ໃນບັນຍາກາດຂອງຊຸມວັນເດືອນ ເມສາ ປະຫວັດສາດປີນີ້, ຄະນະຊາວຫວຽດນາມ ອາໄສຢູ່ຕ່າງປະເທດດີເດັ່ນໄດ້ມີການເດີນທາງໄປຢ້ຽມຢາມທະຫານ ແລະປະຊາຊົນຢູ່ໝູ່ເກາະເຈື່ອງຊາ ແລະຮ້ານເວນຍາມ DKI, ພ້ອມທັງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30-4-1975 / 30-4-2025). ທ່ານ ຫງວຽນຈູງກຽນ, ປະທານຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມ ຢູ່ຕ່າງປະເທດ, ກະຊວງການຕ່າງປະເທດຫວຽດນາມ ໄດ້ແບ່ງປັນກ່ຽວກັບລັກສະນະພິເສດໃນການເດີນທາງໄປເຈື່ອງຊາ ປີນີ້ ແລະວຽກງານກະກຽມໃຫ້ແກ່ການເຄື່ອນໄຫວຂອງຄະນະຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ມາເຂົ້າຮ່ວມເດີນສວນສະໜາມໃນເຫດການການເມືອງສໍາຄັນຂອງຫວຽດນາມ ໃນວັນທີ 30 ເມສາ 2025.
ນັກຂ່າວ: ຮຽນທ່ານ, ການໄປຢ້ຽມຢາມທະຫານ ແລະປະຊາຊົນຢູ່ໝູ່ເກາະ ເຈື່ອງຊາ ແລະຮ້ານເວນຍາມ DK1 ປີນີ້ຂອງຄະນະຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ມີລັກສະນະພິເສດຫຍັງແດ່ເມື່ອທຽບໃສ່ກັບຊຸມປີກ່ອນ? ທ່ານຕີລາຄາຄືແນວໃດກ່ຽວກັບຜົນກະທົບທີ່ແຜ່ຂະຫຍາຍຈາກການເດີນທາງນີ້ຕໍ່ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ?
ທ່ານ ຫງວຽນຈູງກຽນ: ການເດີນທາງໄປເຈື່ອງຊາ ໄດ້ກາຍເປັນເຄື່ອງໝາຍການຄ້າໜຶ່ງຕໍ່ກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ຜ່ານການໄປເຈື່ອງຊາ ມາແລ້ວກວ່າ 10 ຄັ້ງ, ມາຮອດປະຈຸບັນ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ມີຄວາມເອກອ້າງທະນົງໃຈ ແລະມີຄວາມເຊື່ອໝັ້ນເຂົ້າໃນການຕັດສິນໃຈປົກປັກຮັກສາປະເທດຂອງພັກ, ລັດ ແລະປະຊາຊົນໃນປະເທດ. ສິ່ງດັ່ງກ່າວນີ້ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງໃນການປົກປັກຮັກສາ ແລະພັດທະນາໝູ່ເກາະ ເຈື່ອງຊາ.
ລາຍການເດີນທາງໄປໝູ່ເກາະເຈື່ອງຊາ ແລະຮ້ານເວນຍາມ DK1 ປີນີ້ມີຈຸດພິເສດເມື່ອທຽບໃສ່ກັບການຢ້ຽມຢາມຂອງຊຸມປີທີ່ຜ່ານມາ. ນີ້ແມ່ນຈຸດເວລາໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງປະເທດ, 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ. ການໄປ ເຈື່ອງຊາ ຄັ້ງນີ້ມີຄວາມໝາຍຢ່າງໃຫຍ່ຫຼວງ, ສະນັ້ນຄະນະກໍາມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະກອງບັນຊາການເຫຼົ່າທັບເຮືອ ຫວັງວ່າ ການໄປຄັ້ງນີ້ບໍ່ພຽງແຕ່ແມ່ນການໄປຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດເທົ່ານັ້ນ ຫາກຍັງມີການເຂົ້າຮ່ວມຂອງປັນຍາຊົນ, ຜູ້ຊົງຄຸນວຸດທິ ແລະຜູ້ແທນໃນປະເທດ. ຍ້ອນເຫດນັ້ນ, ພວກຂ້າພະເຈົ້າເອີ້ນນີ້ວ່າ ແມ່ນກໍາປັ່ນຖ້ຽວມະຫາສາມັກຄີ.
    |
 |
ບັນດາຜູ້ແທນຊາວຫວຽດນາມ ອາໄສຢູ່ຕ່າງປະເທດຢ້ຽມຢາມ ໝູ່ເກາະເຈື່ອງຊາປີ 2024. ພາບ: vov.vn |
ພໍ່ແມ່ປະຊາຊົນໄປຢ້ຽມຢາມເກາະ ແມ່ນເພື່ອໄດ້ເຫັນປະຈັກຕາຕົນເອງກ່ຽວກັບຄວາມມານະພະຍາຍາມຂອງທະຫານ ແລະປະຊາຊົນໃນການປົກປັກຮັກສາເກາະ. ພໍ່ແມ່ປະຊາຊົນຈະເຂົ້າໃຈຄວາມມານະພະຍາຍາມຂອງພັກ, ລັດ, ນັກຮົບ ແລະປະຊາຊົນທີ່ປົກປັກຮັກສາປະເທດ. ດ້ວຍຂໍ້ມູນ ແລະການເຂົ້າຮ່ວມຕົວຈິງຂອງຕົນ, ພໍ່ແມ່ປະຊາຊົນທີ່ອາໄສຢູ່ຕ່າງປະເທດໄດ້ສົ່ງສານໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດກ່ຽວກັບຄວາມຕັດສິນໃຈ, ອາລົມຈິດຂອງພໍ່ແມ່ປະຊາຊົນຢູ່ພາຍໃນປະເທດໃນການປົກປັກຮັກສາປະເທດ. ນັ້ນເປັນທາດແຫ່ງຄວາມຜູກພັນລະຫວ່າງພໍ່ແມ່ປະຊາຊົນຢູ່ພາຍໃນປະເທດກັບພໍ່ແມ່ປະຊາຊົນທີ່ຢູ່ຕ່າງປະເທດ.
ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກໍ່ເຂົ້າຮ່ວມປະກອບສ່ວນຫຼາຍໃນວຽກງານການສ້າງທະເລໝູ່ເກາະ. ເຖິງຢ່າງໃດກໍ່ຕາມ, ເມື່ອທຽບໃສ່ກັບຄວາມມານະພະຍາຍາມຂອງປະຊາຊົນທີ່ຢູ່ພາຍໃນປະເທດແລ້ວນັ້ນແມ່ນຍັງບໍ່ທັນຫຼາຍ, ມາຮອດປະຈຸບັນ, ບັນດາຄະນະປະຕິບັດງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ປະກອບສ່ວນເກືອບ 30 ຕື້ດົ່ງເພື່ອປົວແປງ, ກໍ່ສ້າງບັນດາກິດຈະກໍາຢູ່ໝູ່ເກາະເຈື່ອງຊາ ແລະຮ້ານເວນຍາມ DK1.
ລາຍການຢ້ຽມຢາມໝູ່ເກາະເຈື່ອງຊາ ກໍ່ມີຄວາມໝາຍຢ່າງໃຫຍ່ຫຼວງທີ່ສຸດຕໍ່ກັບຜູ້ທີ່ເຮັດວຽກງານກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ພວກຂ້າພະເຈົ້າຍິ່ງມີຄວາມຮັບຮູ້ຢ່າງເລິກເຊິ່ງກວ່າກ່ຽວກັບຄຸນຄ່າຂອງທະເລໝູ່ເກາະ ແລະສະໜິດຕິດພັນຂອງພໍ່ແມ່ປະຊາຊົນກັບກິດຈະການປົກປັກຮັກສາທະເລໝູ່ເກາະ.
ນັກຂ່າວ: ດ້ວຍພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບປີນີ້, ທ່ານຕັ້ງຄວາມຫວັງຫຍັງແດ່ຕໍ່ການມີໜ້າຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດເປັນຈໍານວນຫຼວງຫຼາຍ ໃນການເຄື່ອນ ໄຫວສໍາຄັນຍິ່ງນີ້?
ທ່ານ ຫງວຽນຈູງກຽນ: ປີນີ້, ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ມີຄວາມໝາຍສໍາຄັນ. ປະເທດເຮົາສະເຫຼີມສະຫຼອງໄຊຊະນະປີກ່ອນ. ພາຍຫຼັງທີ່ປົດປ່ອຍພາກໃຕ້, ປະເທດພວກເຮົາໄດ້ຜ່ານຜ່າຄວາມຫຍຸ້ງຍາກທີ່ສຸດ. ມາຮອດປີ 1990, ປະເທດເຮົາເລິ່ມປ່ຽນແປງໃໝ່. ແລະມາຮອດປີ 2025, ປະເທດຫວຽດນາມ ບືນຕົວຂຶ້ນຢ່າງແທ້ຈິງ.
    |
 |
ທ່ານ ຫງວຽນຈູງກຽນ, ຫົວໜ້າຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດຫວຽດນາມ. ພາບ: vov.vn |
ຍ້ອນເຫດນ້ັນ, ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບປີນີ້ຈຶ່ງມີຄວາມໝາຍສໍາຄັນຍິ່ງ. ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ມີຄວາມຮັບຮູ້້ຕໍ່ສິ່ງເຫຼົ່ານີ້. ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຫຼາຍລຸ້ນຄົນລ້ວນແຕ່ປາດຖະໜາຢາກເຂົ້າຮ່ວມ ແລະເຫັນປະຈັກຕາພິທີສະເຫຼີມສະຫຼອງ. ມີຄົນເຄີຍຜ່ານ ວັນທີ 30 ເມສາ 1975, ມີຄົນໃນປະຈຸບັນພວມແມ່ນຊາວຫວຽດນາມ ອາໄສຢູ່ຕ່າງປະເທດດີເດັ່ນ, ແມ່ນບັນດາການນໍາໃນບັນດາສະມາຄົມຊາວຫວຽດນາມ, ມີທັງຊາວຫວຽດນາມໜຸ່ມ ອາໄສຢູ່ຕ່າງປະເທດ, ເປັນປັດໄຈສໍາຄັນຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນອະນາຄົດ.
ໃນເຫດການສະເຫຼີມສະຫຼອງ 50 ປີແຫ່ງການປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບປີນີ້, ນອກຈາກການມີໜ້າຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດແລ້ວ, ຍັງມີແຂກສາກົນ, ເພື່ອນມິດຫວຽດນາມ ຫຼາຍຄົນໃນທົ່ວໂລກ ທີ່ໄດ້ເຫັນປະຈັກຕາຈຸດເວລາທີ່ຫຍຸ້ງຍາກຂອງຫວຽດນາມ ໃນປະຫວັດສາດກໍ່ເຂົ້າຮ່ວມໃນຄ້ັງນີ້.
ນັກຂ່າວ: ປີ 2025 ແມ່ນປີຄົບຮອບ 50 ປີຖ້ວນແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ, ເປັນຂີດໝາຍທີ່ມີຄວາມໝາຍພິເສດ. ທ່ານສາມາດແບ່ງປັນບັນດາຈຸດພົ້ນເດັ່ນໃນການເຄື່ອນໄຫວທີ່ສະຫງວນໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດເນື່ອງໃນໂອກາດນີ້?
ທ່ານ ຫງວຽນຈູງກຽນ: ຄະນະກໍາມະການແຫ່ງລັດຊາວຫວຽດນາມ ອາໄສຢູ່ຕ່າງປະເທດມີຫຼາຍການເຄື່ອນໄຫວທີ່ມີຄວາມໝາຍ. ນັບແຕ່ຕົ້ນປີ, ກໍ່ໄດ້ດໍາເນີນລາຍການລະດູບານໃໝ່ແຫ່ງບ້ານເກີດເມືອງນອນ ມີການເຂົ້າຮ່ວມຂອງທ່ານ ເລືອງເກື່ອງ ປະທານປະເທດ. ຫຼັງຈາກນ້ັນ, ຄະນະຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກໍ່ໄດ້ເຂົ້າຮ່ວມລາຍການເຄື່ອນໄຫວບູຊາເຈົ້າຊີວິດ ຮຸ່ງ. ການບູຊາເຈົ້າຊີວິດຮຸ່ງປີນີ້ກໍ່ແມ່ນພິທີບູຊາ ທີ່ຢູ່ໃນທ່າມກາງບັນຍາກາດ ແລະມະໂນພາບຂອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ. ຕໍ່ຈາກນັ້ນ, ຄະນະຊາວຫວຽດນາມ ອາໄສຢູ່ຕ່າງປະເທດກໍ່ໄປຢ້ຽມຢາມໝູ່ເກາະເຈື່ອງຊາ ແລະຮ້ານເວນຍາມ DK1, ໄດ້ເຫັນປະຈັກຕາກິດຈະການປົກປັກຮັກສາປະເທດໃນທະເລໝູ່ເກາະຂອງຫວຽດນາມ. ຕໍ່ຈາກນັ້ນ, ຄະນະຊາວຫວຽດນາມ ອາໄສຢູ່ຕ່າງປະເທດກໍ່ຈະເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນທີ 30 ເມສາ.
ນັກຂ່າວ: ເລື່ອງຈັດຕັ້ງກຸ່ມແຫ່ຂະບວນ ແລະບັນດາການເຄື່ອນໄຫວຕອບບຸນແທນຄຸນຢູ່ນະຄອນໂຮ່ຈີມິນ ທີ່ສະຫງວນໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນຄັ້ງນີ້ໄດ້ກະກຽມຄືແນວໃດ ເພື່ອຮັບປະກັນຢ່າງສົມກຽດ, ສະເທືອນໃຈ ແລະສະໜິດຕິດພັນ?
ທ່ານ ຫງວຽນຈູງກຽນ: ການແຫ່ຂະບວນຂະໜາດໃຫຍ່ຂອງລັດ ທີ່ຈະຈັດຕັ້ງໃນວັນທີ 30 ເມສາ ຢູ່ນະຄອນໂຮ່ຈີມິນ ແມ່ນໜຶ່ງໃນບັນດາເຫດການພິເສດທີ່ສຸດຂອງພິທີສະເຫຼີມສະຫຼອງປີນີ້. ນັ້ນແມ່ນເຫດການທີ່ເປັນໜ້າເອກອ້າງທະນົງໃຈທີ່ສຸດ. ນີ້ແມ່ນຈຸດເວລາທີ່ພວກເຮົາເຊີດຊູບັນດາຜົນງານຂອງປະເທດ ແລະຮັດແໜ້ນນໍ້າໃຈສາມັກຄີ.
ການນໍານະຄອນໂຮ່ຈີມິນ ກໍ່ຈະຈັດຕັ້ງໃຫ້ກ້ອນກໍາລັງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບໄປຢ້ຽມຢາມບັນດາເຂດປູຊະນີຍະສະຖານຂອງນະຄອນ ແລະຕອບບຸນແທນຄຸນເປັນພິເສດບັນດາພໍ່ແມ່ປະຊາຊົນຫວຽດນາມ ວິລະຊົນ. ບັນດາການເຄື່ອນໄຫວນີ້ຊ່ວຍຊາວຫວຽດນາມໜຸ່ມ ອາໄສຢູ່ຕ່າງປະເທດ ເຂົ້າໃຈການເສຍສະຫຼະ, ການອຸທິດຕົນຂອງລຸ້ນພໍ່ລຸ້ນອ້າຍ.
ຂ້າພະເຈົ້າຫວັງວ່າ ບັນດາການເຄື່ອນໄຫວທີ່ມີຄວາມໝາຍນີ້ຢູ່ນະຄອນໂຮ່ຈີມິນ ຈະນຳເອົາກໍາລັງໃຈ, ຄວາມຮູ້ສຶກທີ່ຕ້ັງໜ້າ, ສືບຕໍ່ເຮັດໃຫ້ຂະບວນການເຄື່ອນໄຫວຂອງພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດນັບມື້ນັບແຂງແຮງຂຶ້ນກວ່າເກົ່າ.
ນັກຂ່າວ: ຂໍຂອບໃຈທ່ານ!
ໂດຍ: ໄຊນີດາ