ຫວຽດນາມ ແລະຈີນ ເພີ່ມທະວີການຮ່ວມມືດ້ານຕຸລາການ, ການປະຕິບັດກົດໝາຍ
ກປ.ອອນໄລ - ວັນທີ 19 ມີນາ, ທ່ານ ຟ້າມແທັງບິ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຈີນ ໄດ້ເຂົ້າຢ້ຽມຂໍ່ານັບທ່ານນາງ He Rong ລັດຖະມົນຕີກະຊວງຍຸຕິທຳ ຈີນ ເນື່ອງໃນໂອກາດເລີ່ມຕົ້ນອາຍຸການປະຕິບັດງານ ຢູ່
ສປ ຈີນ.
ທີ່ການພົບປະ, ສອງຝ່າຍໄດ້ຢືນຢັນເຖິງຄວາມສຳຄັນຂອງການສືບຕໍ່ເສີມຂະຫຍາຍບົດບາດຂອງກົນໄກຮ່ວມມືສອງຝ່າຍດ້ານຕຸລາການ ແລະການປະຕິບັດກົດໝາຍ, ປະກອບສ່ວນສ້າງພື້ນຖານນິຕິກຳອັນໝັ້ນແກ່ນໃຫ້ແກ່ການພົວພັນສອງຝ່າຍ, ຊຸກຍູ້ການພົວພັນສອງປະເທດພັດທະນາສະຖຽນລະພາບ, ປອດໃສ ແລະຍືນຍົງໃນໄລຍະຈະມາເຖິງ.
    |
 |
ທ່ານ ຟ້າມແທັງບິ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳຈີນ ເຂົ້າຢ້ຽມຂໍ່ານັບທ່ານນາງ He Rong ລັດຖະມົນຕີກະຊວງຍຸຕິທຳ ຈີນ ເນື່ອງໃນໂອກາດເລີ່ມຕົ້ນອາຍຸການປະຕິບັດງານຢູ່ ຈີນ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານເອກອັກຄະລັດຖະທູດ ຟ້າມແທັງບິ່ງ ໃຫ້ຮູ້ວ່າ ຫວຽດນາມ ຖືເປັນສຳຄັນ ແລະປາດຖະໜາຢາກແລກປ່ຽນບົດຮຽນກັບ ຈີນ ກ່ຽວກັບພຶດຕິກຳຕົວຈິງໃນການປະຕິຮູບລະບົບຕຸລາການ, ກໍ່ສ້າງລັດແຫ່ງອຳນາດກົດໝາຍ, ຍົກສູງປະສິດທິຜົນການຄຸ້ມຄອງບໍລິຫານດ້ານຕຸລາການ ແລະນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການປະຕິບັດກົດໝາຍ...; ສະເໜີໃຫ້ສອງຝ່າຍ ສືບຕໍ່ຍູ້ແຮງການຮ່ວມມືໃນບັນດາຂົງເຂດ, ຄື: ໜູນຊ່ວຍດ້ານຕຸລາການທາງແພ່ງ ແລະອາຍາ, ບໍາລຸງສ້າງພະນັກງານຕຸລາການ, ການຄຸ້ມຄອງທະນາຍຄວາມ ແລະພະນັກງານທະບຽນເອກະສານ.
ສ່ວນທ່ານນາງລັດຖະມົນຕີ He Rong ເນັ້ນໜັກວ່າ ຈີນ ຖືເປັນສຳຄັນການຮ່ວມມືກັບຫວຽດນາມ ໃນຂົງເຂດຕຸລາການ, ປະຕິບັດກົດໝາຍ, ພ້ອມແລ້ວທີ່ຈະແບ່ງປັນບົດຮຽນໃນການປະຕິຮູບກົດໝາຍ, ການບໍລິຫານລັດຕາມອຳນາດກົດໝາຍ ແລະການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນຂົງເຂດກົດໝາຍ ແນໃສ່ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຮັກສາຄວາມສະຫງົບປອດໄພ ແລະສະຖຽນລະພາບໃນສັງຄົມ. ທ່ານນາງ He Rong ສະເໜີໃຫ້ສອງຝ່າຍເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນ, ສ້າງເງື່ອນໄຂສະດວກໃຫ້ພົນລະເມືອງສອງປະເທດໃນບັນຫາດ້ານນິຕິກໍາ, ປະກອບສ່ວນປັບປຸງພື້ນຖານສັງຄົມອັນໝັ້ນແກ່ນກ່ຽວກັບການພົວພັນສອງຝ່າຍ.
ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືດ້ານຕຸລາການ ແລະປະຕິບັດກົດໝາຍທີ່ໄດ້ລົງນາມຢ່າງມີປະສິດທິຜົນ, ພ້ອມທັງຄົ້ນຄວ້າເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ເໝາະສົມກັບຄວາມຕ້ອງການຕົວຈິງຂອງສອງປະເທດ, ປະກອບສ່ວນຢ່າງແທດຈິງເຂົ້າໃນການປັບປຸງທ່າພັດທະນາ, ສະຖຽນລະພາບຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຈີນ.
ໂດຍ: ເຈິ່ນຮວ່ຽນ