    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ຢ້ຽມຊົມໂຮງງານປຸງແຕ່ງຊີ້ນງົວ ຕາມດ້າວ (ຕາແສງມິງກວາງ, ເມືອງຕາມດ້າວ). ພາບ: ສໍານັກຂ່າວສານຫວຽດນາມ. |
ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ກຸ່ມຟາມ ແລະໂຮງງານປຸງແຕ່ງຊີ້ນງົວ ຕາມດ້າວ ໄດ້ເປີດນໍາໃຊ້ແລ້ວ, ແມ່ນຜະລິດຕະພັນລະອຽດ, ໝາກຜົນແທດຈິງພາຍຫຼັງການຢ້ຽມຢາມ ຍີ່ປຸ່ນ ໃນປີ 2021 ຂອງທ່ານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈີ້ງ ເນັ້ນໜັກວ່າ ພັກ, ລັດຫວຽດນາມ ບໍ່ມີເປົ້າໝາຍໃດ ນອກຈາກການນໍາເອົາເສລີພາບ, ເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຄວາມອີ່ມໜໍາສໍາລານ ແລະຄວາມຜາສຸກມາໃຫ້ປະຊາຊົນ. ໃນການປັບປຸງຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈໃຫ້ແກ່ປະຊາຊົນ, ເຮັດໃຫ້ປະຊາຊົນມີຄຸນສົມບັດ - ພູມປັນຍາ - ກໍາລັງກາຍ - ຄວາມງາມ ຢ່າງຄົບຖ້ວນ, ສົ່ງເສີມສຸຂະພາບ, ໂພສະນາການໃຫ້ປະຊາຊົນ. ສະນັ້ນ, ເພື່ອໃຫ້ປະຊາຊົນ ນໍາໃຊ້ສະບຽບອາຫານ, ທັນຍາຫານສະອາດ, ແຊບ ນັ້ນ ການລ້ຽງສັດຕ້ອງຮັບປະກັນຖືກຕາມຂັ້ນຕອນທີ່ມີວິທະຍາສາດ, ສຸຂະອະນາໄມ, ຄວາມປອດໄພຂອງອາຫານ.
* ຕອນທ່ຽງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ເຂົ້າຮ່ວມພິທີລົງມືກໍ່ສ້າງໂຄງການເຮືອນຢູ່ສັງຄົມ ຂຶ້ນກັບໂຄງການເຂດຕົວເມືອງໃໝ່ ນາມວິ້ງອຽນ, ໄລຍະ 1.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ແລະບັນດາຜູ້ແທນເຂົ້າຮ່ວມພິທີລົງມືກໍ່ສ້າງເຮືອນຢູ່ສັງຄົມ ເຂດຕົວເມືອງໃໝ່ ນາມວິ້ງອຽນ. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ພັກ, ລັດ, ລັດຖະບານ, ນາຍົກລັດຖະມົນຕີ, ພ້ອມກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຍາມໃດກໍເອົາໃຈໃສ່ເຖິງວຽກງານພັດທະນາ ແລະລົງທຶນກໍ່ສ້າງເຮືອນຢູ່ສັງຄົມດ້ວຍຫຼາຍນະໂຍບາຍ, ບຸລິມະສິດບັນດາແຫຼ່ງກໍາລັງ ແລະແມ່ນໜ້າທີ່ສໍາຄັນຂອງລັດຖະບານ, ບັນດາຂະແໜງການ, ທ້ອງຖິ່ນ.
* ຕອນທ່ຽງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ລົງສໍາຫຼວດສະຖານທີ່ ເຊິ່ງຄາດວ່າ ແຂວງວິ້ງຟຸກ ຈະກໍ່ສ້າງເຂດຕົວເມືອງປະສົມນິເວດ ວິ້ງຟຸກ, ມີເນື້ອທີ່ທັງ ໝົດກວ່າ 1.700 ເຮັກຕາ, ໃນບໍລິເວນບັນດາເມືອງ ອຽນລາກ, ບິ່ງຊວຽນ ແລະນະຄອນວິ້ງອຽນ; ມີພົນລະເມືອງປະມານ 86.000 ຄົນ; ມູນຄ່າລົງທຶນທັງໝົດແມ່ນປະມານ 77.000 ຕື້ດົ່ງ.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ສໍາຫຼວດໂຄງການເຂດທ່ອງທ່ຽວ ຣີສອດ ຕາມດ້າວ 2 ທີ່ເທດສະບານເມືອງ ດ້າຍດິ່ງ, ເມືອງຕາມດ້າວ. ພາບ: ສໍານັກຂ່າວສານຫວຽດນາມ. |
*ກ່ອນໜ້ານັ້ນ, ຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ລົງກວດກາສະຖານທີ່ຕົວຈິງເຂດພັດທະນາໂຄງການເຂດທ່ອງທ່ຽວ ຣີສອດ ຕາມດ້າວ 2 ຢູ່ ເທດສະບານເມືອງດ້າຍດິ່ງ, ເມືອງຕາມດ້າວ.
*ໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ເຮັດວຽກກັບຄະນະປະຈໍາພັກແຂວງວິ້ງຟຸກ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະແກ້ໄຂບັນດາຂໍ້ສະເໜີເພື່ອໃຫ້ ແຂວງວິ້ງຟຸກ ພັດທະນາໄວ ແລະຍືນຍົງ.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ເຮັດວຽກກັບຄະນະປະຈໍາພັກແຂວງວິ້ງຟຸກ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ. ພາບ: ສໍານັກຂ່າວສານຫວຽດນາມ. |
ສະຫຼຸບການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ຮັບຮູ້, ຍ້ອງຍໍຊົມເຊີຍບັນດາໝາກຜົນທີ່ແຂວງວິ້ງຟຸກ ບັນລຸໄດ້ໃນໄລຍະຜ່ານມາ, ປະກອບສ່ວນເຂົ້າໃນຜົນງານລວມຂອງປະເທດ. ໄຈ້ແຍກ ແລະມອບໜ້າທີ່ແກ້ໄຂບັນດາຂໍ້ສະເໜີຂອງແຂວງວິ້ງຟຸກ ເພື່ອໃຫ້ແຂວງພັດທະນາໄວ ແລະຍືນຍົງໃນໄຍລະຈະມາເຖິງ, ທ່ານ ຟ້າມມິງຈີ້ງ ເຫັນດີແກ້ໄຂບົນຫຼັກການສູນກາງສະໜັບສະໜູນ, ສ້າງເງື່ອນໄຂດ້ານກົນໄກ, ນະໂຍບາຍທີ່ສອດຄ່ອງກັບສະພາບຕົວຈິງ, ບົນຈິດໃຈ 3 ມີ, 2 ບໍ່ (ມີປະໂຫຍດແກ່ລັດ, ປະຊາຊົນ ແລະວິສາຫະກິດ; ບໍ່ເພື່ອຜົນປະໂຫຍດສ່ວນຕົວ, ຫຍໍ້ທໍ້, ສໍ້ລາດບັງຫຼວງ ແລະບໍ່ໃຫ້ຮົ່ວໄຫຼເສຍຫາຍ, ຟຸມເຟືອຍຊັບສິນ, ຊັບພະຍາກອນຂອງປະເທດ); ທ້ອງຖິ່ນ ຕ້ອງເສີມຂະຫຍາຍຄວາມຂະຫຍັນຂັນເຄື່ອນ, ປະດິດສ້າງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງເພື່ອບຸກທະລຸ, ກ້າວຂຶ້ນ.
ທ່ານນາຍົກລັດຖະມົນຕີ ປາດຖະໜາ ແລະເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ແຂວງວິ້ງຟຸກ ຈະສືບຕໍ່ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ປ່ຽນແປງໃໝ່ຈິນຕະນາການ, ວິໄສທັດ ເພື່ອສ້າງພະລັງແຮງໃໝ່, ປະກອບສ່ວນກໍ່ສ້າງວິ້ງຟຸກ ໃຫ້ນັບມື້ນັບວັດທະນາຖາວອນ, ທັນສະໄໝ, ສີວິໄລ.
ໂດຍ: ໄຊຊະນະ