ອັງກິດ ກຽມພ້ອມໜູນຊ່ວຍ ຫວຽດນາມ ສ້າງສູນການເງິນສາກົນ
ວັນທີ 17 ມີນາ, ໃນຂອບເຂດການເຄື່ອນໄຫວ ຢູ່ລາຊະອານາຈັກອັງກິດ, ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ໄດ້ພົບປະກັບທ່ານ Tony Blair, ອະດີດນາຍົກລັດຖະມົນຕີອັງກິດ, ປະທານສະຖາບັນ Tony Blair ເພື່ອການປ່ຽນແປງທົ່ວໂລກ (TBI).
ໃນການພົບປະ, ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ພວມຍູ້ໄວການປ່ຽນແປງລະບອບລະບຽບການ, ປັບປຸງສະພາບແວດລ້ອມການລົງທຶນ, ດຶງດູດບັນດານັກລົງທຶນການເງິນ ແລະ ອົງການການເງິນໃຫຍ່, ພິເສດແມ່ນໃນບັນດາຂົງເຂດຫາກໍ່ພົ້ນເດັ່ນຄື ປັນຍາປະດິດ (AI), ເຄິ່ງຊັກນຳໄຟຟ້າ, ພະລັງງານທົດແທນ; ພ້ອມທັງປາດຖະໜາວ່າ ທ່ານ Tony Blair ໃຫ້ການເຊື່ອມຕໍ່ສາກົນ ແລະ ຍົກອອກບັນດາຂໍ້ສະເໜີແນະຍຸດທະສາດ.
    |
 |
ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ແລະ ທ່ານ Vincent Keaveny ຮອງຫົວໜ້າສູນການເງິນລອນດອນ. ພາບ: baochinhphu.vn |
ສ່ວນທ່ານ Tony Blair ໃຫ້ຂໍ້ສັງເກດວ່າ ຂໍ້ຕົກລົງວ່າດ້ວຍການສ້າງຕັ້ງສູນການເງິນສາກົນຂອງຫວຽດນາມ ແມ່ນໜຶ່ງການຕັດສິນທີ່ຖືກຕ້ອງ ແລະ ທ່ານໄດ້ຕີລາຄາສູງການກຳນົດທິດພັດທະນາສູນການເງິນຂອງ ຫວຽດນາມ.
ກໍໃນວັນດຽວກັນ, ໃນການເຮັດວຽກກັບທ່ານ Vincent Keaveny ຮອງຫົວໜ້າສູນການເງິນລອນດອນ, ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ສະເໜີໃຫ້ຝ່າຍສູນການເງິນລອນດອນ ໃຫ້ການໜູນຊ່ວຍແບ່ງປັນບົດຮຽນປະສົບການພັດທະນາສູນການເງິນ ແລະ ໃຫ້ການໜູນຊ່ວຍບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໂດຍກົງໃຫ້ແກ່ສູນການເງິນ. ສ່ວນທ່ານ Vincent Keaveny ຮອງຫົວໜ້າສູນການເງິນລອນດອນ ໄດ້ສະແດງຄວາມພ້ອມສືບຕໍ່ທີ່ຈະໜູນຊ່ວຍ ຫວຽດນາມ ໃນວິວັດການສ້າງສູນການເງິນ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ