ນາຍົກລັດຖະມົນຕີ ກິກີດສະຖານ ຢ້ຽມຢາມເຂດປູຊະນີຍະສະຖານປະທານໂຮ່ຈີມິນ
ກປ.ອອນໄລ - ໃນຂອບເຂດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ Adylbek Kasymaliev ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ກິກີດສະຖານ, ຕອນເຊົ້າວັນທີ 7 ມີນາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Adylbek Kasymaliev ນາຍົກລັດຖະມົນຕີ ກິກີດສະຖານ ໄດ້ໄປຢ້ຽມຢາມເຂດປູຊະນີຍະສະຖານປະທານໂຮ່ຈີມິນ ທີ່ທຳນຽບປະທານປະເທດຢູ່ນະຄອນຫຼວງຮ່າໂນ້ຍ. ກ່ອນໜ້ານັ້ນ, ທ່ານ Adylbek Kasymaliev ໄດ້ໄປວາງພວງມາລາຢູ່ສຸສານປະທານໂຮ່ຈີມິນ.
ຢ້ຽມຢາມເຂດປູຊະນີຍະສະຖານປະທານໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ແນະນຳກັບທ່ານນາຍົກລັດຖະມົນຕີ Adylbek Kasymaliev ກ່ຽວກັບເຮືອນຮ້ານລຸງໂຮ່; ພ້ອມດ້ວຍຊີວິດ ແລະພາລະກິດຂອງປະທານໂຮ່ຈີມິນ ຜູ້ຍິງໃຫຍ່-ນັກວິລະຊົນປົດປ່ອຍຊາດ, ນັກວັດທະນະທຳຂອງຫວຽດນາມ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແນະນໍາກັບທ່ານ Adylbek Kasymaliev ນາຍົກລັດຖະມົນຕີ ກິກີດສະຖານ ທີ່ລະນຶກຂອງລຸງໂຮ່ ຢູ່ເຂດປູຊະນີຍະສະຖານ. ພາບ: ສໍານັກຂ່າວສານຫວຽດນາມ |
ຈາກນັ້ນ, ຢູ່ຕໍ່ໜ້າຮູບປັ້ນທອງສຳລິດ “ລຸງໂຮ່ນັ່ງເຮັດວຽກຢູ່ສວນດອກໄມ້ທໍານຽບປະທານປະເທດ” ຢູ່ສວນດອກໄມ້ທຳນຽບປະທານປະເທດ - ສະຖານທີ່ເກີດ, ປະທານໂຮ່ຈີມິນ ໄດ້ເລືອກເອົາເປັນບ່ອນຮັບແຂກ ແລະເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ເຊີນທ່ານນາຍົກລັດຖະມົນຕີ Adylbek Kasymaliev ດຶ່ມກາເຟຫວຽດນາມ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ແນະນຳກັບທ່ານນາຍົກລັດຖະມົນຕີ Adylbek Kasymaliev ກ່ຽວກັບວັດທະນະທຳກາເຟ, ສິນຄ້າກາເຟຫວຽດນາມ, ກໍ່ຄືແນວທາງພົວພັນຕ່າງປະເທດ ແລະມູນເຊື້ອວັດທະນະທໍາທີ່ອຸດົມສົມບູນ, ປະຫວັດສາດສະຫງ່າອົງອາດຂອງຊົນຊາດຫວຽດນາມ.
ສ່ວນທ່ານນາຍົກລັດຖະມົນຕີ Adylbek Kasymaliev ກໍ່ໄດ້ສະແດງຄວາມເຄົາລົບນັບຖືທ່ານປະທານໂຮ່ຈີມິນ; ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນຫວຽດນາມ; ສະແດງຄວາມປະທັບໃຈຕໍ່ພື້ນຖານວັດທະນະທຳ, ມູນເຊື້ອປະຫວັດສາດຫວຽດນາມ ແລະຕີລາຄາສູງລົດຊາດກາເຟ, ວັດທະນະທຳກາເຟຫວຽດນາມ.
* ຕອນບ່າຍວັນທີ 7 ມີນາ, ທ່ານນາຍົກລັດຖະມົນຕີ Adylbek Kasymaliev ໄດ້ອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.
ໂດຍ: ເຈິ່ນຮວ່ຽນ