ພາຍຫຼັງພິທີຕ້ອນຮັບ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ມີການພົບປະເຈລະຈາກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດແຫ່ງ ສສ ຫວຽດນາມ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: qdnd.vn

ທ່ານ ເລືອງເກື່ອງ ແລະທ່ານ ທອງລຸນ ສີສຸລິດ  ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມຂອງການພົວພັນຫວຽດນາມ - ລາວ; ເຫັນດີເປັນເອກະພາບຈະສືບຕໍ່ໃຫ້ບຸລິມະສິດສູງສຸດໃນການຊຸກຍູ້ການຮ່ວມມືສອງຝ່າຍໃນທຸກຂົງເຂດ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມການພົບປະເຈລະຈາ. ພາບ: qdnd.vn

ການນຳສອງທ່ານ ໄດ້ປຶກສາຫາລືຢ່າງເລິກເຊິ່ງ ແລະເຫັນດີເປັນເອກະພາບບັນດາການກໍານົດທິດໃນການພັດທະນາການພົວພັນສອງປະເທດໃນໄລຍະຈະມາເຖິງ, ຕາມນັ້ນແລ້ວ, ເຫັນດີເປັນເອກະພາບປັບປຸງການພົວພັນດ້ານການເມືອງທີ່ໄວ້ເນື້ອເຊື່ອໃຈ, ໃກ້ຊິດ, ຮັກສາບັນດາການຢ້ຽມຢາມ, ການພົບປະຂັ້ນສູງ ແລະທຸກຂັ້ນຢ່າງເປັນປະຈໍາ, ສຸມໃສ່ຍູ້ແຮງການພົບປະແລກປ່ຽນການຮ່ວມມືລະຫວ່າງປະຊາຊົນສອງປະເທດດ້ວຍຫຼາຍຮູບຫຼາຍແບບ; ສຸມໃສ່ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ສັນຍາ, ຍຸດທະສາດການຮ່ວມມື...

leftcenterrightdel
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ແລະຄະນະຜູ້ແທນຂັ້ນສູງຂອງລາວ ເຂົ້າຮ່ວມການພົບປະເຈລະຈາ. ພາບ: qdnd.vn

ການນຳສອງທ່ານໄດ້ເຫັນດີເປັນເອກະພາບກ່ຽວກັບຄວາມຕ້ອງການຊອກຫາວິທີການໃໝ່, ມີຫົວຄິດປະດິດສ້າງເພື່ອແນໃສ່ຍົກສູງປະສິດທິຜົນຂອງການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ວິທະຍາສາດ-ເຕັກນິກ ບົນພື້ນຖານເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະທ່າແຮງຂອງແຕ່ລະປະເທດຫຼາຍທີ່ສຸດ, ໃນນັ້ນມີການເພີ່ມທະວີການເຊື່ອມຕໍ່ຢ່າງແໜ້ນແຟ້ນໃນຂົງເຂດເສດຖະກິດ, ພື້ນຖານໂຄງລ່າງ, ງົບປະມານ-ການເງິນ, ການທ່ອງທ່ຽວລະຫວ່າງສອງປະເທດ...

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: qdnd.vn
leftcenterrightdel
ທ່ານ ເລືອງເກື່ອງ ແລະທ່ານ ທອງລຸນ ສີສຸລິດ ນຳໜ້າຄະນະຜູ້ແທນຂັ້ນສູງສອງປະເທດເຂົ້າຮ່ວມການພົບປະເຈລະຈາ. ພາບ: qdnd.vn

ເນື່ອງໃນໂອກາດນີ້, ທ່ານ ເລືອງເກື່ອງ ໃຫ້ຮູ້ວ່າ: ພັກ, ລັດ ແລະປະຊາຊົນຫວຽດນາມ ໄດ້ຕົກລົງມອບໂຄງການກໍ່ສ້າງໂຮງໝໍຂັ້ນເມືອງຢູ່ແຂວງວຽງຈັນ ດ້ວຍມູນຄ່າ 3 ລ້ານ ໂດລາສະຫະລັດ ໃຫ້ພັກ, ລັດ ແລະປະຊາຊົນລາວ ແລະສະເໜີໃຫ້ສອງຝ່າຍສົມທົບກັນຜັນຂະຫຍາຍປະຕິບັດໃຫ້ສຳເລັດໂດຍໄວໃນປີ 2026, ປະກອບສ່ວນສ້າງຂີດໝາຍຊົມເຊີຍໝາກຜົນຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ.

* ພາຍຫຼັງການພົບປະເຈລະຈາ, ທ່ານ ເລືອງເກື່ອງ  ແລະທ່ານ ທອງລຸນ ສີສຸລິດ ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມື ແລະມອບ-ຮັບໃບອະນຸຍາດ, ໃນນັ້ນມີ: ໜັງສືເຈດຈຳນົງລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດລາວ ກ່ຽວກັບເລື່ອງກະຊວງປ້ອງກັນປະເທດຫວຽດນາມ ໜູນຊ່ວຍກໍ່ສ້າງສໍານັກງານກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ; ໂຄງການຮ່ວມມືປີ 2025 ລະຫວ່າງກະຊວງຍຸຕິທຳຫວຽດນາມ ແລະກະຊວງຍຸຕິທຳລາວ...

leftcenterrightdel
ພິທີລົງນາມ ແລະມອບ-ຮັບໃບອະນຸຍາດລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດລາວ. ພາບ: qdnd.vn

* ໃນຕອນຄໍ່າວັນດຽວກັນ, ກ່ອນເມື່ອທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ເປັນປະທານງານລ້ຽງຕ້ອນຮັບຢ່າງສົມກຽດ, ການນຳສອງທ່ານ ໄດ້ເຂົ້າຮ່ວມພິທີບາສີສູ່ຂວັນເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດລາວ.

leftcenterrightdel
ທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມພິທີບາສີສູ່ຂວັນອວຍພອນບຸນປີໃໝ່ລາວ. ພາບ: qdnd.vn

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ໄດ້ແບ່ງປັນວ່າ ການຢ້ຽມຢາມທາງລັດຖະກິດຂອງທ່ານ ເລືອງເກື່ອງ ປະທານປະເທດ ໄດ້ນຳມາເຊິ່ງນໍ້າໃຈມິດຕະພາບອັນອົບອຸ່ນ, ຄວາມສາມັກຄີອັນສະໜິດຕິດພັນໃນໂອກາດບຸນປີໃໝ່.

ໂດຍ: ຈາງຫງວຽນ