ທ່ານປະທານປະເທດ ເລືອງເກື່ອງ ຢ້ຽມຢາມທ່ານ ບຸນຍັງ ວໍລະຈິດ ແລະທ່ານ ຈູມມະລີ ໄຊຍະສອນ ອະດີດເລຂາທິການໃຫຍ່, ປະທານປະເທດລາວ
ກປ.ອອນໄລ - ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ສປປ ລາວ, ວັນທີ 25 ເມສາ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ພົບປະກັບທ່ານ ບຸນຍັງ ວໍລະຈິດ ແລະທ່ານ ຈູມມະລີ ໄຊຍະສອນ ອະດີດເລຂາທິການໃຫຍ່, ປະທານປະເທດລາວ ຜ່ານໄລຍະຕ່າງໆ.
ທີ່ການພົບປະຕ່າງໆ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ແຈ້ງໃຫ້ຊາບກ່ຽວກັບຄວາມໝາຍການຢ້ຽມຢາມທາງລັດຖະກິດ ສປປ ລາວ ຄັ້ງນີ້; ຢືນຢັນວ່າ ສາຍພົວພັນ ຫວຽດນາມ-ລາວ ເປັນຊັບສິນອັນລໍ້າຄ່າ, ມີຄວາມໝາຍເປັນຕາຍຕໍ່ພາລະກິດປະຕິວັດຂອງສອງປະເທດ. ທ່ານປະທານປະເທດ ເລືອງເກື່ອງ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ນັບຖືຢ່າງສູງການປະກອບສ່ວນອັນລໍ້າຄ່າຂອງບັນດາສະຫາຍອະດີດການນຳລາວ ສໍາລັບການພົວພັນແບບພິເສດ ຫວຽດນາມ-ລາວ ແລະຫວັງວ່າ ບັນດາສະຫາຍອະດີດການນຳລາວ ຈະສືບຕໍ່ສະໜັບສະໜູນ ແລະປະກອບຄຳເຫັນໃຫ້ການປັບປຸງ ແລະເຮັດໃຫ້ການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ເລິກເຊິ່ງກວ່າອີກ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ພົບປະກັບທ່ານ ບຸນຍັງ ວໍລະຈິດ ແລະທ່ານ ຈູມມະລີ ໄຊຍະສອນ ອະດີດເລຂາທິການໃຫຍ່, ປະທານປະເທດລາວ ຜ່ານໄລຍະຕ່າງໆ. ພາບ: ຫງວຽນຕ໊ວນ |
ບັນດາສະຫາຍອະດີດການນຳຂັ້້ນສູງລາວ ອວຍພອນຜົນງານອັນໃຫຍ່ຫຼວງຂອງຫວຽດນາມ ໃນໄລຍະຜ່ານມາ, ຢັ້ງຢືນບົດບາດ ແລະທີ່ຕັ້ງຂອງຫວຽດນາມ ນັບມື້ນັບໄດ້ຮັບການຍົກສູງໃນເວທີສາກົນ; ເຊື່ອໝັ້ນວ່າ ສາຍພົວພັນສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຈະສືບຕໍ່ໄດ້ຮັບການຮັດແໜ້ນ ແລະເກີດດອກອອກຜົນໃນໄລຍະຈະມາເຖິງ.
ການນຳເຫັນດີເປັນເອກະພາບຄວາມສໍາຄັນຂອງການສືບຕໍ່ເອົາໃຈໃສ່ສຶກສາອົບຮົມ ແລະໂຄສະນາໃຫ້ປະຊາຊົນສອງປະເທດ, ເປັນຕົ້ນແມ່ນລຸ້ນໜຸ່ມກ່ຽວກັບມູນເຊື້ອການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ສືບຕໍ່ຄຽງບ່າຄຽງໄຫຼ່ ແລະສົມທົບກັນຢ່າງແໜ້ນແຟ້ນເພື່ອຍາດເອົາໄຊຊະນະອັນໃຫຍ່ຫຼວງກວ່າອີກ.
ໂດຍ: ເຈິ່ນຮວ່ຽນ