ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ຕີລາຄາສູງອາລົມຈິດ, ບົດບາດ ແລະການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດອີຢູ ແລະຄະນະຜູ້ຕາງໜ້າອີຢູ ປະຈຳ ຫວຽດນາມ ໃນການພັດທະນາການພົວພັນ ຫວຽດນາມ-ອີຢູ; ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມມານະພະຍາຍາມຂອງສອງຝ່າຍ, ການພົວພັນຫວຽດນາມ-ອີຢູ ຈະນັບມື້ນັບໄດ້ຮັບການປັບປຸງ, ມີເນື້ອແທ້ ແລະພັດທະນາຂຶ້ນສູ່ລະດັບສູງໃໝ່. ທ່ານເລຂາທິການໃຫຍ່ ຢືນຢັນວ່າ ອີຢູ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າໃນນະໂຍບາຍພົວພັນຕ່າງປະເທດຂອງຫວຽດນາມ ແລະຮູ້ສຶກເພິ່ງພໍໃຈເມື່ອເຫັນວ່າພາຍຫຼັງ 35 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1990-2025), ການພົວພັນສອງຝ່າຍພັດທະນາຢ່າງຂະຫຍັນຂັນເຄື່ອນ, ຮອບດ້ານໃນທຸກຂົງເຂດ.
ທ່ານເລຂາທິການໃຫຍ່ ຢືນຢັນວ່າ ຫວຽດນາມ ມີແຜນນະໂຍບາຍຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ, ຮ່ວມມືສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດກັບທຸກຄູ່ຮ່ວມມື, ໃນນັ້ນມີ ອີຢູ ແລະບັນດາປະເທດສະມາຊິກ, ຊຸກຍູ້ການຮ່ວມມືດ້ານການຄ້າ-ການລົງທຶນແບບຍືນຍົງ, ມຸ່ງໄປເຖິງການປະຕິບັດເປົ້າໝາຍພັດທະນາແບບຍືນຍົງລວມ. ບົນພື້ນຖານດັ່ງກ່າວ, ທ່ານເລຂາທິການໃຫຍ່ ຊົມເຊີຍ ອີຢູ ເອົາໃຈໃສ່ຮ່ວມມືກັບຫວຽດນາມ ໃນຂົງເຂດຫັນປ່ຽນສີຂຽວ, ຫັນເປັນດີຈີຕອນ, ພັດທະນາແບບຍືນຍົງ, ວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກຳ, ພະລັງງານທົດແທນ, ພື້ນຖານໂຄງລ່າງຍືນຍົງ, ອຸດສາຫະກຳປ້ອງກັນຊາດ, ບຳລຸງສ້າງຊັບພະຍາກອນມະນຸດ, ກົດໝາຍ; ສະເໜີສອງຝ່າຍປະສານສົມທົບໃນການແກ້ໄຂຂໍ້ຕິດຂັດກ່ຽວກັບການຄ້າໃນຂອບເຂດສັນຍາ EVFTA.
    |
 |
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານ Julien Guerrier ເອກອັກຄະລັດຖະທູດສະຫະພາບເອີລົບ. ພາບ: ຟ້າມກຽນ |
ສຳລັບບັນຫາສາກົນ ແລະພາກພື້ນ, ທ່ານເລຂາທິການໃຫຍ່ ຢືນຢັນວ່າ ຫວຽດນາມ ແມ່ນປະເທດຮັກຫອມສັນຕິພາບ, ແມ່ນສະມາຊິກຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນໃນການແກ້ໄຂບັນຫາພາກພື້ນ ແລະທົ່ວໂລກ. ທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານເອກອັກຄະລັດຖະທູດ ເຫັນດີເປັນເອກະພາບວ່າ ຫວຽດນາມ ແລະ ອີຢູ ລ້ວນແຕ່ມີຄວາມຕ້ອງການຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະໃນໂລກເພື່ອພັດທະນາ, ຄວນເພີ່ມທະວີການຮ່ວມມືໃນຂອບເຂດອາຊຽນ-ອີຢູ, ຮັກສາສັນຕິພາບ ແລະຄວາມໝັ້ນຄົງຢູ່ທະເລຕາເວັນອອກ, ພາກພື້ນທີ່ມີຄວາມໝາຍຍຸດທະສາດຕໍ່ກັບການຄ້າທົ່ວໂລກ.
ທ່ານ Julien Guerrier ປາດຖະໜາຢາກຊ່ວຍເຫຼືອຫວຽດນາມ ໃນການປະຕິບັດເປົ້າໝາຍກາຍເປັນປະເທດພັດທະນາໃນປີ 2045 ແລະການປ່ອຍອາຍພິດລົງລະດັບ 0 ໃນປີ 2050; ອີຢູ ປາດຖະໜາຢາກຍູ້ແຮງການຮ່ວມມືກັບຫວຽດນາມ ໃນຂົງເຂດ ພື້ນຖານໂຄງລ່າງ, ຄົມມະນາຄົມຂົນສົ່ງ, ພະລັງງານທົດແທນ, ການບິນ-ອາວະກາດ, ໂທລະຄົມມະນາຄົມ, ຫັນເປັນສີຂຽວ. ທ່ານເອກອັກຄະລັດຖະທູດ ຖືວ່າ ອີຢູ ແລະຫວຽດນາມ ມີຜົນປະໂຫຍດລວມໃນການຮັກສາລະບົບການຄ້າສາກົນ ແລະຕ່ອງໂສ້ການສະໜອງບໍ່ຖືກຂາດຕິດຂາດຕອນ, ຮັກສາການເຕີບໂຕໝັ້ນຄົງ ແລະວັດທະນາຖາວອນຂອງແຕ່ລະປະເທດ.
* ຕອນບ່າຍວັນດຽວກັນ, ຢູ່ສໍານັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານ Meynardo Los Banos Montealegre ເອກອັກຄະລັດຖະທູດ ຟິລິບປິນ ປະຈຳ ຫວຽດນາມ.
ທ່ານ ໂຕເລິມ ຕີລາຄາສູງການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດ ໃນການຊຸກຍູ້ການພົວພັນຫວຽດນາມ-ຟິລິບປິນ ໃນໄລຍະຜ່ານມາ; ເນັ້ນໜັກວ່າ ປີ 2025 ທີ່ມີຄວາມໝາຍສຳຄັນ, ເປັນຂີດໝາຍສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ແລະຟິລິບປິນ; ພາກພູມໃຈຕໍ່ການພັດທະນາຢ່າງຕັ້ງໜ້າ ແລະມີປະສິດທິຜົນຂອງການພົວພັນລະຫວ່າງສອງປະເທດ, ທັງໃນຂອບເຂດສອງຝ່າຍ ແລະຫຼາຍຝ່າຍ; ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະປາດຖະໜາຢາກພັດທະນາຢ່າງແຂງແຮງ, ນຳການພົວພັນກັບ ຟິລິບປິນ ຂຶ້ນສູ່ລະດັບສູງໃໝ່, ເລິກເຊິ່ງ ແລະຮອບດ້ານກວ່າ.
    |
 |
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານເອກອັກຄະລັດຖະທູດ ຟິລິບປິນ. ພາບ: ຟ້າມກຽນ |
ທ່ານເລຂາທິການໃຫຍ່ ໂຕເລິມ ສະແດງຄວາມເຊື່ອໝັ້ນວ່າ ທ່ານເອກອັກຄະລັດຖະທູດ ຈະສືບຕໍ່ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງຫວຽດນາມ ແລະຟິລິບປິນ ພັດທະນາຢ່າງແຮງ, ຮອບດ້ານ ແລະແທດຈິງກວ່າອີກ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.
ທ່ານເອກອັກຄະລັດຖະທູດ Montealegre ຂອບໃຈທ່ານເລຂາທິການໃຫຍ່ ກ່ຽວກັບການຕີລາຄາ ແລະການສະເໜີການກຳນົດທິດສຳຄັນຕໍ່ກັບການພົວພັນສອງປະເທດໃນໄລຍະຈະມາເຖິງ; ຢັ້ງຢືນວ່າ ສະຖານທູດ ຟິລິບປິນ ຈະຕັ້ງໜ້າປະສານສົມທົບກັບອົງການກ່ຽວຂ້ອງຂອງຫວຽດນາມ ຈັດຕັ້ງຫຼາຍກິດຈະກຳແທດຈິງ, ມີປະສິດທິຜົນ, ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ແລະປີ 2026 ຈະສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ກໍ່ຄື ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການພົວພັນສອງປະເທດພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ ແລະມີປະສິດທິຜົນກວ່າອີກໃນທຸກຂົງເຂດ.
ໂດຍ: ແສງເດືອນ