    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ Luiz Inácio Lula da Silva ປະທານາທິບໍດີບຣາຊິນ ເຂົ້າຮ່ວມເວທີປາໄສເສດຖະກິດ ຫວຽດນາມ - ບຣາຊິນ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ເວທີປາໄສ, ປະຊາຄົມວິສາຫະກິດສອງປະເທດໄດ້ຮັບການແນະນຳກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງ, ຄວາມປາດຖະໜາຢາກຮ່ວມມືລົງທຶນຂອງແຕ່ລະຝ່າຍ; ພ້ອມກັນນັ້ນ, ກໍສະເໜີບາງມາດຕະການແກ້ໄຂເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ.
ກ່າວຄຳເຫັນທີ່ເວທີປາໄສ, ທ່ານ Lula da Silva ຖືວ່າ ດ້ວຍຍອດມູນຄ່າເກືອບ 8 ຕື້ USD/ປີ ຄືໃນປະຈຸບັນ, ວົງເງິນການຄ້າລະຫວ່າງສອງປະເທດຍັງຈຳກັດຢູ່, ຍັງບໍ່ທັນເໝາະສົມກັບການພົວພັນລະຫວ່າງສອງປະເທດ ແລະຄວາມປາດຖະໜາຂອງແຕ່ລະປະເທດ. ສະນັ້ນ, ສອງຝ່າຍຕ້ອງມານະພະຍາຍາມຂຸດຄົ້ນສັນຍາການຄ້າລະຫວ່າງສອງປະເທດ ແລະ ຂອບເຂດອື່ນໆເຊິ່ງ ປະເທດເຂົ້າຮ່ວມຢ່າງສຸດຂີດ ເພື່ອຊຸກຍູ້ການຄ້າ.
ຂອບໃຈທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ທີ່ປະກາດອະນຸຍາດໃຫ້ນໍາເຂົ້າຊີ້ນງົວຂອງບຣາຊິນ, ທ່ານປະທານາທິບໍດີ Lula da Silva ໃຫ້ຮູ້ວ່າ ຈະລົງທຶນໃນໂຮງງານປຸງແຕ່ງຊີ້ນງົວ ເພື່ອຜ່ານຫວຽດນາມ ຈະເຊັມເຂົ້າຕະຫຼາດດອາຊຽນ; ບຣາຊິນ ພ້ອມແລ້ວທີ່ຈະເປັນປະຕູ ເພື່ອໃຫ້ສິນຄ້າຫວຽດນາມ ເຂົ້າຕະຫຼາດອາເມລິກາໃຕ້ (Mercosur).
    |
 |
ທ່ານ Luiz Inácio Lula da Silva ປະທານາທິບໍດີບຣາຊິນ ກ່າວຄໍາເຫັນທີ່ເວທີປາໄສເສດຖະກິດ ຫວຽດນາມ - ບຣາຊິນ. ພາບ: ສໍານັກຂ່າວສານຫວຽດນາມ |
ສະເໜີຄວາມສາມາດບົ່ມຊ້ອນການຮ່ວມມືທີ່ ບຣາຊິນ ມີທ່າແຮງ, ຄື: ການບິນ, ນ້ຳມັນຊີວະພາບ, ກິລາ, ກະສິກຳ..., ທ່ານປະທານາທິບໍດີບຣາຊິນ ສະເໜີບັນດາວິສາຫະກິດຂອງສອງປະເທດ, ເປັນຕົ້ນແມ່ນວິສາຫະກິດເອກະຊົນ, ເຊື່ອມຕໍ່ເຊິ່ງກັນ ແລະກັນ ແລະຊຸກຍູ້ການເຄື່ອນໄຫວຮ່ວມມືລົງທຶນ; ສະເໜີໃຫ້ສອງຝ່າຍຄົ້ນຄວ້າສ້າງຕັ້ງກອງທຶນຮ່ວມ ເພື່ອສົ່ງເສີມການລົງທຶນ ແລະ ພັດທະນາວິທະຍາສາດເຕັກໂນໂລຢີ...
ສ່ວນທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຖືວ່າ ວິສາຫະກິດສອງຝ່າຍຄວນໝູນໃຊ້ທ່າພັດທະນາເພື່ອເພີ່ມທະວີການລົງທຶນເຂົ້າໃນເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ, ເສດຖະກິດພູມປັນຍາ ກໍ່ຄືວິທະຍາສາດ ແລະເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນ...
    |
 |
ບັນດາວິສາຫະກິດ ເຂົ້າຮ່ວມເວທີປາໄສເສດຖະກິດ ຫວຽດນາມ-ບຣາຊິນ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ ຟ້າມມິງຈິ໊ງ ສະເໜີໃຫ້ບັນດານັກລົງທຶນບຣາຊິນ ສືບຕໍ່ໜູນຊ່ວຍ ແລະສ້າງເງື່ອນໄຂໃຫ້ວິສາຫະກິດຫວຽດນາມ ເຂົ້າຮ່ວມໃນຕ່ອງໂສ້ການສະໜອງໃນທົ່ວໂລກຢ່າງເລິກເຊິ່ງ ແລະແທດຈິງກວ່າ. ພ້ອມດຽວກັນນັ້ນ, ກໍປາດຖະໜາວ່າ ລັດຖະບານບຣາຊິນ ຈະສະໜັບສະໜູນ, ຊຸກຍູ້ການເລີ່ມດໍາເນີນການເຈລະຈາສັນຍາການຄ້າເສລີ (FTA) ລະຫວ່າງ ຫວຽດນາມ ແລະກຸ່ມ Mercosur ໂດຍໄວ. ທ່ານ ຟ້າມມິງຈິ໊ງ ເນັ້ນໜັກວ່າ: “ພວກເຮົາຮັບປະກັນໃຫ້ຂະແໜງເສດຖະກິດທີ່ມີເງິນລົງທຶນຈາກຕ່າງປະເທດ ແມ່ນພາກສ່ວນທີ່ສຳຄັນຂອງເສດຖະກິດຫວຽດນາມ; ຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳຂອງບັນດານັກລົງທຶນ; ຮັບປະກັນສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ; ບັນດາລະບອບລະບຽບການ, ກົນໄກ, ນະໂຍບາຍດຶງດູດການລົງທຶນ. ແລະ “3 ຮ່ວມ”, ລວມມີ: ຮັບຟັງຮ່ວມ ແລະ ເຂົ້າໃຈຮ່ວມລະຫວ່າງວິສາຫະກິດ ກັບລັດ ແລະ ປະຊາຊົນ; ແບ່ງປັນວິໄສທັດ ແລະ ການກະທໍາຮ່ວມເພື່ອຮ່ວມມື, ສະໜັບສະໜູນເຊິ່ງກັນ ແລະ ກັນ ເພື່ອພັດທະນາຢ່າງວ່ອງໄວ ແລະ ຍືນຍົງ; ເຮັດວຽກຮ່ວມ, ຊະນະຮ່ວມ, ຊົມໃຊ້ຮ່ວມ, ພັດທະນາຮ່ວມ; ແບ່ງປັນຄວາມເບີກບານມ່ວນຊື່ນ, ຄວາມຜາສຸກ ແລະຄວາມເອກອ້າງທະນົງໃຈຮ່ວມ".
ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາວິສາຫະກິດບຣາຊິນ ໄວ້ເນື້ອເຊື່ອໃຈ ແລະຕິດພັນກັບຫວຽດນາມ ໃນວິວັດການພັດທະນາ; ປະກອບສ່ວນເຂົ້າໃນການພັດທະນາວັດທະນາຖາວອນຂອງສອງປະເທດ ກໍຄືການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ບຣາຊິນ ຢ່າງບໍ່ຢຸດຢັ້ງ.
ໂດຍ: ທູຈາງ