ທ່ານ ໄຊສົມພອນ ພົມວິຫານ ສະແດງຄວາມຍິນດີຕ້ອນຮັບ ທ່ານ ເລືອງເກື່ອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ເຊິ່ງເປັນຄັ້ງທໍາອິດ ໄປຢ້ຽມຢາມທາງລັດຖະກິດ ສປປ ລາວ ໃນຖານະເປັນປະທານປະເທດ, ສະແດງໃຫ້ເຫັນອາລົມຈິດມິດຕະພາບທີ່ເຕັມໄປດ້ວຍຖານສະຫາຍຂອງພັກ, ລັດ ແລະປະຊາຊົນຫວຽດນາມ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ລາວ. ພາບ: qdnd.vn

ທ່ານ ໄຊສົມພອນ ພົມວິຫານ ຊົມເຊີຍບັນດາຜົນງານດ້ານການເມືອງ, ເສດຖະກິດ, ການຕ່າງປະເທດ ທີ່ ຫວຽດນາມ ບັນລຸໄດ້, ບົດບາດ, ຖານະທີ່ຕັ້ງຂອງຫວຽດນາມ ນັບມື້ນັບສູງຂຶ້ນຢູ່ພາກພື້ນ ແລະໃນເວທີສາກົນ.

ທ່ານປະທານປະເທດ ເລືອງເກື່ອງ ສະແດງຄວາມປິຕິຊົມຊື່ນເມື່ອໄປຢ້ຽມຢາມປະເທດ ລາວ ເນື່ອງໃນໂອກາດບຸນປີໃໝ່ຂອງລາວ. ທ່ານປະທານປະເທດ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ປະເທດ ລາວ ນັບມື້ນັບບັນລຸຜົນງານພັດທະນາສໍາຄັນຫຼາຍຢ່າງ, ປະກອບສ່ວນໃຫ້ແກ່ຄວາມໝັ້ນຄົງດ້ານເສດຖະກິດ, ຄວບຄຸມໄພເງິນເຟີ້, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ຍົກສູງທີ່ຕັ້ງສາກົນຂອງລາວ, ໃນນັ້ນມີຜົນສໍາເລັດຂອງປີປະທານອາຊຽນ 2024 ແລະໄອປາ 2024; ເຊື່ອໝັ້ນວ່າ ລາວ ຈະປະຕິບັດສໍາເລັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX, ກະກຽມ ແລະຈັດຕັ້ງສໍາເລັດກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ແລະກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: qdnd.vn

ທ່ານ ເລືອງເກື່ອງ ຕີລາຄາສູງການຮ່ວມມືຢ່າງມີປະສິດທິຜົນ, ໜັກແໜ້ນລະຫວ່າງສະພາແຫ່ງຊາດສອງປະເທດ ໃນໄລຍະຜ່ານມາ ປະກອບສ່ວນຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນມິດຕະພາບອັນຍິ່ງໃຫຍ່ ຫວຽດນາມ - ລາວ.

ທ່ານ ໄຊສົມພອນ ພົມວິຫານ ຂອບໃຈຕໍ່ການແບ່ງປັນອັນສະໜິດສະໜົມຂອງທ່ານປະທານປະເທດ ເລືອງເກື່ອງ ກ່ຽວກັບການພົວພັນຮ່ວມມືແບບພິເສດ ລາວ-ຫວຽດນາມ, ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍຄຽງບ່າຄຽງໄລ່ພ້ອມກັບພັກ, ລັດ ແລະປະຊາຊົນລາວ ນັບແຕ່ສະໄໝຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ໃນເມື່ອກ່ອນມາຮອດພາລະກິດສ້າງສາ, ພັດທະນາປະເທດ ໃນປັດຈຸບັນ; ຫຼາຍໂຄງການພື້ນຖານໂຄງລ່າງສໍາຄັນຂອງ ລາວ ໄດ້ມີການເຂົ້າຮ່ວມ, ໜູນຊ່ວຍຂອງຫວຽດນາມ, ໃນນັ້ນມີຫໍສະພາແຫ່ງຊາດລາວ ປັດຈຸບັນໄດ້ກາຍເປັນສັນຍາລັກໃໝ່ຢູ່ນະຄອນຫຼວງວຽງຈັນ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມການພົບປະ. ພາບ: qdnd.vn

ທ່ານປະທານສະພາແຫ່ງຊາດລາວ ສະແດງການສະໜັບສະໜູນສູງສຸດຕໍ່ແນວທາງພັດທະນາຂອງຫວຽດນາມ, ຢັ້ງຢືນວ່າ ອົງການນິຕິບັນຍັດຂອງສອງປະເທດ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຮັກສາການແລກປ່ຽນ, ພົບປະຢ່າງເປັນປະຈໍາລະຫວ່າງສອງສະພາແຫ່ງຊາດ, ແລະລະຫວ່າງກໍາມາທິການຂອງສະພາແຫ່ງຊາດສອງປະເທດ, ເພື່ອແບ່ງປັນບົດຮຽນປະຕິຮູບ, ສັບຊ້ອນ ກົງຈັກການຈັດຕັ້ງໃຫ້ກະທັດຮັດຄືນໃໝ່, ພ້ອມກັບການຕັດສິນໃຈກໍ່ສ້າງລະບົບການເມືອງທີ່ທັນສະໄໝ, ມີຄວາມໄຫວພິບ, ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງປະເທດ.

leftcenterrightdel
ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແລະຄະນະຜູ້ແທນຂັ້ນສູງລາວ ເຂົ້າຮ່ວມການພົບປະ. ພາບ: qdnd.vn

ການນໍາສອງທ່ານ ຢັ້ງຢືນຄືນໃໝ່ ຍາມໃດກໍຖືເປັນສໍາຄັນ ແລະສະຫງວນບຸລິມະສິດສູງສຸດໃຫ້ແກ່ການປັບປຸງ ແລະເພີ່ມທະວີການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ຖືນີ້ແມ່ນຊັບສົມບັດອັນລໍ້າຄ່າ, ປັດໄຈເປັນຕາຍຕໍ່ກັບພາລະກິດປະຕິວັດຂອງແຕ່ລະປະເທດ; ເຫັນດີສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນ ແລະພົບປະຂັ້ນສູງເປັນປະຈໍາ; ຕັ້ງໜ້າຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ໃນນັ້ນມີຂໍ້ຕົກລົງຮ່ວມມືລະຫວ່າງສອງສະພາແຫ່ງຊາດ; ສືບຕໍ່ເພີ່ມທະວີບັນດາການເຄື່ອນໄຫວແລກປ່ຽນ, ແບ່ງປັນບົດຮຽນໃນການກໍ່ສ້າງ ແລະປັບປຸງລະບຽບລະບອບການ, ລະບອບກົດໝາຍໃຫ້ສົມບູນແບບ; ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດກ່ຽວກັບລະບອບລະບຽບການ/ກົນໄກ, ສ້າງຂອບນິຕິກໍາກົດໝາຍທີ່ສະດວກໃຫ້ແກ່ວິສາຫະກິດ ແລະທ້ອງຖິ່ນສອງປະເທດ ຜັນຂະຫຍາຍການຮ່ວມມືຕາມທິດຍືນຍົງ, ຕ່າງຝ່າຍຕ່າງມີຜົນປະໂຫຍດ. ການນໍາສອງທ່ານ ກໍຕີລາຄາສູງເລື່ອງສອງຝ່າຍ ພວມຕັ້ງໜ້າຄົ້ນຄວ້າຮຽບຮຽງ ແລະພິມຈໍາໜ່າຍປຶ້ມ “50 ປີແຫ່ງການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະສະພາແຫ່ງຊາດ ລາວ”; ເຊື່ອໝັ້ນວ່າ ປຶ້ມເຫຼັ້ມນີ້ຈະປະກອບສ່ວນໂຄສະນາຢ່າງເລິກເຊິ່ງກວ້າງຂວາງ, ຍົກສູງຄວາມຮັບຮູ້ຂອງປະຊາຊົນສອງປະເທດ ກ່ຽວກັບການພົວພັນທີ່ສະໜິດຕິດພັນ ຫວຽດນາມ-ລາວ.

ສອງຝ່າຍເຫັນດີເພີ່ມທະວີຄວາມສາມັກຄີ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນທີ່ເວທີປາໄສພາກພື້ນ ແລະສາກົນ, ປຶກສາຫາລື, ສົມທົບກັນສະໜັບສະໜູນຫຼັກໝັ້ນໃນບັນດາບັນຫາສາກົນ ແລະພາກພື້ນທີ່ສອດຄ່ອງກັບຜົນປະໂຫຍດ, ຄວາມເອົາໃຈໃສ່ຂອງແຕ່ລະປະເທດ, ສອດຄ່ອງກັບຫຼັກໝັ້ນລວມຂອງອາຊຽນ, ໂດຍສະເພາະແມ່ນ ທີ່ກອງປະຊຸມ ສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (ໄອປາ), ກອງປະຊຸມສະມັດຊາໃຫຍ່ລັດຖະສະພາສາກົນ (IPU), ເວທີປາໄສລັດຖະສະພາອາຊີ-ປາຊີຟິກ (APPF), ສະມັດຊາລັດຖະສະພາ ຝຣັ່ງໂກໂຟນີ (APF).

ໂດຍ: ໄຊຊະນະ