ຫວຽດນາມ ໃຫ້ຄໍາໝັ້ນສັນຍາເພື່ອຊຸກຍູ້ການຮ່ວມມືເພື່ອມຸ່ງເຖິງອະນາຄົດດີຈີຕອນ
ກປ.ອອນໄລ - ຫວຽດນາມ ພວມຍູ້ແຮງການພັດທະນາພື້ນຖານໂຄງລ່າງຍຸດທະສາດຮັບໃຊ້ການພັດທະນາອຸດສາຫະກໍາເຄິ່ງຊັກນໍາໄຟຟ້າ ແລະປັນຍາປະດິດ.
ເວທີປາໄສນະໂຍບາຍດ້ວຍຫົວຂໍ້ “ຫວຽດນາມເປັນເຈົ້າການພັດທະນາຂະແໜງອຸດສາຫະກໍາເຄິ່ງຊັກນໍາໄຟຟ້າ ແລະປັນຍາປະດິດໃນສັງກາດໃໝ່”, ໂດຍສູນນະວັດຕະກໍາແຫ່ງຊາດ (NIC) ສົມທົບກັບ Aitomatic, ອາເມລິກາ ຈັດຕັ້ງໃນວັນທີ 14 ມີນາ ຢູ່ຮ່າໂນ້ຍ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ກ່າວຄໍາເຫັນທີ່ເວທີປາໄສ. ພາບ: nhandan.vn |
ກ່າວຄໍາເຫັນທີ່ເວທີປາໄສ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ຖືຂົງເຂດປັນຍາປະດິດ (AI) ແລະອຸດສາຫະກໍາເຄິ່ງຊັກນໍາໄຟຟ້າແມ່ນກໍາລັງໜູນເຕີບໂຕຕົ້ນຕໍດ້ວຍເປົ້າໝາຍຮອດປີ 2045, ຫວຽດນາມ ກາຍເປັນປະເທດພັດທະນາທີ່ມີລາຍຮັບສູງ. ຫວຽດນາມ ພວມປະຕິຮູບລະບອບລະບຽບການຢ່າງແຮງ, ກໍ່ສ້າງລະບອບລະບຽບການທີ່ອຳນວຍຄວາມສະດວກ ເພື່ອພັດທະນາອຸດສາຫະກໍາເຄິ່ງຊັກນໍາໄຟຟ້າ ແລະປັນຍາປະດິດ.
ທ່ານນາຍົກລັດຖະມົນຕີ ສະເໜີ: “ຫວຽດນາມ ປາດຖະໜາຢາກໃຫ້ບັນດາຄູ່ຮ່ວມມື, ນັກລົງທຶນຕ່າງປະເທດໃຫ້ຄຳປຶກສາ ກ່ຽວກັບການເຂົ້າເຖິງ, ຈີນຕະນາການ, ວິໄສທັດ, ເປົ້າໝາຍຮັບປະກັນສອດຄ່ອງກັບສະພາບຫວຽດນາມ, ສະພາບການໂລກ, ມີລັກສະນະເປັນໄປໄດ້, ມີປະສິດທິຜົນ; ປະກອບສ່ວນປັບປຸງລະບອບລະບຽບການ, ຫຼຸດຜ່ອນລະບຽບການບໍລິຫານທີ່ສັບສົນ, ຍົກອອກບັນດາຂໍ້ຕົກລົງໄວທີ່ສຸດເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍໃຫ້ປະຊາຊົນ, ວິສາຫະກິດຍິ່ງຫຼາຍກໍ່ຍິ່ງດີ. ພວກຂ້າພະເຈົ້າກໍ່ສະເໜີບັນດາຄູ່ຮ່ວມມືໜູນຊ່ວຍດ້ານການເງິນຄືໃຫ້ກູ້ຢືມບຸລິິມະສິດຮັບປະກັນປະສິດທິຜົນ, ສອດຄ່ອງ; ຊ່ວຍເຫຼືອຫວຽດນາມ ກໍ່ສ້າງບັນດາກອງທຶນ, ພັດທະນາບັນດາສູນການເງິນ, ຍົກລະດັບຕະຫຼາດຫຼັກຊັບ, ດຶງດູດການລົງທຶນໂດຍກົງ ແລະທາງອ້ອມ...”
    |
 |
ບັນຍາການທີ່ເວທີປາໄສ. ພາບ: VGP |
ທ່ານນາຍົກລັດຖະມົນຕີ ສະເໜີບັນດາຄູ່ຮ່ວມມືຖ່າຍທອດເຕັກໂນໂລຢີໃຫ້ຫວຽດນາມ ຜ່ານບັນດາສູນຄົ້ນຄວ້າພັດທະນາ (R&D); ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດຫວຽດນາມ ເຂົ້າຮ່ວມຕ່ອງໂສ້ການສະໜອງ, ຕ່ອງໂສ້ຜະລິດທ່ົວໂລກ. ພ້ອມທັງ, ບຸລິມະສິດຮັບຄົນຫວຽດນາມ ເຂົ້າເຮັດວຽກ, ເຂົ້າຮ່ວມນໍາພາ, ຄຸ້ມຄອງຢູ່ບັນດາກຸ່ມບໍລິສັດ, ວິສາຫະກິດແຖວໜ້າໂລກ; ປະກອບສ່ວນສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ພັດທະນາບັນດາສູນ, ຮາກຖານກໍ່ສ້າງລະດັບສາກົນໃນບັນດາຂະແໜງໃໝ່... ເນື່ອງໃນເຫດການ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມວີທີປະກາດ, ດຳເນີນຂໍ້ລິເລີ່ມ, ລວມມີ: ຂໍ້ລິເລີ່ມສ້າງ ແລະພັດທະນາວິສາຫະກິດເລີ່ມທຸລະກິດໃນຂົງເຂດເຄິ່ງຊັກນໍາໄຟຟ້າ, ຂໍ້ລິເລີ່ມໜູນຊ່ວຍວິສາຫະກິດຫວຽດນາມ ເຂົ້າຮ່ວມ ສະຫະພັນປັນຍາປະດິດທົ່ວໂລກ.
ໂດຍ: ໄຊນີດາ