລ - ວັນທີ 28 ເມສາ, ທີ່ແຂວງຮ່າຕິງ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ຕ້ອນຮັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ເນື່ອງໃນໂອກາດທ່ານ ທອງລຸນ ສີສຸລິດ ມາຫວຽດນາມ ເຂົ້າຮ່ວມພິທີເປີດນໍາໃຊ້ທ່າເຮືອເລກ 3 - ທ່າກໍາປ່ັນຫວູງອ໊າງ - ແມ່ນໜຶ່ງໃນບັນດາຈິດຈະການສໍາຄັນເພື່ອເຊື່ອມຕໍ່ເສດຖະກິດລະຫວ່າງສອງປະເທດ ແລະເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ.
ທີ່ການພົບປະ, ທ່ານ ເລືອງເກື່ອງ ປະທານປະເທດ ສະແດງຄວາມປິຕິຊົມຊື່ນທີ່ໄດ້ພົບປະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ຄືນໃໝ່ໃນເວລາສັ້ນ ພາຍຫຼັງການຢ້ຽມຢາມທາງລັດຖະກິດ ສປປ ລາວ ຂອງທ່ານປະເທດປະເທດຫວຽດນາມ; ທ່ານ ສະແດງຄວາມຂອບໃຈມາຍັງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ມາເຂົ້າຮ່ວມພິທີເປີດນໍາໃຊ້ທ່າເຮືອເລກ 3 - ທ່າກໍາປັ່ນຫວູງອ໊າງ ແລະພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ, ສະແດງການພົວພັນສະໜິດຕິດພັນ, ຄວາມສາມັກຄີແບບພິເສດຫວຽດນາມ-ລາວ. ທ່ານ ເລືອງເກື່ອງ ຢືນຢັນວ່າ ໄຊຊະນະວັນທີ 30 ເມສາ 1975 ແມ່ນເຫດການປະຫວັດສາດອັນສະຫງ່າລາສີທີ່ໜ້າເອກອ້າງທະນົງໃຈຂອງຊາວຫວຽດນາມ; ທ່ານເນັ້ນໜັກວ່ານີ້ແມ່ນໄຊຊະນະຂອງນໍ້າໃຈຮັກຊາດ, ຈິດໃຈການປະຕິວັດ, ອົງອາດກ້າແກ່ນ ແລະຄວາມຄາດຫວັງຢາກມີອິດສະຫຼະພາບ, ເອກະລາດ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: ນາມແອງ |
ກ່ຽວກັບເລື່ອງເປີດນໍາໃຊ້ທ່າເຮືອເລກ 3 - ທ່າກໍາປັ່ນຫວູງອ໊າງ, ທ່ານ ເລືອງເກືອງ ຢືນຢັນວ່າ ນີ້ແມ່ນເຫດການການເມືອງ-ການທູດສໍາຄັນ, ແມ່ນສັນຍາລັກທີ່ມີຊີວິດຊີວາໃຫ້ການພົວພັນສັດຊື່ບໍລິສຸດ, ການພົວພັນທີຫາຍາກ, ສະແດງການຕັດສິນໃຈຂອງສອງຝ່າຍໃນການຊຸກຍູ້ການຮ່ວມມືພັດທະນາລະຫວ່າງສອງປະເທດ. ທ່ານປະທານປະເທດ ເຊື່ອໝັ້ນວ່າ ທ່າເຮືອເລກ 3 - ທ່າກໍາປັ່ນຫວູງອ໊າງ ຈະຕອບສະໜອງຄວາມຕ້ອງການຂົນສົ່ງສິນຄ້ານັບມື້ນັບເພີ່ມຂຶ້ນຂອງສອງປະເທດ, ຮັບໃຊ້ການຂົນສົ່ງສິນຄ້າຜ່ານດ່ານ ແລະພົວພັນການຄ້າຮ່ວມມືກັບປະເທດເພື່ອນລາວ, ແຕ່ຈາກນັ້ນປະກອບສ່ວນເຂົ້າໃນການພັດທະນາ ແລະເຊື່ອມໂຍງເຂົ້າກັບເສດຖະກິດຂອງແຕ່ລະປະເທດ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: ນາມແອງ |
ສ່ວນທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ຊົມເຊີຍ ແລະຢືນຢັນວ່າ ເຫດການ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມ ເປັນເອກະພາບມີທີ່ຕ້ັງ ແລະຄວາມໝາຍສໍາຄັນຕໍ່ກັບພັກ, ລັດ ແລະປະຊາຊົນຫວຽດນາມ. ນີ້ແມ່ນໄຊຊະນະອັນສະຫງ່າລາສີຂອງຊາດຫວຽດນາມ ແລະຂອງທັງສາມປະເທດຫວຽດນາມ - ລາວ - ກໍາປູເຈຍ ເຊິ່ງໄດ້ທົ່ວໂລກ ແລະເພື່ອນມິດຮັກສັນຕິພາບນິຍົມນັບຖື;...
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: ນາມແອງ |
ທ່ານ ທອງລຸນ ສີສຸລິດ ຢັ້ງຢືນວ່າ ໂຄງການທ່າເຮືອເລກ 3 - ທ່າກໍາປັ່ນຫວູງອ໊າງ ແມ່ນສັນຍາລັກຂອງນໍ້າໃຈມິດຕະພາບຫວຽດນາມ-ລາວ ໃນໄລຍະໃໝ່; ແມ່ນກິດຈະການປະກອບສ່ວນຜັນຂະຫຍາຍຍຸດທະສາດ “ຊ່ວຍປະເທດລາວ ເປັນປະເທດທີ່ບໍ່ໍ່ຕິດຈອດກັບທະເລກາຍເປັນປະເທດເຊື່ອມຕໍ່ກັບທະເລ”; ແມ່ນຮູບແບບການຮ່ວມມືຍຸດທະສາດ, ມີຄວາມໝາຍພິເສດດ້ານການເມືອງ, ເສດຖະກິດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ເລື່ອງປະຕິບັດສໍາເລັດໂຄງການຮ່ວມມືສໍາຄັນນີ້ແມ່ນໝາກຜົນຂອງຄວາມມານະພະຍາຍາມ, ການຕັດສິນໃຈ ແລະຮ່ວມມືຢ່າງແໜ້ນແຟ້ນຂອງທັງສອງຝ່າຍ.
ເນື່ອງໃນໂອກາດນີ້, ການນໍາສອງທ່ານໄດ້ສະແດງຄວາມຕັດສິນໃຈໃນການປະຕິບັດຂໍ້ຕົກລົງຂັ້ນສູງສະບັບຕ່າງໆຫວຽດນາມ-ລາວ, ໃນນັ້ນມີໝາກຜົນຂອງການຢ້ຽມຢາມທາງລັດຖະກິດ ສປປ ລາວ ຂອງທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຫວ່າງແລ້ວນີ້ເພື່ອແນໃສ່ນໍາການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ-ລາວ ໃຫ້ນັບມື້ນັບໝັ້ນແກ່ນໃນສະພາບການໃໝ່.
ໂດຍ: ໄຊນີດາ