ຫວຽດນາມ - ອາເມລິກາ ຊຸກຍູ້ການຮ່ວມມືໃນຂົງເຂດການສຶກສາ, ປຶກສາຫາລືນະໂຍບາຍ
ກປ.ອອນໄລ - ຕອນບ່າຍວັນທີ 15 ມີນາ, ຕ້ອນຮັບທ່ານ ສຈ Thomas Vallely, ທີ່ປຶກສາຂັ້ນສູງ ກ່ຽວກັບຫວຽດນາມ ຢູ່ສະຖາບັນອາຊີຕາເວັນອອກສ່ຽງໃຕ້ ຂອງມະຫາວິທະຍາໄລ Columbia (ອາເມລິກາ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ສະເໜີທ່ານ ສຈ Thomas Vallely ແລະຜູ້ຮ່ວມງານ ສືບຕໍ່ປຶກສາຫາລືນະໂຍບາຍ ເພື່ອໃຫ້ຫວຽດນາມ ປະຕິບັດເປົ້າໝາຍເຕີບໂຕ 8% ໃນປີ 2025 ແລະເຕີບໂຕສອງຕົວເລກໃນຊຸມປີຕໍ່ໜ້າ.
ທ່ານ ຟ້າມມິງຈີ້ງ ຕີລາຄາສູງການປະກອບສ່ວນສໍາຄັນຂອງທ່ານ ສຈ Thomas Vallely ໃຫ້ແກ່ການພົວພັນຮ່ວມມືລະຫວ່າງສອງປະເທດ, ພິເສດໃນຂົງເຂດການສຶກສາ ແລະປຶກສາຫາລືນະໂຍບາຍ. ຕີລາຄາສູງມະຫາວິທະຍາໄລ Columbia ແລະທ່ານ ສຈ Thomas Vallely ໄດ້ເປັນເຈົ້າການໃນການສະເໜີໂຄງການຄົ້ນຄວ້າ ແລະປຶກສາຫາລືນະໂຍບາຍກ່ຽວກັບເສດຖະກິດຫວຽດນາມ, ທ່ານນາຍົກລັດຖະມົນຕີ ສະເໜີທ່ານ ສຈ Thomas Vallely ໃຫ້ຄໍາປຶກສາແກ່ຫວຽດນາມ ໃນການປະຕິບັດເປົ້າໝາຍເຕີບໂຕ; ສະເໜີມາດຕະການເຮັດໃໝ່ບັນດາກໍາລັງໜູນເຕີບໂຕທີ່ເປັນມູນເຊື້ອ ແລະຊຸກຍູ້ບັນດາກໍາລັງໜູນເຕີບໂຕໃໝ່; ສະເໝີມາດຕະການບຸກທະລຸພັດທະນາວິທະຍາສາດ-ເຕັກໂນໂລຊີ, ຊຸກຍູ້ການຫັນເປັນດີຈີຕອນ ແລະນະວັດຕະກໍາ; ມີຄໍາແນະນໍາບັນດາມາດຕະການພັດທະນາເສດຖະກິດເອກະຊົນຢູ່ຫວຽດນາມ.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ຕ້ອນຮັບທ່ານ ສຈ Thomas Vallely, ທີ່ປຶກສາຂັ້ນສູງກ່ຽວກັບຫວຽດນາມ ຢູ່ສະຖາບັນອາຊີຕາເວັນອອກສ່ຽງໃຕ້ ຂອງມະຫາວິທະຍາໄລ Columbia (ອາເມລິກາ). ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານ ສຈ Thomas Vallely ຕີລາຄາສູງເລື່ອງ ຫວຽດນາມ ຖືວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກໍາ, ການຫັນເປັນດີຈີຕອນແມ່ນພື້ນຖານໃຫ້ແກ່ການພັດທະນາໄລຍະໃໝ່; ພ້ອມທັງຊຸກຍູ້ບັນດາບຸກທະລຸຍຸດທະສາດ, ຫັນປ່ຽນພະລັງງານສີຂຽວຢ່າງແຂງແຮງ, ເລີ່ມພັດທະນາໄຟຟ້ານິວເຄຼຍຄືນໃໝ່, ບັນດາກໍາລັງໜູນເຕີບໂຕໃໝ່, ໂດຍສະເພາະແມ່ນປັນຍາປະດິດ, Chip Semiconductor…
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ. |
ແບ່ງປັນກ່ຽວກັບວິວັດການຮ່ວມມືກັບຫວຽດນາມ ໃນຫຼາຍປີຜ່ານມາ, ທ່ານ ສຈ Thomas Vallely ໃຫ້ຮູ້ວ່າ, ຕົນເອງ ແລະມະຫາວິທະຍາໄລ Columbia, ມະຫາວິທະຍາໄລ Fulbright ມີຄວາມສາມາດ ແລະພ້ອມແລ້ວທີ່ຈະໃຫ້ຄໍາປຶກສານະໂຍບາຍຍຸດທະສາດແກ່ຫວຽດນາມ; ຫວັງວ່າ ນອກຈາກການຮັກສາ VELP, ສອງຝ່າຍຈະສ້າງກົນໄກເຈລະຈາພາຍໃນໂດຍກົງ ເພື່ອປຶກສາຫາລື, ສະເໜີ, ໃຫ້ຄໍາປຶກສາບັນດາບັນຫາທີ່ຕ່າງມີຄວາມສົນໃຈ, ຄື: ວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກໍາ, ຫັນເປັນດີຈີຕອນ, ພັດທະນາເສດຖະກິດເອກະຊົນ, ຊຸກຍູ້ການພົວພັນ ຫວຽດນາມ-ອາເມລິກາ... ແລະບັນດາບັນຫາ ທີ່ ທ່ານນາຍົກລັດຖະມົນຕີ ໄດ້ສະເໜີ.
ໂດຍ: ໄຊຊະນະ