ຕາງໜ້າຄະນະປະຈຳຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ, ທ່ານ ເຈີ່ນຫວຽດເກື່ອງ ໄດ້ສົ່ງພອນໄຊອັນປະເສີດທີ່ສຸດ ມາຍັງທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດ ພ້ອມດ້ວຍພະນັກງານ, ພາລະກອນສະຖານທູດລາວ ປະຈຳຫວຽດນາມ ໝົດທຸກຄົນ.
ທ່ານ ເຈີ່ນຫວຽດເກື່ອງ ຢືນຢັນວ່າ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະປະຊາຊົນຫວຽດນາມ ເຊື່ອໝັ້ນວ່າ, ໂດຍເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ ແລະໝາກຜົນທີ່ບັນລຸໄດ້, ພັກ, ລັດ ແລະປະຊາຊົນລາວ ຈະສືບຕໍ່ຍາດໄດ້ຜົນງານໃໝ່, ໃຫຍ່ຫຼວງກວ່າອີກໃນກິດຈະການປ່ຽນແປງໃໝ່, ປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ ຢ່າງມີໄຊ, ຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນປະສົບຜົນສຳເລັດ, ມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທ່ົວປະເທດ ຄັ້ງທີ 12 ຂອງພັກ ໃນຕົ້ນປີ 2026, ສ້າງສາປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະວັດທະນາຖາວອນຕາມເປົ້າໝາຍສັງຄົມນິຍົມສຳເລັດຜົນ.
    |
 |
ທ່ານ ເຈີ່ນຫວຽດເກື່ອງ ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ມອບຊໍ່ດອກໄມ້ອວຍພອນທ່ານນາງ ຄໍາເພົາ ເອີນທະວັນ ພ້ອມດ້ວຍພະນັກງານ, ພາລະກອນສະຖານທູດລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ. ພາບ: daidoanket.vn |
ເນື່ອງໃນໂອກາດນີ້, ທ່ານ ເຈີ່ນຫວຽດເກື່ອງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ສຸດຈິດສຸດໃຈ ແລະມີປະສິດທິຜົນເຊິ່ງພັກ, ລັດ ແລະປະຊາຊົນລາວອ້າຍນ້ອງ ໄດ້ສະຫງວນໃຫ້ພັກ, ລັດ ແລະປະຊາຊົນຫວຽດນາມ ໃນຕະຫຼອດໄລຍະຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ, ກໍຄືໃນກິດຈະການປ່ຽນແປງໃໝ່, ສ້າງສາ ແລະປົກປັກຮັກສາປະເທດຊາດໃນປະຈຸບັນ.
ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ປະຊາຊົນຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ປະຊາຊົນລາວ ແນໃສ່ຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາຂຶ້ນສູ່ລະດັບສູງໃໝ່, ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: daidoanket.vn |
ສ່ວນທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈໍາຫວຽດນາມ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ໃຫ້ການຊ່ວຍເຫຼືອ ແລະແບ່ງປັນກັບປະຊາຊົນລາວ ໃນຍາມປະສົບກັບຄວາມຫຍຸ້ງຍາກທີ່ສຸດ, ນັ້ນແມ່ນການຊ່ວຍເຫຼືອຢ່າງຈິງໃຈ, ເລິກເຊິ່ງທີ່ຫວຽດນາມ ສະຫງວນໃຫ້ລາວ. ທ່ານນາງ ຄໍາເພົາ ເອີນທະວັນ ໃຫ້ຮູ້ວ່າ ການພົວພັນລະຫວ່າງລາວ-ຫວຽດນາມ ແມ່ນສາຍພົວພັນສັດຊື່ບໍລິສຸດຜຸດຜ່ອງ; ພ້ອມກັນນັ້ນ, ທ່ານນາງຢືນຢັນຈະສືບຕໍ່ເປັນຂົວຕໍ່ເພີ່ມພູນຄູນສ້າງສາຍພົວພັນແບບພິເສດລາວ-ຫວຽດນາມ ໃຫ້ນັບມື້ນັບພັດທະນາໝັ້ນແກ່ນຍິ່ງຂຶ້ນ.
ໂດຍ: ທູຈາງ