ທ່ານ ສອນໄຊ ສີພັນດອນ ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບ ແລະຕີລາຄາສູງການຢ້ຽມຢາມທາງລັດຖະກິດຄັ້ງທຳອິດຂອງສະຫາຍ ເລືອງເກື່ອງ ໃນຖານະຕຳແໜ່ງໃໝ່, ສະແດງໃຫ້ເຫັນການຖືເປັນສໍາຄັນຢ່າງສູງໃນການພົວພັນ ຫວຽດນາມ - ລາວ; ແບ່ງປັນອາລົມຈິດອັນພິເສດເມື່ອໄດ້ພົບປະກັບທ່ານປະທານປະເທດ ເລືອງເກື່ອງ ເມື່ອບໍ່ເທົ່າໃດວັນ ເນື່ອງໃນໂອກາດທີ່ ທ່ານ ເຂົ້າຮ່ວມກອງປະຊຸມສຸດຍອດເວທີປາໄສຄູ່ຮ່ວມມື ເພື່ອການເຕີບໂຕສີຂຽວ ແລະເປົ້າໝາຍທົ່ວໂລກ (P4G) ຄັ້ງທີ 4 ທີ່ຜ່ານມາ ຢູ່ຫວຽດນາມ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ພົບປະກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ພາບ: qdnd.vn |
ທ່ານ ສອນໄຊ ສີພັນດອນ ສະແດງຄວາມປະທັບໃຈຕໍ່ບັນດາຜົນງານອັນພົ້ນເດັ່ນ, ຮອບດ້ານ ທີ່ ພັກ, ລັດ ແລະປະຊາຊົນຫວຽດນາມ ອ້າຍນ້ອງ ບັນລຸໄດ້ໃນໄລຍະຜ່ານມາ, ໂດຍເນັ້ນໜັກວ່າ ນີ້ແມ່ນແຫຼ່ງກຳລັງໃຈອັນໃຫຍ່ຫຼວງໃຫ້ແກ່ລາວ ໃນພາລະກິດປົກປັກຮັກສາ, ສ້າງສາ ແລະພັດທະນາປະເທດ; ຂອບໃຈທ່ານປະທານປະເທດ ເລືອງເກື່ອງ ໄດ້ມີຄໍາເຫັນທີ່ດີງາມຕໍ່ການພົວພັນລະຫວ່າງສອງປະເທດ ແລະບັນດາຄໍາໃຫ້ກຳລັງໃຈອັນໃຫຍ່ຫຼວງຕໍ່ລາວ ໃນການຈັດຕັ້ງປະຕິບັດການພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ.
ທ່ານປະທານປະເທດ ຊົມເຊີຍ ແລະຕີລາຄາສູງບັນດາຜົນງານຮອບດ້ານ, ການເມືອງມີສະຖຽນລະພາບ, ເສດຖະກິດເຕີບໂຕຢ່າງຕັ້ງໜ້າ ເຊິ່ງ ພັກ, ລັດ ແລະປະຊາຊົນ ລາວ ພະຍາຍາມບັນລຸໄດ້ໃນໄລຍະຜ່ານມາ; ເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ໂດຍ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ເປັນຜູ້ນໍາໜ້າ, ການບໍລິຫານຢ່າງຂ້ຽວຂາດຂອງທ່ານນາຍົກລັດຖະມົນຕີ ແລະການຮ່ວມເດີນທາງຂອງສະພາແຫ່ງຊາດ, ປະເທດລາວ ອ້າຍນ້ອງ ຈະປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຢ່າງມີໄຊ ແລະກ້າວໄປເຖິງການຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.
ອີກເທື່ອໜຶ່ງ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ສະແດງຄວາມເສຍໃຈຕໍ່ ພັກ, ລັດ ແລະປະຊາຊົນລາວ ກໍ່ຄື ສ່ວນຕົວທ່ານນາຍົກລັດຖະມົນຕີ ແລະຄອບຄົວ ຕໍ່ການຈາກໄປຂອງສະຫາຍ ຄຳໄຕ ສີພັນດອນ, ອະດີດປະທານພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ, ພໍ່ຂອງທ່ານນາຍົກລັດຖະມົນຕີ ລາວ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ພົບປະກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ພາບ: qdnd.vn |
ແຈ້ງໃຫ້ທ່ານ ສອນໄຊ ສີພັນດອນ ຮັບຊາບກ່ຽວກັບຜົນການພົບປະສອງຝ່າຍກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ລາວ ໃນຕອນບ່າຍຂອງວັນທີ 24 ເມສາ ທີ່ປະສົບຜົນສໍາເລັດຢ່າງຈົບງາມ, ທ່ານ ເລືອງເກື່ອງ ແບ່ງປັນວ່າ, ສອງຝ່າຍສະແດງຄວາມປິຕິຊົມຊື່ນ ແລະຕີລາຄາສູງບັນດາໝາກຜົນອັນພົ້ນເດັ່ນຂອງການຮ່ວມມືສອງຝ່າຍໃນທຸກຂົງເຂດໃນໄລຍະຜ່ານມາ; ຢືນຢັນທັດສະນະສະເໝີຕົ້ນສະເໝີປາຍຂອງພັກ, ລັດຫວຽດນາມ ແມ່ນສືບຕໍ່ປັບປຸງ, ເພີ່ມທະວີການພົວພັນມິດຕະພາບອັນຍິ່ງໃຫຍ່ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ ແລະສອງປະເທດ ຫວຽດນາມ - ລາວ, ພ້ອມແລ້ວທີ່ຈະແບ່ງປັນບົດຮຽນພັດທະນາກັບລາວ, ໃນນັ້ນມີການສັບຊ້ອນກົງຈັກການຈັດຕັ້ງໃຫ້ກະທັດຮັດ, ເຄື່ອນໄຫວຢ່າງມີປະສິດທິຜົນຢູ່ຂັ້ນສູນກາງ ແລະທ້ອງຖິ່ນ.
ເນັ້ນໜັກເຖິງຄວາມປາດຖະໜາຢາກນໍາການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ ກາຍເປັນເສົາຄ້ຳທີ່ແທ້ຈິງ ໃນການພົວພັນສອງຝ່າຍ ເພື່ອມຸ່ງໄປເຖິງເປົ້າໝາຍວົງເງິນການຄ້າ 5 ຕື້ໂດລາສະຫະລັດ ໃນຊຸມປີຕໍ່ໜ້າ ແລະໃນສະເພາະໜ້າແມ່ນເພີ່ມຂຶ້ນ 10-15% ໃນປີ 2025, ສອງຝ່າຍເຫັນດີເປັນເອກະພາບຈະມານະພະຍາຍາມສົມທົບກັນຊຸກຍູ້ການແກ້ໄຂບັນດາໂຄງການຮ່ວມມືຈຸດສຸມທີ່ໄດ້ຕົກລົງ, ເອົາໃຈໃສ່ຊຸກຍູ້ບັນດາໂຄງການເຊື່ອມຕໍ່, ເປັນຕົ້ນແມ່ນໃນຂົງເຂດຄົມມະນາຄົມ; ພະລັງງານ, ໃນນັ້ນມີການລະດົມທຶນຈາກຄູ່ຮ່ວມມືເພື່ອປະຕິບັດໂຄງການເສັ້ນທາງດ່ວນ ຮ່າໂນ້ຍ-ວຽງຈັນ, ເສັ້ນທາງລົດໄຟ ວຽງຈັນ-ຫວຸ້ງອາງ...
ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີກວ່າອີກການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ບົນພື້ນຖານປັດໄຈບ້ານໃກ້ເຮືອນຄຽງທີ່ມີພູຜາປ່າໄມ້ແມ່ນ້ຳລໍາເຊຕິດຈອດກັນ ແລະມີເປົ້າໝາຍ, ຜົນປະໂຫຍດລວມ ແມ່ນສ້າງສາພັດທະນາປະເທດແຫ່ງສັນຕິພາບ, ສະຖຽນລະພາບ; ສົມທົບກັນ ສະກັດກັ້ນ ແລະຕ້ານການກໍ່ການຮ້າຍ, ສະກັດກັ້ນ ແລະຕ້ານອາດຊະຍາກຳຂ້າມຊາດທຸກປະເພດ, ພິເສດແມ່ນອາດຊະຍາກຳຢາເສບຕິດ; ສືບຕໍ່ສົມທົບກັນຊອກຫາ, ທ້ອນໂຮມ, ຈັດສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດ.
ເມື່ອແລກປ່ຽນກ່ຽວກັບບັນຫາພາກພື້ນ ແລະສາກົນ, ການນຳສອງປະເທດ ໄດ້ເຫັນດີເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະປຶກສາຫາລືເຊິ່ງກັນ ແລະກັນເພື່ອໃຫ້ມີທັດສະນະລວມ ໃນບັນດາບັນຫາພາກພື້ນ ແລະສາກົນ.
ໂດຍ: ໄຊຊະນະ