ເພີ່ມທະວີການພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ອຸຊະເບັກກິດສະຖານ
ທີ່ການພົບປະສອງຝ່າຍ, ການນຳສອງທ່ານເຫັນດີຈະສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ຊຸກຍູ້ການເຊື່ອມຕໍ່ໂດຍກົງລະຫວ່າງກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ, ປະກອບສ່ວນຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ການທ່ອງທ່ຽວ, ກະສິກຳ, ພັດທະນາສີຂຽວ, ການຫັນເປັນດີຈີຕອນ, ພື້ນຖານໂຄງລ່າງ, ການປ່ຽນແປງຂອງດິນຟ້າອາກາດ ແລະອື່ນໆ.
    |
 |
ທ່ານ Ismoilov ປະທານສະພາຕໍ່າອຸຊະເບັກກິດສະຖານ ຕ້ອນຮັບທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ. ພາບ: qdnd.vn |
ຊົມເຊີຍເລື່ອງສອງປະເທດເປີດສາຍການບິນໂດຍກົງລະຫວ່າງ Tashkent ແລະ ກາມແຣງ (ແຂວແຄ໊ງຮວ່າ), ການນຳສອງທ່ານສະເໜີໃຫ້ບັນດາອົງການທີ່ກ່ຽວຂ້ອງສືບຕໍ່ພິຈາລະນາຊຸກຍູ້ການເປີດສາຍການບິນໃໝ່, ຂຸດຄົ້ນຄວາມສາມາດບົ່ມຊ້ອນ ແລະທ່າໄດ້ປຽບຂອງແຕ່ລະປະເທດ; ມີນະໂຍບາຍວີຊາທີ່ສະດວກໃຫ້ແກ່ພົນລະເມືອງຂອງສອງປະເທດ ໄປມາຫາສູ່ກັນ. ສອງຝ່າຍກໍ່ຊົມເຊີຍເລື່ອງສອງປະເທດ ຈະເປີດອົງການຜູ້ຕາງໜ້າຢູ່ແຕ່ລະປະເທດໂດຍໄວ ເພື່ອປະກອບສ່ວນເຊື່ອມຕໍ່ ແລະຊຸກຍູ້ການພົວພັນສອງຝ່າຍຢ່າງມີປະສິດທິຜົນ.
    |
 |
ທ່ານ Ismoilov ປະທານສະພາຕໍ່າອຸຊະເບັກກິດສະຖານ ກ່າວຄໍາເຫັນທີ່ການພົບປະສອງຝ່າຍ. ພາບ: qdnd.vn |
    |
 |
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: qdnd.vn |
ໃນຊ່ອງທາງລັດຖະສະພາ, ການນຳສອງປະເທດຢືນຢັນວ່າ ຈະເພີ່ມທະວີການພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມ ກັບສະພາຕໍ່າ ແລະສະພາສູງຂອງອຸຊະເບັກກິດສະຖານ, ຜ່ານການພົບປະແລກປ່ຽນ ແລະເຊື່ອມຕໍ່ລະຫວ່າງບັນດາອົງການລັດຖະສະພາ ແລະບັນດາຜູ້ແທນ, ໜູນຊ່ວຍ ແລະຊຸກຍູ້ການພົວພັນທຸກດ້ານລະຫວ່າງສອງປະເທດ; ເສີມຂະຫຍາຍບົດບາດຕິດຕາມກວດກາ ແລະກະຕຸກຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມ... ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ປາດຖະໜາຢາກຝ່າຍອຸຊະເບັກກິດສະຖານ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມ ດຳລົງຊີວິດ, ຮໍ່າຮຽນ ແລະເຮັດວຽກຢູ່ປະເທດປະຈໍາຖິ່ນໃຫ້ເປັນປົກກະຕິ, ປະກອບສ່ວນເປັນຂົວຕໍ່ສຳຄັນໃນການຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ.
ພ້ອມແລ້ວທີ່ຈະເປີດກວ້າງຄວາມສາມາດບົ່ມຊ້ອນດ້ານການຮ່ວມມື, ຊຸກຍູ້ການເຕີບໂຕດ້ານການຄ້າ
ຕອນເຊົ້າວັນທີ 8 ເມສາ, ຢູ່ນະຄອນຫຼວງ Tashkent, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາວິສາຫະກິດຫວຽດນາມ - ອຸຊະເບັກກິດສະຖານ.
ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຊີ້ແຈ້ງວ່າ ສະພາບແວດລ້ອມແຫ່ງການລົງທຶນຂອງຫວຽດນາມ ໄດ້ຮັບການຕີລາຄາຢ່າງຕັ້ງໜ້າຈາກປະຊາຄົມສາກົນ ແລະມີນັກລົງທຶນຕ່າງປະເທດຫຼາຍຄົນໄດ້ເລືອກເຟັ້ນຫວຽດນາມ ເປັນສູນຜະລິດຍຸດທະສາດ, ເຊື່ອມຕໍ່ກັບຕ່ອງໂສ້ການສະໜອງທົ່ວໂລກ. ຫວຽດນາມ ນັບມື້ນັບຢັ້ງຢືນບົດບາດເປັນຂົວເຊື່ອມຕໍ່ທີ່ສຳຄັນໃນຕ່ອງໂສ້ມູນຄ່າ, ໂຄງປະກອບການລົງທຶນໃໝ່ຂອງພາກພື້ນ ແລະທ່ົວໂລກ, ພິເສດແມ່ນໃນຂົງເຂດເອເລັກໂຕນິກ, ວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກຳ ແລະເຄິ່ງຊັກນໍາໄພພ້າ.
    |
 |
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ກ່າວຄໍາເຫັນທີ່ການໂອ້ລົມສົນທະນາ. ພາບ: qdnd.vn |
ທ່ານປະທານສະພາແຫ່ງຊາດ ຖືວ່າ ສອງຝ່າຍຄວນເພີ່ມທະວີການຮ່ວມມືໃນຂົງເຂດກະສິກຳ ແລະປຸງແຕ່ງຜະລິດຕະພັນກະເສດ; ພັດທະນາຂະແໜງອຸດສາຫະກຳຕໍ່າແຜ່ນຕັດຫຍິບ ແລະເກີບໜັງ; ເປີດກວ້າງການຮ່ວມມືໃນຂົງເຂດພະລັງງານ ແລະເຕັກໂນໂລຊີສີຂຽວ; ຍູ້ແຮງການເຊື່ອມຕໍ່ທາງຄົມມະນາຄົມ ແລະການທ່ອງທ່ຽວ...
    |
 |
ບັນຍາກາດທີ່ການໂອ້ລົມສົນທະນາ. ພາບ: qdnd.vn |
ທ່ານປະທານສະພາແຫ່ງຊາດຫວຽດນາມ ສະເໜີໃຫ້ສອງຝ່າຍຄວນຕັ້ງໜ້າສ້າງເງື່ອນໄຂ ເພື່ອໃຫ້ວິສາຫະກິດຫວຽດນາມ ແລະອຸຊະເບັກກິດສະຖານ ມີກາລະໂອກາດແລກປ່ຽນ, ຊອກຫາ ແລະຂຸດຄົ້ນກາລະໂອກາດຮ່ວມມື, ລົງທຶນ, ເປັນຕົ້ນແມ່ນໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ແລະຄວາມຕ້ອງການ. ຄື: ນ້ຳມັນອາຍແກສ, ຂຸດຄົ້ນແຮ່ທາດ, ກະສິກຳ, ການທ່ອງທ່ຽວ... ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ເພື່ອໃຫ້ອຸຊະເບັກກິດສະຖານ ເພີ່ມທະວີການພົວພັນກັບອາຊຽນ ແລະປາດຖະໜາຢາກ ອຸຊະເບັກກິດສະຖານ ຈະເປັນຂົວຕໍ່ເພື່ອໃຫ້ຫວຽດນາມ ເພີ່ມທະວີການພົວພັນຮ່ວມມືກັບບັນດາປະເທດອາຊີກາງ.
    |
 |
ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມການໂອ້ລົມສົນທະນາ. ພາບ: qdnd.vn |
    |
 |
ຜູ້ຕາງໜ້າກະຊວງ, ຂະແໜງການ, ວິສາຫະກິດຂອງອຸຊະເບັກກິດສະຖານ ເຂົ້າຮ່ວມການໂອ້ລົມສົນທະນາ. ພາບ: qdnd.vn |
ທ່ານປະທານສະພາແຫ່ງຊາດ ຢືນຢັນວ່າ ສະພາແຫ່ງຊາດຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ປັບປຸງກອບນິຕິກໍາໃຫ້ສົມບູນແບບ, ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງໂປ່ງໃສ ແລະສະດວກ ເພື່ອໜູນຊ່ວຍວິສາຫະກິດດຳເນີນທຸລະກິດຢ່າງມີປະສິດທິຜົນ. ທ່ານປະທານສະພາແຫ່ງຊາດ ປາດຖະໜາວ່າ ລັດຖະສະພາ ແລະບັນດາອົງການທີ່ກ່ຽວຂ້ອງຂອງອຸຊະເບັກກິດສະຖານ ຈະຮ່ວມເດີນທາງ ແລະສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດຫວຽດນາມ ເຂົ້າເຖິງຕະຫຼາດອຸຊະເບັກກິດສະຖານ ແບບງ່າຍດາຍກວ່າ.
ທີ່ການໂອ້ລົມສົນທະນາ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ເປັນສັກຂີພິຍານພິທີລົງນາມເອກະສານການຮ່ວມມືສະບັບຕ່າງໆລະຫວ່າງກະຊວງ, ຂະແໜງການຂອງສອງປະເທດ.
ໂດຍ: ທູຈາງ