ທ່ານຮອງນາຍົກລັດຖະມົນຕີ ຕີລາຄາສູງຕໍ່ຂໍ້ສະເໜີຂອງ EIB ກ່ຽວກັບບ້ວງເງິນກູ້ຢືມສິນເຊື່ອໃຫ້ບັນດາໂຄງການພະລັງງານຂອງຫວຽດນາມ ເພື່ອປະຕິບັດຂໍ້ຕົກລົງວ່າດ້ວຍການຫັນປ່ຽນພະລັງງານຢ່າງຍຸດຕິທຳ (JETP), ໂດຍສະເພາະແມ່ນບັນດາໂຄງການພະລັງງານແຮງລົມນອກຝັ່ງທະເລ ແລະຕາຂ່າຍໄຟຟ້າອັດສະລິຍະ.

leftcenterrightdel
ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານນາງ Nicola Beer, ຮອງຫົວໜ້າທະນາຄານລົງທຶນເອີຣົບ (EIB). ພາບ: ສໍານັກຂ່າວສານຫວຽດນາມ

ຂອບໃຈທ່ານຮອງນາຍົກລັດຖະມົນຕີ ທີ່ໄດ້ສະຫລະເວລາຕ້ອນຮັບ, ທ່ານນາງ Nicola Beer ໄດ້ຕີລາຄາຕໍ່ການກະທຳຂອງຫວຽດນາມ ທີ່ແນໃສ່ການປະຕິບັດຂໍ້ຕົກລົງວ່າດ້ວຍການຫັນປ່ຽນພະລັງງານຢ່າງຍຸດຕິທໍາ (JETP). ໃນການຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ, ຄະນະປະຕິບັດງານ EIB ໄດ້ມີການພົບປະ ແລະເຮັດວຽກກັບບັນດາການນຳທະນາຄານແຫ່ງລັດຫວຽດນາມ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ ແລະກຸ່ມບໍລິສັດໄຟຟ້າຫວຽດນາມ ເພື່ອແລກປ່ຽນກ່ຽວກັບບ້ວງສິນເຊື່ອບຸລິມະສິດທີ່ສະຫງວນໃຫ້ບັນດາໂຄງການພະລັງງານສີຂຽວໃນຂອບເຂດ JETP.

ທ່ານນາງ Nicola Beer ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, EIB ຈະສຸມໃສ່ຊຸກຍູ້ບ້ວງສິນເຊື່ອບຸລິມະສິດຕໍ່ກັບບັນດາໂຄງການພື້ນຖານໂຄງລ່າງຄົມມະນາຄົມສີຂຽວ, ພະລັງງານສີຂຽວ, ໜູນຊ່ວຍການຫັນເປັນສີຂຽວ, ກຳຈັດອາຍກາກບອນ ແລະການຫຼຸດຜ່ອນການປ່ອຍອາຍພິດໃຫ້ບັນດາວິສາຫະກິດຂະໜາດກາງ ແລະນ້ອຍ... ຄຽງຂ້າງນັ້ນ, EIB ຢືນຢັນວ່າ ຈະສືບຕໍ່ແບ່ງປັນປະສົບການກັບບັນດາຄູ່ຮ່ວມມືຂອງຫວຽດນາມ ໃນການລະດົມແຫຼ່ງກຳລັງດ້ານການເງິນສີຂຽວ, ກໍ່ສ້າງກົນໄກບຸລິມະສິດ ແລະວິທີແກ້ໄຂທາງດ້ານການເງິນຢ່າງມີຫົວຄິດປະດິດສ້າງ ເພື່ອສະໜັບສະໜູນບັນດາໂຄງການພະລັງງານທົດແທນ, ການຫຼຸດຜ່ອນການປ່ອຍອາຍພິດ ແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ໂດຍ: ໄຊຍະຄານ ວາທີ