ໃນທ່າມກາງບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະເປີດອົກເປີດໃຈ, ການນຳສອງທ່ານໄດ້ປຶກສາຫາລືຫຼາຍບັນຫາ ແລະແບ່ງປັນວິໄສທັດກ່ຽວກັບການຮ່ວມມືສອງຝ່າຍ; ຕີລາຄາສູງການພັດທະນາຢ່າງຕັ້ງໜ້າໃນການພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາ, ຢືນຢັນວ່າ ໃນນັ້ນມີການປະກອບສ່ວນສຳຄັນທີ່ສຸດຈາກສະພາແຫ່ງຊາດຂອງສອງປະເທດ.
ບົນເນື້ອໃນຈິດໃຈດັ່ງກ່າວນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບນຳກັນວ່າ ໃນໄລຍະຈະມາເຖິງຕ້ອງເພີ່ມທະວີການແລກປ່ຽນ, ການປຶກສາຫາລືດ້ານການເມືອງຢ່າງເລິກເຊິ່ງກວ້າງຂວາງໃນທຸກຂັ້ນ, ຜ່ານບັນດາຊ່ອງທາງພັກ, ລັດ, ລັດຖະບານ ແລະສະພາແຫ່ງຊາດ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ; ເພີ່ມທະວີການຮ່ວມມືລະຫວ່າງບັນດາອົງການນິຕິບັນຍັດ, ແບ່ງປັນປະສົບການໃນການຕິດຕາມກວດກາປະຕິບັດກົດໝາຍ ແລະຕັດສິນບັນຫາສຳຄັນຂອງປະເທດຊາດ; ສືບຕໍ່ກວດກາ ແລະລົງນາມໃນເອກະສານຮ່ວມມື, ສ້າງກອບນິຕິກໍາທີ່ໜັກແໜ້ນເພື່ອພັດທະນາການພົວພັນສອງຝ່າຍຢ່າງຮອບດ້ານ.
    |
 |
ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບທ່ານ Shavkat Mirziyoyev ປະທານາທິບໍດີອຸຊະເບັກກິດສະຖານ. ພາບ: ສໍານັກຂ່າວສານຫວຽດນາມ |
ຄຽງຂ້າງນັ້ນ, ຕ້ອງສົ່ງເສີມບັນດາວິສາຫະກິດຂອງສອງປະເທດເຊື່ອມຕໍ່, ຊອກຮູ້ກາລະໂອກາດຮ່ວມມືໃນບັນດາຂົງເຂດ, ຄື: ສາທາລະນະສຸກ, ພະລັງງານ, ນ້ຳມັນອາຍແກັດ, ຕ່ຳແຜ່ນຕັດຫຍິບ, ກະສິກຳ ແລະອື່ນໆ; ມອບໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງສອງປະເທດສົມທົບກັນກວດກາ ແລະສ້າງແຜນການຮ່ວມມືຮອບດ້ານໃນທຸກຂົງເຂດເພື່ອລາຍງານໃຫ້ບັນດາການນໍາຂັ້ນສູງຂອງສອງຝ່າຍປະກອບຄໍາເຫັນ.
*ຕອນເຊົ້າວັນທີ 7 ເມສາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ Tashkent, ໃນຂອບເຂດການຢ້ຽມຢາມ ສ. ອຸຊະເບັກກິດສະຖານ ຢ່າງເປັນທາງການ, ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດ ໄດ້ໃຫ້ການຕ້ອນຮັບທ່ານ Ulugbek Inoyatov ປະທານພັກປະຊາທິປະໄຕປະຊາຊົນອຸຊະເບັກກິດສະຖານ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: quochoi.vn. |
ທີ່ການພົບປະ, ທ່ານປະທານພັກປະຊາທິປະໄຕປະຊາຊົນອຸຊະເບັກກິດສະຖານ ສະແດງຄວາມປາດຖະໜາຢາກໃຫ້ສອງຝ່າຍເພີ່ມທະວີການຮ່ວມມືໃນທຸກຂົງເຂດ, ຜ່ານຊ່ອງທາງພັກ, ລັດ, ການພົບປະແລກປ່ຽນປະຊາຊົນ, ພິເສດແມ່ນການພົວພັນລະຫວ່າງພັກປະຊາທິປະໄຕປະຊາຊົນອຸຊະເບັກກິດສະຖານ ກັບພັກກອມມູນິດຫວຽດນາມ, ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ລະຫວ່າງຫວຽດນາມ - ອຸຊະເບັກກິດສະຖານ.
ສ່ວນທ່ານ ເຈິ່ນແທງເໝິນ ສະເໜີໃຫ້ບັນດາສະມາຊິກລັດຖະສະພາພັກປະຊາທິປະໄຕປະຊາຊົນອຸຊະເບັກກິດສະຖານ ຢູ່ສະພາແຫ່ງຊາດ ແລະສະພາສູງອຸຊະເບັກກິດສະຖານ ເອົາໃຈໃສ່, ໜູນຊ່ວຍຊຸກຍູ້ການພົວພັນຮ່ວມມືລະຫວ່າງບັນດາອົງການນິຕິບັນຍັດຂອງສອງປະເທດ. ທ່ານປະທານສະພາແຫ່ງຊາດ ໄດ້ເນັ້ນໜັກເຖິງຄວາມປາດຖະໜາຢາກປັບປຸງ ແລະເພີ່ມທະວີການພົວພັນມິດຕະພາບ, ຄວາມສາມັກຄີ ແລະການຮ່ວມມືລະຫວ່າງສອງພັກ ແລະປະຊາຊົນສອງປະເທດບົນຈິດໃຈໄວ້ເນື້ອເຊື່ອໃຈ ແລະສະໜັບສະໜູນເຊິ່ງກັນ ແລະກັນກວ່າອີກ.
*ຕອນເຊົ້າວັນທີ 7 ເມສາ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາສາກົນ ຄັ້ງທີ 150 (IPU-150), ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Luo Tang Jiangcun ຮອງຫົວໜ້າກໍາມາທິການຄະນະປະຈຳສະພາແຫ່ງຊາດຈີນ.
    |
 |
ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Luo Tang Jiangcun ຮອງຫົວໜ້າກໍາມາທິການຄະນະປະຈຳສະພາແຫ່ງຊາດຈີນ. ພາບ: ສໍານັກຂ່າວສານຫວຽດນາມ. |
ທີ່ການຕ້ອນຮັບ, ທ່ານ ເຈິ່ນແທງເໝິນ ສະເໜີວ່າ ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງສອງປະເທດ ກໍ່ຄືລະຫວ່າງສະພາແຫ່ງຊາດຫວຽດນາມ - ສະພາແຫ່ງຊາດຈີນ, ບັນດາອົງການນິຕິບັນຍັດຂອງສອງປະເທດ ຄວນສົມທົບກັນຢ່າງແໜ້ນແຟ້ນ ເພື່ອກະກຽມໃຫ້ແກ່ການຢ້ຽມຢາມ ແລະການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ; ປະຕິບັດສັນຍາຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາແຫ່ງຊາດຈີນ (ລົງນາມໃນເດືອນເມສາ ປີ 2024). ພ້ອມກັນນັ້ນ, ສືບຕໍ່ເສີມຂະຫຍາຍບົດບາດ ແລະທ່າແຮງຂອງອົງການນິຕິບັນຍັດຂອງສອງປະເທດໃນການເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ, ເປີດກວ້າງການພົວພັນຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ, ຊຸກຍູ້ການສຶກສາອົບຮົມປະຊາຊົນກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ.
ທ່ານ Luo Tang Jiangcun ໃຫ້ຮູ້ວ່າ ຈະລາຍງານຕໍ່ບັນດາການນຳຂັ້ນສູງຂອງຈີນ ກ່ຽວກັບຄຳເຫັນຂອງທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດ ກ່ຽວກັບເລື່ອງສອງຝ່າຍຄວນເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະບັນດາກົນໄກສາກົນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ ແລະຜົນປະໂຫຍດລວມຂອງປະຊາຄົມໂລກ; ຕົກລົງຈະຄວບຄຸມ ແລະແກ້ໄຂບັນຫາທະເລໃຫ້ດີຂຶ້ນ; ປະຕິບັດຄວາມຮັບຮູ້ລວມຂັ້ນສູງຢ່າງຕັ້ງໜ້າ ແລະຂໍ້ຕົກລົງກ່ຽວກັບຫຼັກການພື້ນຖານຊີ້ນຳແກ້ໄຂບັນຫາທະເລຫວຽດນາມ - ຈີນ.
ທ່ານ Luo Tang Jiangcun ກໍ່ຢືນຢັນວ່າ ຈີນ ພ້ອມແລ້ວທີ່ຈະນຳເຂົ້າສິນຄ້າສົ່ງອອກທີ່ມີຄຸນນະພາບສູງຈາກຫວຽດນາມ ແລະຫວັງວ່າ ຫວຽດນາມ ຈະຕັ້ງໜ້າສົ່ງຄະນະຜູ້ແທນໄປເຂົ້າຮ່ວມງານຕະຫຼາດນັດນຳເຂົ້າ ແລະສົ່ງອອກຢູ່ຈີນ, ໃນນັ້ນມີງານຕະຫຼາດນັດອາຊຽນ - ຈີນ.
ໂດຍ: ຈາງຫງວຽນ