ຊົມເຊີຍທ່ານນາງ Gillian Bird ທີ່ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ, ທ່ານປະທານປະເທດ ເລືອງເກື່ອງ ເຊື່ອໝັ້ນວ່າ ທ່ານນາງ Gillian Bird ຈະມີອາຍຸການປະສົບຜົນສໍາເລັດຢ່າງຈົບງາມ ດ້ວຍບັນດາການປະກອບສ່ວນສຳຄັນເຂົ້າໃນການພັດທະນາການພົວພັນລະຫວ່າງ 2 ປະເທດ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານນາງ Gillian Bird ເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ. ພາບ: qdnd.vn |
ທ່ານນາງ Gillian Bird ເນັ້ນໜັກວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງອົດສະຕາລີ ຢູ່ພາກພື້ນ. ໃນສະພາບການສາກົນໃນປະຈຸບັນ, ທ່ານນາງເອກອັກຄະລັດຖະທູດອົດສະຕາລີ ປາດຖະໜາວ່າ 2 ປະເທດຈະສືບຕໍ່ຊຸກຍູ້ການຮ່ວມມື ເພື່ອການພັດທະນາຢ່າງໝັ້ນຄົງ ແລະ ວັດທະນາຖາວອນຂອງແຕ່ລະປະເທດ ແລະ ພາກພື້ນ.
ທ່ານປະທານປະເທດ ໄດ້ຮຽກຮ້ອງໃຫ້ທ່ານນາງ Gillian Bird ເອົາໃຈໃສ່, ກະຕຸກຊຸກຍູ້ ແລະຫັນບັນດາຂໍ້ຕົກລົງທີ່ໄດ້ລົງນາມແລ້ວເຂົ້າສູ່ລວງເລິກ ແລະແທດຈິງ; ໃນນັ້ນ, ຕ້ອງສືບຕໍ່ຊຸກຍູ້ການພົບປະແລກປ່ຽນຂັ້ນສູງ ແລະທຸກຂັ້ນ, ຂະແໜງການຂັ້ນສູນກາງ ແລະທ້ອງຖິ່ນ; ຊຸກຍູ້ການຮ່ວມມືລົງທຶນໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງ ກວ່າອີກ ຄື: ການຄ້າ, ການສຶກສາ-ບຳລຸງສ້າງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະການພົບປະແລກປ່ຽນປະຊາຊົນ. ບົນພື້ນຖານປັບປຸງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, 2 ຝ່າຍສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ ບົນພື້ນຖານກົດໝາຍສາກົນ, ພິເສດແມ່ນກົດບັດສະຫະປະຊາຊາດ.
* ທີ່ການຕ້ອນຮັບທ່ານ Reinaldo Rafael Espinal Nunez ເອກອັກຄະລັດຖະທູດ Dominicana, ທ່ານປະທານປະເທດ ເລືອງເກື່ອງ ໃຫ້ຮູ້ວ່າ ຫວຽດນາມ ປາດຖະໜາຢາກປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະຍົກສູງປະສິດທິຜົນການພົວພັນຮ່ວມມື, ຕອບສະໜອງຄວາມສາມາດບົ່ມຊ້ອນ ແລະຄວາມຕ້ອງການຂອງສອງຝ່າຍ, ພິເສດແມ່ນດ້ານເສດຖະກິດ - ການຄ້າ ແລະການລົງທຶນ, ວັດທະນະທຳ ແລະພົບປະແລກປ່ຽນປະຊາຊົນ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານເອກອັກຄະລັດຖະທູດ Reinaldo Rafael Espinal Nunez. ພາບ: qdnd.vn |
ທ່ານ Reinaldo Rafael Espinal Nunez ໃຫ້ຄຳໝັ້ນສັນຍາຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ການພັດທະນາການຮ່ວມມືລະຫວ່າງ 2 ປະເທດ ຂຶ້ນສູ່ລະດັບສູງໃໝ່ໃນໄລຍະຈະມາເຖິງ.
* ຊົມເຊີຍທ່ານ Azeddine Bechka ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດ Algeria ປະຈຳຫວຽດນາມ, ທ່ານປະທານປະເທດ ເລືອງເກື່ອງ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນຮ່ວມມືທີ່ເປັນມູນເຊື້ອ ແລະການຮ່ວມມືມິດຕະພາບກັບ Algeria, ເຊິ່ງເປັນຄູ່ຮ່ວມມືມິດຕະພາບຂອງຫວຽດນາມ ຢູ່ອາຟຣິກາ ຢ່າງບໍ່ຢຸດຢັ້ງ ແລະເລິກເຊິ່ງທີ່ສຸດ. ທ່ານປະທານປະເທດ ຖືວ່າ ຫວຽດນາມ ແລະ Algeria ຄວນເພີ່ມທະວີການຮ່ວມມື ແລະໜູນຊ່ວຍເຊິ່ງກັນ ແລະກັນ ເພື່ອພ້ອມກັນພັດທະນາກວ່າອີກ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານເອກອັກຄະລັດຖະທູດ Azeddine Bechka. ພາບ: qdnd.vn |
ຂອບໃຈທ່ານປະທານປະເທດ ທີ່ໄດ້ສະຫຼະເວລາຕ້ອນຮັບ, ທ່ານ Azeddine Bechka ໃຫ້ຄຳໝັ້ນສັນຍາວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງ ແລະຊຸກຍູ້ສາຍພົວພັນລະຫວ່າງສອງປະເທດ; ຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດການຄ້າ ແລະAlgeria ພ້ອມແລ້ວທີ່ຈະເປັນປະຕູເພື່ອຊ່ວຍໃຫ້ ຫວຽດນາມ ເປີດກວ້າງຕະຫຼາດໄປຍັງບັນດາປະເທດອາຟຣິກາ.
* ທີ່ການຕ້ອນຮັບທ່ານ Fernando Miguel ເອກອັກຄະລັດຖະທູດ Angola ປະຈຳ ຫວຽດນາມ, ທ່ານປະທານປະເທດ ເລືອງເກື່ອງ ໃຫ້ຮູ້ວ່າ ຫວຽດນາມ ພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມືດ້ານກະສິກຳ, ສິນໃນນ້ຳ, ອຸດສາຫະກຳປຸງແຕ່ງ, ໂທລະຄົມມະນາຄົມ, ຫັນເປັນດີຈີຕອນ, ການສຶກສາ, ບຳລຸງສ້າງ, ສາທາລະນະສຸກ… ກັບ Angola ໃນບັນດາຊ່ອງທາງຮ່ວມມືສອງຝ່າຍ ແລະການຮ່ວມມືຫຼາຍຝ່າຍ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານເອກອັກຄະລັດຖະທູດ Fernando Migue. ພາບ: qdnd.vn |
ທ່ານເອກອັກຄະລັດຖະທູດ Fernando Miguel ປາດຖະໜາວ່າ 2 ຝ່າຍຈະກຳນົດບັນດາຂົງເຂດທີ່ມີທ່າແຮງ ເພື່ອຮ່ວມມືຄື: ບໍ່ແຮ່, ນ້ຳມັນອາຍແກັສ, ການທ່ອງທ່ຽວ ໂດຍໄວ; ຫວັງວ່າ ຈະມີນັກລົງທຶນຫວຽດນາມ ຈະມາລົງທຶນຢູ່ Angola ນັບມື້ນັບຫຼາຍຂຶ້ນ.
ໂດຍ: ທະນາພອນ