ທ່ານເລຂາທິການໃຫຍ່ຊົມເຊີຍ, ຕີລາຄາສູງການປະກອບສ່ວນຢ່າງແທດຈິງ ແລະມີປະສິດທິຜົນຂອງກຸ່ມບໍລິສັດ PE ກໍ່ຄືທ່ານ Nate Franklin ເອງຕໍ່ການພັດທະນາຂອງຫວຽດນາມ ໃນຂົງເຂດພະລັງງານທົດແທນ ແລະການພົວພັນຫວຽດນາມ-ອາເມລິກາ.

ທ່ານເລຂາທິການໃຫຍ່ ຢືນຢັນວ່າ ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດສໍາຄັນແຖວໜ້າຂອງຫວຽດນາມ, ຂອບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ອາເມລິກາ ພວມສ້າງເງື່ອນໄຂໂອກາດໃໝ່ໃຫ້ບັນດາວິສາຫະກິດອາເມລິກາ ລົງທຶນ ແລະດຳເນີນທຸລະກິດຢູ່ຫວຽດນາມ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ຕ້ອນຮັບປະທານກຸ່ມບໍລິສັດ Pacifico Energ (ອາເມລິກາ). ພາບ: qdnd.vn

ທ່ານເລຂາທິການໃຫຍ່ ໄດ້ແບ່ງປັນວິໄສທັດ ແລະຄວາມຕັດສິນໃຈຂອງພັກ, ລັດ ແລະປະຊາຊົນຫວຽດນາມ ແນໃສ່ປະຕິບັດເປົ້າໝາຍພັດທະນາ, ກາຍເປັນປະເທດພັດທະນາ, ມີພື້ນຖານອຸດສາຫະກຳທັນສະໄໝ ແລະລາຍຮັບປານກາງສູງໃນປີ 2030, ແລະເປັນປະເທດພັດທະນາ, ມີລາຍໄດ້ສູງໃນປີ 2045; ເນັ້ນໜັກວ່າ, ພັກ ແລະລັດຖະບານຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂສະດວກ, ໃນນັ້ນມີການປະຕິຮູບລະບອບລະບຽບການ, ເພື່ອໃຫ້ບັນດານັກລົງທຶນພາຍໃນ ແລະຕ່າງປະເທດດຳເນີນທຸລະກິດຢູ່ຫວຽດນາມ ຢ່າງມີປະສິດທິຜົນ. ຫວຽດນາມ ຈະສືບຕໍ່ໃຫ້ຄຳໝັ້ນສັນຍາດ້ວຍເປົ້າໝາຍຫຼຸດຜ່ອນການປ່ອຍອາຍພິດລົງລະດັບ “0” ໃນປີ 2050.

ທ່ານເລຂາທິການໃຫຍ່ ສະເໜີໃຫ້ກຸ່ມບໍລິສັດ PE ເພີ່ມທະວີການຮ່ວມມືກັບບັນດາວິສາຫະກິດຢູ່ຫວຽດນາມ, ຊຸກຍູ້ການຖ່າຍທອດເຕັກໂນໂລຢີ, ໜູນຊ່ວຍ ແລະແບ່ງປັນປະສົບການກັບບັນດາຄູ່ຮ່ວມມືຫວຽດນາມ ເພື່ອຍົກສູງຄວາມສາມາດ ແລະລະດັບພັດທະນາພະລັງງານແຮງລົມ ແລະພະລັງງານທົດແທນ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານ Nate Franklin ໄດ້ຂອບອົກຂອບໃຈທ່ານເລຂາທິການໃຫຍ່ ທີ່ໄດ້ສະຫລະເວລາຕ້ອນຮັບຄະນະ; ຕີລາຄາສູງການຊີ້ນໍາຂອງການນຳຂັ້ນສູງຫວຽດນາມ ກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ກໍ່ຄືການໜູນຊ່ວຍຢ່າງຕັ້ງໜ້າ ແລະມີປະສິດທິຜົນຂອງບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນຂອງຫວຽດນາມ ໃຫ້ບັນດາວິສາຫະກິດອາເມລິກາ; ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາ ນຳພາ ແລະວິໄສທັດຍຸດທະສາດຂອງທ່ານເລຂາທິການໃຫຍ່ ໂຕເລິມ ແລະການນຳຫວຽດນາມ, ຫວຽດນາມ ຈະບັນລຸໄດ້ບັນດາເປົ້າໝາຍພັດທະນາທີ່ໄດ້ວາງອອກ.

ທ່ານ Nate Franklin ໃຫ້ຄຳໝັ້ນສັນຍາວ່າ PE ຈະສືບຕໍ່ລົງທຶນເຂົ້າຂົງເຂດໄຟຟ້າແຮງລົມ ແລະພະລັງງານທົດແທນຢູ່ຫວຽດນາມ, ເພື່ອປະກອບສ່ວນຊຸກຍູ້ການເຕີບໂຕເສດຖະກິດຢ່າງວ່ອງໄວ ແລະຍືນຍົງຂອງຫວຽດນາມ, ພ້ອມທັງປະກອບສ່ວນພັດທະນາການພົວພັນຫວຽດນາມ - ອາເມລິກາ.

ໂດຍ: ໄຊນີດາ