ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງວ່າ ທ່າແຮງຂອງ ຝລັ່ງ ໃນຂົງເຂດຄົມມະນາຄົມຂົນສົ່ງ ແລະຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງສອງປະເທດຍັງຫຼວງຫຼາຍຢູ່; ທ່ານສະເໜີໃຫ້ຝ່າຍ ຝລັ່ງ ຊຸກຍູ້ບັນດາວິສາຫະກິດ ຝລັ່ງ ເພີ່ມທະວີການຮ່ວມມື, ລົງທຶນຢູ່ ຫວຽດນາມ ໃນບັນດາຂົງເຂດຄົມມະນາຄົມຂົນສົ່ງ, ໂດຍສະເພາະແມ່ນເຂົ້າຮ່ວມໂຄງການກໍ່ສ້າງພື້ນຖານໂຄງລ່າງຂະໜາດໃຫຍ່; ຊຸກຍູ້ Airbus ຮ່ວມມື, ຖ່າຍທອດເຕັກໂນໂລຢີກັບການບິນຫວຽດນາມ ເປີດຮາກຖານການສ້ອມແປງ, ບໍາລຸງຮັກສາເຮືອບິນຢູ່ສະໜາມບິນ; ຮ່ວມມືພັດທະນາເສດຖະກິດການບິນ…

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Philippe Tabarot, ລັດຖະມົນຕີຮັບຜິດຊອບການຄົມມະນາຄົມ. ພາບ: ເຍິດບັກ

ໂດຍເຫັນດີເປັນຢ່າງສູງກັບຄໍາເຫັນຂອງທ່ານນາຍົກລັດຖະມົນຕີ, ທ່ານ Philippe Tabarot ໃຫ້ຮູ້ວ່າ: ທ່ານ Macron ປະທານາທິບໍດີຝລັ່ງ ໄດ້ຕີລາຄາສູງຕໍ່ການພົວພັນກັບຫວຽດນາມ ແລະສະແດງຄວາມປາດຖະໜາຢາກມາຢ້ຽມຢາມຫວຽດນາມ ໂດຍໄວ. ທ່ານລັດຖະມົນຕີເນັ້ນໜັກວ່າ ຝລັ່ງ ມີທ່າແຮງໃນຂົງເຂດຄົມມະນາຄົມຂົນສົ່ງ, ທ່ານຢັງຢືນວ່າ ຝ່າຍ ຝລັ່ງ ແລະບັນດາວິສາຫະກິດຍາມໃດກໍ່ກຽມພ້ອມຮ່ວມມືກັບຫວຽດນາມ.

ໂດຍ: ຈາງຫງວຽນ