ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ
ກປ.ອອນໄລ - ວັນທີ 13 ມີນາ, ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Marc E. Knapper ເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ ເພື່ອແລກປ່ຽນກ່ຽວກັບບັນດາຂົງເຂດບຸລິມະສິດຊຸກຍູ້ໃນການຮ່ວມມືສອງຝ່າຍເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ອາເມລິກາ.
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືອາເມລິກາ ແມ່ນຄູ່ຮ່ວມມືທີ່ມີຄວາມສຳຄັນດ້ານຍຸດທະສາດ. ພ້ອມທັງເນັ້ນໜັກວ່າ ຄວນສືບຕໍ່ນໍາການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນແມ່ນຈຸດພົ້ນເດັ່ນ ແລະກຳລັງໜູນຂອງການພົວພັນສອງຝ່າຍ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໃຫ້ຮູ້ວ່າ ບັນດາກະຊວງ, ຂະແໜງການຂອງຫວຽດນາມ ພວມຕັ້ງໜ້າແກ້ໄຂບັນຫາທີ່ຍັງຂ້ອງຄາໃຈຂອງຝ່າຍອາເມລິກາ ໃນປະຈຸບັນໃນການພົວພັນດ້ານເສດຖະກິດ-ການຄ້າ-ການລົງທຶນ, ໃນນັ້ນມີການຈັດສົ່ງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ໄປເປັນທູດພິເສດ ແລະເຮັດວຽກຢູ່ອາເມລິກາ ເພື່ອເປັນປະທານຮ່ວມກົນໄກຂອງກອງປະຊຸມສະພາການຄ້າ ແລະການລົງທຶນ (TIFA).
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Marc E. Knapper ເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເນັ້ນໜັກວ່າ, ລັດຖະບານຫວຽດນາມ ຍາມໃດກໍ່ເອົາໃຈໃສ່ສ້າງເງື່ອນໄຂໃຫ້ການເຄື່ອນໄຫວຂອງວິສາຫະກິດ ແລະນັກລົງທຶນອາເມລິກາ ຢູ່ຫວຽດນາມ, ຢັ້ງຢືນວ່າ ຫວຽດນາມ ປາດຖະໜາຢາກສ້າງການພົວພັນຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນກັບອາເມລິກາ ໃຫ້ມີຄວາມສົມດູນ, ໝັ້ນຄົງ, ກົມກຽວ ແລະຍືນຍົງ, ເພື່ອຜົນປະໂຫຍດລວມຂອງສອງປະເທດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກໍ່ສະເໜີໃຫ້ອາເມລິກາ ສືບຕໍ່ປະຕິບັດບັນດາບາດກ້າວເດີນເພື່ອຮັບຮູ້ຫວຽດນາມ ມີພື້ນຖານເສດຖະກິດການຕະຫຼາດ ແລະສ້າງເງື່ອນໄຂເພື່ອໃຫ້ຫວຽດນາມ ນຳເຂົ້າບັນດາອຸປະກອນເຕັກໂນໂລຢີສູງຈາກອາເມລິກາ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ |
ສ່ວນທ່ານເອກອັກຄະລັດຖະທູດ Marc E. Knapper ຢືນຢັນວ່າ ອາເມລິກາ ໃຫ້ບຸລິມະສິດພັດທະນາການພົວພັນກັບຫວຽດນາມ ບົນພື້ນຖານຫຼັກການເຄົາລົບລະບອບການເມືອງ, ເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງຫວຽດນາມ, ສະໜັບສະໜູນຫວຽດນາມ ທີ່ເຂັ້ມແຂງ, ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະຄວາມວັດທະນາຖາວອນ; ປາດຖະໜາຢາກເປີດກວ້າງການຮ່ວມມືໃນທຸກຂົງເຂດ, ລວມມີການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ-ບຳລຸງສ້າງ... ພ້ອມກັນນັ້ນ, ກໍ່ເນັ້ນໜັກວ່າ ປີ 2025 ເປັນປີທີ່ມີຄວາມໝາຍສຳຄັນໃນການພົວພັນສອງປະເທດກັບເລື່ອງສອງຝ່າຍສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ສະຖານທູດອາເມລິກາ ປະຈຳ ຫວຽດນາມ ຈະມານະພະຍາຍາມພ້ອມກັບບັນດາອົງການຂອງຫວຽດນາມ ສ້າງໂຄງການດໍາເນີນງານຢ່າງມີປະສິດທິຜົນ, ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເລິກເຊິ່ງຂຶ້ນຕື່ມ.
ໂດຍ: ເຈິ່ນຮວ່ຽນ