ຕອນບ່າຍວັນທີ 14 ມີນາ, ຢູ່ແຂວງລາວກາຍ ໄດ້ດຳເນີນ “ງານພົບປະ 2025” ດ້ວຍຫົວຂໍ້: ລາວກາຍ - ສູນເຊື່ອມຕໍ່ການຄ້າລະຫວ່າງຫວຽດນາມ - ອາຊຽນ ແລະພາກຕາເວັນຕົກສ່ຽງໃຕ້ຈີນ: ກາລະໂອກາດໃຫ້ບັນດາວິສາຫະກິດ ແລະນັກລົງທຶນ”. ນີ້ແມ່ນຄັ້ງທຳອິດທີ່ກອງປະຊຸມສົ່ງເສີມການຄ້າ ແລະການລົງທຶນຂະໜາດໃຫຍ່ໄດ້ຈັດຂຶ້ນຢູ່ລາວກາຍ, ໂດຍມີການເຂົ້າຮ່ວມຂອງການນຳລັດຖະບານ, ຜູ້ຕາງໜ້າການທູດຂອງສະຫະພາບເອີຣົບ (ອີຢູ), ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ມາເລເຊຍ ແລະປະຊາຄົມວິສາຫະກິດພາຍໃນ ແລະສາກົນ.

leftcenterrightdel
ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: baolaocai.vn

ເຂົ້າຮ່ວມເຫດການ, ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ  ໄດ້ເຈາະຈີ້ມທິດທາງຮ່ວມມື 3 ຢ່າງໃນໄລຍະຈະມາເຖິງ. ຕາມນັ້ນແລ້ວ, ໃນການຂຸດຄົ້ນຄວາມສາມາດຮ່ວມມື, ຝ່າຍຕ່າງໆຕ້ອງຍາດແຍ່ງເອົາການພົວພັນອັນດີງາມລະຫວ່າງອາຊຽນ - ຈີນ ແລະຫວຽດນາມ - ຈີນ ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ; ເສີມຂະຫຍາຍບັນດາທ່າໄດ້ປຽບຂອງລາວກາຍ, ໃຫ້ບຸລິມະສິດແກ່ບັນດາກຳລັງໜູນໃໝ່ເຊັ່ນ: ວິທະຍາສາດເຕັກໂນໂລຢີ, ເສດຖະກິດສີຂຽວ, ການຫັນປ່ຽນດີຈີຕອນ. ກ່ຽວກັບການເພີ່ມທະວີການຮ່ວມມືທີ່ສຳຄັນ, ຕ້ອງຍູ້ແຮງການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງລາວກາຍ ແລະແຂວງຢຸນນານ; ພັດທະນາໂຄງລ່າງຄົມມະນາຄົມ (ທາງລົດໄຟລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ, ຂົວຂ້າມແມ່ນ້ຳແດງ, ເຊື່ອມຕໍ່ທາງລົດໄຟລາວກາຍ - ຮ່າເຂົາເໜືອ; ເປີດກວ້າງການຮ່ວມມືດ້ານການທ່ອງທ່ຽວ ແລະການແລກປ່ຽນປະຊາຊົນ. ກ່ຽວກັບການຄຸ້ມຄອງຊາຍແດນ, ປະຕິບັດບັນດາເອກະສານກົດໝາຍຊາຍແດນໃຫ້ດີ, ຍົກສູງປະສິດທິຜົນຂອງກົນໄກປະສານງານ, ຕໍ່ສູ້ຕ້ານອາດຊະຍາກຳ, ກໍ່ສ້າງເສັ້ນຊາຍແດນສັນຕິພາບ ແລະຮ່ວມມື.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ເນັ້ນໜັກວ່າ: “ດ້ວຍຈິດໃຈພ້ອມກັນຮ່ວມມື, ພ້ອມກັນໄຊຊະນະ, ພ້ອມກັນພັດທະນາ, ຂຸດຄົ້ນຄວາມສາມາດສູງສຸດເພື່ອຮ່ວມມືຢ່າງແທດຈິງ, ມີເນື້ອແທ້ ແລະໝາກຜົນສາມາດວັດແທກໄດ້. ບັນດາກະຊວງ, ຂະແໜງການ, ແຂວງລາວກາຍ ແລະທ້ອງຖິ່ນຕ່າງໆຂອງຫວຽດນາມ ໄດ້ຮັບເອົາບັນດາຄຳເຫັນ, ຂໍ້ສະເໜີຢ່າງເຂັ້ມງວດ ແລະມີຄຳຕອບຢ່າງທັນການ; ພາຍຫຼັງເຫດການມີແຜນການ, ລາຍການລະອຽດເພື່ອຜັນຂະຫຍາຍການປະຕິບັດ”.

ທີ່ເຫດການ, ໄດ້ດຳເນີນພິທີລົງນາມໃນສັນຍາຮ່ວມມືລະຫວ່າງວິສາຫະກິດ ແລະອໍານາດການປົກຄອງທ້ອງຖິ່ນ.

ໂດຍ: ໄຊນີດາ