ໂທລະເລກອວຍພອນ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ
ກປ.ອອນໄລ - ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955 – 22 ມີນາ 2025), ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງໂທລະເລກອວຍພອນເຖິງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໂດຍມີເນື້ອໃນດັ່ງນີ້:
ໂທລະເລກອວຍພອນຢືນຢັນວ່າ ຕະຫຼອດໄລຍະທາງປະຫວັດສາດອັນສະຫງ່າລາສີ 70 ປີ, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວ ອ້າຍນ້ອງ ສາມາດຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ ແລະຍາດໄດ້ບັນດາຜົນສໍາເລັດອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ.
ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍສະໜັບສະໜູນຢ່າງແຮງກ້າ ແລະຮອບດ້ານຕໍ່ພາລະກິດປ່ຽນແປງໃໝ່ຂອງລາວ ແລະເຊື່ອໝັ້ນຢ່າງໜັກແໜ້ນວ່າ ໂດຍສືບຕໍ່ມູນເຊື້ອຂອງບັນດາຄົນຮຸ່ນກ່ອນ ແລະເສີມຂະຫຍາຍບັນດາຜົນງານທີ່ຍາດມາໄດ້, ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວ ອ້າຍນ້ອງ ຈະສືບຕໍ່ຍາດໄດ້ບັນດາຜົນສໍາເລັດໃໝ່, ໃຫຍ່ຫຼວງກວ່າເກົ່າໃນພາລະກິດປ່ຽນແປງໃໝ່.
    |
 |
ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ສົ່ງກະເຊົ້າດອກໄມ້ຂອງ ທ່ານ ໂຕເລິມ ເລຂາທິການໃຫຍ່ ອວຍພອນ 70 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ. ພາບ: ສໍານັກຂ່າວສານຫວຽດນາມ. |
ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງເມື່ອເຫັນວ່າ ໄປຄຽງຄູ່ບັນດາຜົນສໍາເລັດອັນສໍາຄັນທີ່ສອງພັກ, ສອງລັດ ແລະປະຊາຊົນສອງຊາດ ຍາດມາໄດ້ໃນຕະຫຼອດໄລຍະຜ່ານມາ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວ. ໃນໂອກາດອັນສະຫງ່າລາສີ, ມີຄວາມໝາຍປະຫວັດສາດນີ້, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ຫວຽດນາມ-ລາວ ຈົ່ງສວຍສົດງົດງາມ ແລະໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.
*ເນື່ອງໃນໂອກາດນີ້, ທ່ານ ໂຕເລິມ ເລຂາທິການໃຫຍ່ ກໍໄດ້ສົ່ງກະເຊົ້າດອກໄມ້ອວຍພອນທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ; ທ່ານ ຄຳໄຕ ສີພັນດອນ ອະດີດປະທານພັກ, ອະດີດປະທານປະເທດລາວ; ທ່ານ ຈູມມະລີ ໄຊຍະສອນ, ທ່ານ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່, ອະດີດປະທານປະເທດລາວ.
ທ່ານ ບຸ່ຍແທງເຊີນ ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ກໍໄດ້ສົ່ງຈົດໝາຍອວຍພອນເຖິງທ່ານ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ລັດຖະມົນຕີການຕ່າງປະເທດລາວ ແລະ ທ່ານ ບຸນເຫຼືອ ພັນດານຸວົງ, ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ.
ໂດຍ: ຈາງຫງວຽນ