ກ່ອນນ້ັນ, ຕອນເຊົ້າວັນທີ 13 ມີນາ, ໃນຂອບເຂດການຢ້ຽມຢາມສິງກະໂປ ຢ່າງເປັນທາງການ, ທ່ານ ໂຕເລິມ  ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ທ່າທະເລ Pansir Panjang - ເຊິ່ງເປັນໜຶ່ງໃນບັນດາທ່າ container ທັນສະໄໝທີ່ສຸດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ເພື່ອແນໃສ່ຊອກຮູ້ຮູບການພັດທະນາໂຄງລ່າງທ່າທະເລຂອງສິງກະໂປ.

ທ່າທະເລ Pansir Panjang, ທ່ານ Nelson Quek ຜູ້ອໍານວຍການບໍລິຫານພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະການນໍາກຸ່ມບໍລິສັດ PSA ສິງກະໂປ-ຫົວໜ່ວຍເຄື່ອນໄຫວທ່າທະເລ Pansir Panjang - ໄດ້ຕ້ອນຮັບທ່ານ ໂຕເລິມ ພ້ອມດ້ວຍຄະນະຜູ້ແທນຫວຽດນາມ.

ທ່ານເລຂາທິການໃຫຍ່ ສະແດງຄວາມປາດຖະໜາຢາກໃຫ້ PSA ຮ່ວມມືພັດທະນາລະບົບທ່າທະເລຢູ່ຫວຽດນາມ ດ້ວຍປະສົບການຂອງ ສິງກະໂປ ໃນຂົງເຂດນີ້ແມ່ນມີຄຸນຄ່າທີ່ສຸດຕໍ່ຫວຽດນາມ ໃນວິວັດການຫັນລະບົບທ່າທະເລ ແລະພັດທະນາຂະແໜງ logistics ໃຫ້ເປັນທັນສະໄໝ. ທ່ານ ເລຂາທິການໃຫຍ່ ສະເໜີວ່າ ຕໍ່ໜ້ານີ້ຈະຈັດສົ່ງສໍາມະນາກອນຫວຽດນາມ ໄປຮຽນເຕັກໂນໂລຢີການເຄື່ອນໄຫວ ແລະການຄຸ້ມຄອງທ່າທະເລ. ຜູ້ຕາງໜ້າ PSA ກໍ່ສະແດງຄວາມກຽມພ້ອມແບ່ງປັນບົດຮຽນ, ເພີ່ມທະວີການຮ່ວມມືກັບຫວຽດນາມ, ພ້ອມທັງຕີລາຄາສູງຕໍ່ຄວາມສາມາດບົ່ມຊ້ອນພັດທະນາຂອງຂະແໜງທ່າທະເລ ແລະ logistics ຫວຽດນາມ ໃນອະນາຄົດ.

* ໃນວັນດຽວກັນ, ຢູ່ມະຫາວິທະຍາໄລແຫ່ງຊາດສິງກະໂປ, ທ່ານ ໂຕເລິມ ໄດ້ເຮັດວຽກ, ຮັບຟັງການແບ່ງປັນກ່ຽວກັບນະໂຍບາຍການສຶກສາ, ວິທະຍາສາດ, ເຕັກໂນໂລຢີຂອງສິງກະໂປກັບທ່ານ Chan Chun Sing ລັດຖະມົນຕີກະຊວງສຶກສາ ແລະການນໍາມະຫາວິທະຍາໄລແຖວໜ້າແຫ່ງຕ່າງໆຂອງສິງກະໂປ. ທ່ານ ໂຕເລິມ ສະເໜີໃຫ້ບັນດາມະຫາວິທະຍາໄລສິງກະໂປ ທີ່ສັງກັດໃນທອັບແຖວໜ້າໂລກໃຫ້ການໜູນຊ່ວຍ, ແບ່ງປັນບົດຮຽນກ່ຽວກັບການຜັນຂະຫຍາຍການຮ່ວມມືລະຫວ່າງລັດ, ມະຫາວິທະຍາໄລ ແລະວິສາຫະກິດກັບຫວຽດນາມ ເພື່ອຫັນບັນດາການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຢີໃຫ້ປະກົດຜົນເປັນຈິງເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຕົວຈິງ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ເປັນສັກຂີພິຍານພິທີແລກປ່ຽນເອກະສານຮ່ວມມືລະຫວ່າງວິສາຫະກິດຫວຽດນາມ ແລະສິງກະໂປ. ພາບ: ສໍານັກຂ່າວສານຫວຽດນາມ

ຕອນທ່ຽງວັນທີ 13 ມີນາ, ທ່ານ ໂຕເລິມ  ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາລະຫວ່າງວິສາຫະກິດຫວຽດນາມ-ສິງກະໂປ ດ້ວຍຫົວຂໍ້ “ຫວຽດນາມ-ຈຸດນັດພົບຂອງສັງກາດວິທະຍາສາດ, ເຕັກໂນໂລຢີ ແລະການຮ່ວມມືດ້ານການເງິນ”.

ທີ່ການໂອ້ລົມສົນທະນາ, ບັນດາວິສາຫະກິດ, ນັກຊ່ຽວຊານ, ນັກທຸລະກິດສິງກະໂປ ໄດ້ແບ່ງປັນບົດຮຽນກ່ຽວກັບການພັດທະນາຕະຫຼາດການເງິນ ແລະກໍ່ສ້າງສູນການເງິນສາກົນສິງກະໂປ; ຊຸກຍູ້ວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກໍາ ແລະການລົງທຶນ, ບັນດາຂະແໜງເຕັກໂນໂລຢີສູງ; ບົດຮຽນການລົງທຶນ, ພັດທະນາເຕັກໂນໂລຢີ, ກໍ່ສ້າງສູນການເງິນ ແລະຂໍ້ສະເໜີໃຫ້ຫວຽດນາມ...

ກ່າວຄໍາເຫັນຊີ້ນໍາ, ທ່ານ ໂຕເລິມ ໃຫ້ຮູ້ວ່າ, ຫວຽດນາມ ແລະສິງກະໂປ ຕ້ອງຍົກສູງການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ມີລາຍການເຄື່ອນໄຫວ, ແຜນການ, ບໍ່ພຽງແຕ່ສຸມໃສ່ຂົງເຂດທີ່ມີທ່າແຮງເທົ່ານັ້ນແຕ່ຕ້ອງຢູ່ໃນຂົງເຂດທັງໝົດ. ສິງກະໂປ ມີຫຼາຍທ່າແຮງຄືແຫຼ່ງການເງິນ, ເຕັກໂນໂລຢີ, ວິທະຍາສາດ, ສູນນະວັດຕະກໍາ, ລະບົບ logistics, ສົມທົບກັບຫວຽດນາມ ທີ່ມີແຫຼ່ງຊັບພະຍາກອນມະນຸດທີ່ອຸດົມສົມບູນ, ດຸໝັ່ນຂະຫຍັນພຽນ, ອົດທົນພະຍາຍາມ, ສະຫຼາດ, ຕະຫຼາດທີ່ກວ້າງໃຫຍ່, ມີແຫຼ່ງດິນດອນ, ຊັບພະຍາກອນ, ແຮ່ໂລຫະທີ່ຫາຍາກ...

ຕາມທ່ານເລຂາທິການໃຫຍ່ແລ້ວ, ເປັນຄັ້ງທໍາອິດທີ່ຫວຽດນາມ ວາງແຜນການສ້າງສູນການເງິນພາກພື້ນ ແລະສາກົນຢູ່ຫວຽດນາມ, ສະນັ້ນ, ຕ້ອງສຸມໃສ່ຊຸກຍູ້ວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກໍາ ແລະຫັນປ່ຽນດີຈີຕອນ. ຫວຽດນາມ ແລະສິງກະໂປ ໄດ້ເຊັນຂໍ້ຕົກລົງຄູ່ຮ່ວມມືເສດຖະກິດສີຂຽວ-ເສດຖະກິດດີຈີຕອນ. ພາຍຫຼັງຍົກລະດັບການພົວພັນ, ສອງຝ່າຍໄດ້ຕັດສິນໃຈຍູ້ໄວປະຕິບັດຂໍ້ຕົກລົງສະບັບນີ້.

ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ, ຫວຽດນາມ ຮັບຟັງບັນດາຄໍາຄິດເຫັນກ່ຽວກັບການກໍ່ສ້າງສູນການເງິນ, ສົ່ງເສີມການລົງທຶນ ແລະພັດທະນາວິສາຫະກິດ; ສົ່ງເສີມການລົງທຶນທາງອ້ອມ. ເລື່ອງພັດທະນາບັນດາກອງທຶນລົງທຶນທາງອ້ອມນີ້ມີຜົນປະໂຫຍດໃຫ້ບັນດາວິສາຫະກິດ ແລະມີຄວາມຈໍາເປັນໃຫ້ແກ່ການສ້າງຕັ້ງສູນການເງິນພາກພື້ນ ແລະສາກົນ. ນອກຈາກນັ້ນ, ຫວຽດນາມ ກໍ່ເອົາໃຈໃສ່ເຖິງຕະຫຼາດເງິນເອເລັກໂຕນິກ, ເງິນດີຈີຕອນ. ແຜນນະໂຍບາຍຂອງຫວຽດນາມ ແມ່ນສືບຕໍ່ພັດທະນາເສດຖະກິດເອກະຊົນໃຫ້ເປັນກໍາລັງຜັກດັນແກ່ການພັດທະນາກ່ຽວກັບທຸກດ້ານຂອງປະເທດ, ສົ່ງເສີມດ້ານນະວັດຕະກໍາ, ຄວາມຂະຫຍັນຂັນເຄື່ອນ, ມີປະສິດທິຜົນ ແລະສໍາຄັນແມ່ນມີຄວາມໄວ້ເນື້ອເຊື່ອໃຈ, ມີການຮ່ວມມືເພື່ອແບ່ງປັນ, ເຂົ້າໃຈກັນ ແລະພ້ອມກັນຊົມໃຊ້ຜົນປະໂຫຍດ.

ເນື່ອງໃນໂອກາດນີ້, ທ່ານ ໂຕເລິມ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເປັນສັກຂີພິຍານພິທີແລກປ່ຽນເອກະສານຮ່ວມມືລະຫວ່າງບັນດາອົງການ ແລະວິສາຫະກິດສອງປະເທດ.

ໂດຍ:​ ໄຊນີດາ